ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ ທຽບໃສ່ ປິຜ່ານມາ ເພີ່ມຂື້ນ 5%. ໃນນີ້, ມູນຄ່າສົ່ງອອກບັນລຸໄດ້ 8,141 ລ້ານໂດລາສະຫະລັດ

ຫຼຸດລົງ 2.7% ແລະ ມູນຄ່ານໍາເຂົ້າ ບັນລຸໄດ້ 8,205 ລ້ານໂດລາສະຫະລັດ ເພີ່ມຂື້ນ 14% ທຽບໃສ່ ປີຜ່ານມາ. ສິນຄ້າທີ່ສົ່ງອອກຕົ້ນຕໍ 10 ອັນດັບປະກອບມີ: ໄຟຟ້າ, ເກືອກາລີ, ຄໍາປະສົມ ແລະ ຄໍາແທ່ງ, ເຄື່ອງໃຊ້ໄຟຟ້າ, ຢາງພາລາ, ເຈ້ຍ, ແຮ່ທອງ, ມັນຕົ້ນ, ເຍື່ອໄມ້ ແລະ ເສດເຈ້ຍ, ແລະ ເຄື່ອງນຸ່ງຫົ່ມ. ສິນຄ້າທີ່ນໍາເຂົ້າຕົ້ນຕໍ 10 ອັນດັບປະກອບມີ: ນໍ້າມັນກາຊວນ,ອຸປະກອນກົນຈັກ, ພາຫະນະທາງບົກ, ຜະລິດຕະພັນເຄມີປະສົມສໍາເລັດຮູບ, ເຫຼັກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ເຍື່ອໄມ້ ແລະ ເສດເຈ້ຍ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ແລະ ນໍ້າມັນແອັດຊັງ ແລະ ແອັດຊັງພິເສດ.
ສິນຄ້າສົ່ງອອກຕົ້ນຕໍ
ມູນຄ່າການສົ່ງອອກສິນຄ້າທັງໝົດ ປະຕິບັດໄດ້ ປະມານ 8,141 ລ້ານໂດລາສະຫະລັດ ຫຼຸດລົງ 2.7%ທຽບໃສ່ ປີຜ່ານມາ. ໃນນີ້, ສິນຄ້າສົ່ງອອກຫຼັກ ປະກອບມີ: ໄຟຟ້າ 980 ລ້ານໂດລາສະຫະລັດ, ເກືອກາລີ 830 ລ້ານໂດລາສະຫະລັດ, ຄໍາປະສົມ ແລະ ຄໍາແທ່ງ 743 ລ້ານໂດລາສະຫະລັດ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນໄຟ້າ 566 ລ້ານໂດລາສະຫະລັດ, ຢາງພາລາ 450 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດ້ວຍເຈ້ຍ 449 ລ້ານໂດລາສະຫະລັດ, ແຮ່ທອງ 412 ລ້ານໂດລາສະຫະລັດ, ມັນຕົ້ນ 374 ລ້ານໂດລາສະຫາລັດ, ເຍື່ອໄມ້ ແລະ ເສດເຈ້ຍ 279 ລ້ານໂດລາສະຫະລັດ, ແລະ ເຄື່ອງນຸ່ງຫົ່ມ 240 ລ້ານໂດລາສະຫະລັດ.
ສິນຄ້ານໍາເຂົ້າຕົ້ນຕໍ
ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະຕິບັດໄດ້ປະມານ 8,205 ລ້ານໂດລາສະຫະລັດ ເພີມຂື້ນ 14% ທຽບໃສ່ ປີຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫຼັກປະກອບມີ: ນໍ້າມັນກາຊວນ 1,061 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 892 ລ້ານໂດລາສະຫະລັດ, ພາຫະນະທາງບົກ 718 ລ້ານໂດລາສະຫະລັດ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 465 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຫຼັກກ້າ 393 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 370 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 280 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 249 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) 237 ລ້ານໂດລາສະຫະລັດ, ແລະ ນໍ້າມັນແອັດຊັງ ແລະ ແອັດຊັງພິເສດ 236 ລ້ານໂດລາສະຫະລັດ.
ປະເທດສົ່ງອອກຕົ້ນຕໍ 05 ອັນດັບ
ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 10 ອັນດັບ ປະກອບມີ: ຈີນ ປະມານ 2,419 ລ້ານໂດລາສະຫະລັດ, ໄທ ປະມານ 2,157 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 1,924 ລ້ານໂດລາສະຫະລັດ, ອົດສະຕາລີ ປະມານ 429 ລ້ານໂດລາສະຫະລັດ, ແລະ ສ.ອາເມລິກາ ປະມານ 284 ລ້ານໂດລາສະຫະລັດ.
ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ
ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 10 ອັນດັບ ປະກອບມີ: ໄທ ປະມານ 3,413 ລ້ານໂດລາສະຫະລັດ, ຈີນ ປະມານ 2,975 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 704 ລ້ານໂດລາສະຫະລັດ, ສ.ອາເມລິກາ ປະມານ 242 ລ້ານໂດລາສະຫະລັດ, ແລະ ຍີ່ປຸ່ນ ປະມານ 151 ລ້ານ ໂດລາສະຫະລັດ
ຂໍ້ມູນຈາກ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword