ສປປ ລາວ ມີມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ປະຈໍາເດືອນ ມັງກອນ ປີ 2024 ປະມານ 1,311 ລ້ານໂດລາສະຫະລັດ.

ສປປ ລາວ ມີມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ປະຈໍາເດືອນ ມັງກອນ ປີ 2024 ປະມານ 1,311 ລ້ານໂດລາສະຫະລັດ.

ສິນຄ້າສົ່ງອອກຕົ້ນຕໍ 10 ອັນດັບ
ມູນຄ່າການສົ່ງອອກສິນຄ້າທັງໝົດ ປະມານ 561 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້າສົ່ງອອກຫຼັກ 10 ອັນດັບ ປະກອບມີ: ມັນຕົ້ນ 94 ລ້ານໂດລາສະຫະລັດ, ແຮ່ທອງ 44 ລ້ານ

ໂດລາສະຫະລັດ, ຄໍາປະສົມ, ຄຳແທ່ງ 44 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 39 ລ້ານໂດລາສະຫະລັດ, ແປັງມັນຕົ້ນ 33 ລ້ານໂດລາສະຫະລັດ, ຢາງພາລາ 32 ລ້ານໂດລາສະຫະລັດ, ນໍ້າຕານ 27 ລ້ານໂດລາສະຫະລັດ, ແຮ່ເຫຼັກ 24 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 21 ລ້ານໂດລາສະຫະລັດ ແລະ ໝາກກ້ວຍ 21 ລ້ານໂດລາສະຫະລັດ.
ສິນຄ້ານໍາເຂົ້າຕົ້ນຕໍ 10 ອັນດັບ
ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະມານ 749 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ປະກອບມີ: ນ້ຳມັນກາຊວນ 95 ລ້ານໂດລາສະຫະລັດ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 64 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 62 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 53 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 34 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 33 ລ້ານໂດລາສະຫະລັດ, ໄມ້ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍໄມ້ 31 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) 24 ລ້ານໂດລາສະຫະລັດ, ນໍ້າຕານ 23 ລ້ານໂດລາສະຫະລັດ ແລະ ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 23 ລ້ານໂດລາສະຫະລັດ.
ປະເທດສົ່ງອອກຕົ້ນຕໍ 05 ອັນດັບ
ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍໃນ 05 ອັນດັບມີ: ຈີນ ປະມານ 198 ລ້ານໂດລາສະຫະລັດ, ໄທ ປະມານ 134 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 129 ລ້ານໂດລາສະຫະລັດ, ອົດສະຕາລີ ປະມານ 32 ລ້ານໂດລາສະຫະລັດ ແລະ ສ.ອາເມລິກາ ປະມານ 13 ລ້ານໂດລາສະຫະລັດ.
ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ
ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍໃນ 05 ອັນດັບມີ: ໄທ ປະມານ 309 ລ້ານໂດລາສະຫະລັດ, ຈີນ ປະມານ 298 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 53 ລ້ານໂດລາສະຫະລັດ, ສ.ອາເມລິກາ 17 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 10 ລ້ານ ໂດລາສະຫະລັດ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ ມັງກອນ ປີ 2024 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).
(ຂໍ້ມູນຈາກ Lao tradeportal)

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword