ກອງປະຊຸມ ເຜີຍແຜ່ ລະບົບທີລັສ  TLAS  (ລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ ຂອງ  ສປປ ລາວ)

ກອງປະຊຸມ ເຜີຍແຜ່ ລະບົບທີລັສ TLAS (ລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ)

ກອງປະຊຸມ ເຜີຍແຜ່ ລະບົບທີລັສ TLAS (ລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ) ໃນວັນທີ 07 ກໍລະກົດ 2023, ທີ່ນາປ່າກວາງ ຣີສອດ, ທ່າລາດ ເມືອງແກ້ວອຸດົມ, ແຂວງວຽງຈັນ

ທ່ານ ວັນທອງ ສິດທິກຸນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ເປັນປະທານ ໃນກອງປະຊຸມ ເຜີຍແຜ່ ລະບົບທີລັສ TLAS (ລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ) ໃຫ້ພາກທຸລະກິດ ໂຮງງານອຸດສາຫະກຳປຸງແຕ່ງໄມ້
ຈຸດປະສົງຂອງ ກອງປະຊຸມ ແມ່ນເພື່ອເຮັດໃຫ້ ພາກທຸລະກິດ (ໂຮງງານອຸດສາຫະກຳປຸງແຕ່ງໄມ້) ໄດ້ເຂົ້າໃຈຢ່າງຈະແຈ້ງ ກ່ຽວກັບ ແນວຄວາມຄິດ ແລະ ຂໍ້ກຳນົດ, ການກຳນົດ ແລະ ການສ້າງ, ການຈັດຕັ້ງປະຕິບັດ ແລະ ການດຳເນີນງານ ຂອງ ລະບົບ (TLAS) (ລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ) ເຮັດໃຫ້ພາກທຸລະກິດ ມີຄວາມພ້ອມ ແລະ ມີຄວາມສາມາດ ໃນການຈັດຕັ້ງປະຕິບັດ ລະບົບ TLAS ຂອງ ສປປ ລາວ ໄດ້ຢ່າງມີປະສິດທິຜົນ, ໃນອານາຄົດ ເພື່ອ ຄຸ້ມຄອງ ແລະ ນໍາໃຊ້ໄມ້ ຢ່າງມີປະສິດທິຜົນ ໃນການດຳເນີນທຸລະກິດໄມ້, ຮັບປະກັນໄມ້ ທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ສົ່ງເສີມ ການນຳໃຊ້ຊັບພະຍາກອນປ່າໄມ້ແບບຍືນຍົງ ແລະ ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດເພີ່ມທະວີ ຄວາມອາດສາມາດ ໃຫ້ພະນັກງານ ສຄອຊ, ພະນັກງານ ສຄອ ແຂວງ, ສະມາຊິກ ສະມາຄົມເຟີນີເຈີລາວ, ສະມາຊິກ ສະມາຄົມອຸດສາຫະກຳປຸງແຕ່ງໄມ້ ແລະ ກຸ່ມທຸລະກິດ ສາມາດ ຜັນຂະຫຍາຍ ໃນການເຜີຍແຜ່ ລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ (TLAS) ໃຫ້
ສະມາຊິກ ໃນອານາຄົດ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword