ງານມອບລາງວັນທຸລະກິດຊັ້ນນໍາດີເດັ່ນ ສຄອຊ ໄລຍະໂຄວິດ-19
ກອງປະຊຸມຮັບຟັງການໂອ້ລົມ ຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ງານມອບລາງວັນທຸລະກິດຊັ້ນນໍາດີເດັ່ນ ສຄອຊ ໄລຍະໂຄວິດ-19 ປີ 2021 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ວັນທີ 29 ທັນວາ 2021
ໄດ້ຈັດກອງປະຊຸມ ກອງປະຊຸມຮັບຟັງການໂອ້ລົມ ຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ງານມອບລາງວັນທຸລະກິດຊັ້ນນໍາດີເດັ່ນ ສຄອຊ ໄລຍະໂຄວິດ-19 ປີ 2021 ຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໂດຍການເປັນປະທານ ຂອງພະນະທ່ານ ພັນຄໍາ ວິພາວັນ ນາຍົກລັດ ຖະມົນຕີແຫ່ງ ສປປ ລາວ ແລະ ມີບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ຕາງໜ້າຈາກພາກລັດ, ພາກທຸລະກິດ ເຂົ້າຮ່ວມ ຫຼາຍກວ່າ 150 ທ່ານ. ຈຸດປະສົງຕົ້ນຕໍຂອງກອງປະຊຸມ ໃນຄັ້ງນີກໍ່ເພື່ອຮັບຟັງທິດຊີ້ນໍາ ແລະ ທິດທາງແຜນການຂອງ ລັດຖະບານ ກໍ່ຄື ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ທິດທາງແກ້ໄຂບັນຫາທີ່ເປັນອຸປະສັກ ຕໍ່ ການດໍາເນີນທຸລະກິດ ແລະ ມອບລາງວັນທຸລະກິດດີເດັ່ນ ເພື່ອຍ້ອງຍໍຊົມເຊີຍ ແລະ ເປັນຂວັນກໍາລັງໃຈ ໃຫ້ ບັນດາຫົວໜ່ວຍທຸລະກິດ ທີ່ເປັນສະມາຊິກ ຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທີ່ສາມາດນໍາ ວິສາຫະກິດຂອງຕົນ ຂ້າມຜ່ານວິກິດຕ່າງໆ ທີ່ເກີດຂື້ນຈາກການແຜ່ລະບາດຂອງເຊື້ອພະຍາດ COVID-19 ແລະ ຊົມເຊີຍ ບັນດາວິສາຫະກິດ ທີ່ມີທ່າແຮງ ປະກອບສ່ວນທາງດ້ານທຶນຮອນ, ວັດຖຸ ປັດໃຈຕ່າງໆ ສົມທົບໃຫ້ແກ່ລັດຖະບານ ໃນການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດ COVID-19 ທັງເປັນການປະກອບສ່ວນອັນສໍາຄັນ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ.
ບັນດາບໍລິສັດ ທີ່ຜ່ານການຄັດເລືອກ ຂອງຄະນະຮັບຜິດຊອບ ລວມມີທັງໝົດ 106 ບໍລິສັດ, ຈາກ 06 ແຂວງ ເຊັ່ນ: ສາລະວັນ, ແຂວງຈໍາປາສັກ, ສະຫວັນນາເຂດ, ບໍລິຄໍາໄຊ, ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງນໍ້າທາ, ແບ່ງອອກເປັນ 13 ຂະແໜງການ. ບໍ່ລິສັດທີ່ໄດ້ຮັບລາງວັນໃນຄັ້ງນີ້ ລ້ວນແລ້ວແຕ່ແມ່ນບໍລິສັດ ທີ່ມີຄວາມສາມາດໂດດເດັ່ນ, ປະກອບສ່ວນພັນທະອາກອນໃຫ້ແກ່ລັດ, ມີຜົນງານໃນການປະກອບສ່ວນຊວ່ຍເຫຼືອສັງຄົມ, ມີການບໍລິຫານທີ່ມີປະສິດທິຜົນ, ປະກອບສ່ວນຕໍ່ການສ້າງຄວາມເຂັ້ມແຂງໃຫ້ ສະພາການຄ້າ ແລະ ອຸດສາຫະກໍາ ແລະ ສາມາດນໍາພາ ວິສາຫະກິດຂອງຕົນ ຜ່ານຜ່ວິກິດ ທີ່ເກີດຈາກສະພາບເສດຖະກິດ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້.
ບໍລິສັດທີ່ໄດ້ຮັບລາງວັນໄດ້ຮັບລາງວັນມີດັ່ງລຸ່ມນີ້:
ລ/ດ | ຊື່ບໍລິສັດ |
1 | ສູນການແພດ ອະໄລແອນສ Alliance International Medical Centre |
2 | ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 State Enterprise for Pharmaceutical Factory No.3 |
3 | ບໍລິສັດ ເຄພີ ຈຳກັດ KP Company Limited |
4 | ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ Souvanny Home Center Public Company |
5 | ກຸ່ມ ບໍລິສັດ ໂຕະລາວ TOHLAO Group |
6 | ກຸ່ມການສຶກສາ ແສງສະຫັວນ Sengsavanh Education Group |
7 | ບໍລິສັດ ຢູນິລິເວີເຊີວິດສ໌ (ລາວ) ຈຳກັດຜູ້ດຽວ Unilever Services (Lao) Sole Company Limited |
8 | ບໍລິສັດ ຄໍາມະນີ ບໍລິການທົ່ວໄປ ສ່ວນບຸກຄົນ Khammany General Service Individual Enterprise |
9 | ບໍລິສັດ ລັດວິສາຫະກິດໂຮງພິມສຶກສາ Education Printing Enterprise State Company |
10 | ບໍລິສັດ ລາວ-ຊຽງຟົງ ບີຊິເນັສ ທ່ອງທ່ຽວ ພັດທະນາ ຈຳກັດ ຜູ້ດຽວ Lao-Xiang Fong Business Development Travel Sole Co., Ltd |
11 | ລັດວິສາຫະກິດ ໂຮງງານຜະລິດຢາ ເລກ 2 ວຽງຈັນ State Enterprise Pharmaceutical Factory No.2 Vientiane |
12 | ບໍລິສັດ ວັນນະແສງການຄ້າຈຳກັດ ຜູ້ດຽວ Vannaseng Trading Sole Co., Ltd |
13 | ລັດວິສາຫະກິດ ນໍ້າປະປາ ນະຄອນຫຼວງ Vientiane Capital Water Supply State Enterprise |
14 | ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນ ໂລມາຄຳ Lomakham Drinking Water and Ice Factory |
15 | ບໍລິສັດຢາສູບ ຫົງຖາ ໂຊກດີ ລາວ-ຈີນ ຈຳກັດ Lao-China HONGTA Good Luck Tobacco Co., Ltd |
16 | ບໍລິສັດ ສວນຊາ 36 36 Manor |
17 | ກຸ່ມບໍລິສັດ ໂຊກໄຊ Sokxay Group |
18 | ກຸ່ມບໍລິສັດ ຫົງຄໍາ ພາກໃຕ້ Hongkham Parktai Company Group |
19 | ໂຮງງານ ອຸດສາຫະກຳ ໂຕໂຢລາວ ຈໍາກັດຜູ້ດຽວ TOYO Industry Lao Factory Sole Co., Ltd |
20 | ໂຮງງານ ວີເຄເຄ ອຸດສາຫະກໍາ ຈໍາກັດ VKK Industrial Co., Ltd |
21 | ກຸ່ມ ບໍລິສັດ ດາວເຮືອງ ຈຳກັດຜູ້ດຽວ DAO-HEUANG GROUP CO.,LTD |
22 | ບໍລິສັດ ກາເຟ ສີໜຸກ Sinouk Coffee Group |
23 | ໂຮງງານຜະລິດ ຫີບເຈັ້ຍ ວຽງຈັນ Vientiane Carton Factory |
24 | ສຸກຈະເລີນ ອຸດສະຫະກຳ ເຫຼັກ Soukchaleun Steel Industry |
25 | ບໍລິສັດ ວັນນະລັງສີ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ຜູ້ດຽວ Vannalangsy Trading Import-Export Sole Co., Ltd |
26 | ບໍລິສັດ ຄີວີເພ KiwiPay |
27 | ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ Lao Telecommunication Public Company |
28 | ບໍລິສັດ ດາວທຽມລາວເອເຊຍ-ປາຊີຟິກ ຈໍາກັດ Lao Asia Pacific Satellite Co., Ltd |
29 | ບໍລິສັດ ຫົວເຫວີຍ ເທັກໂນໂລຢີ (ລາວ) ຈຳກັດ ຜູ້ດຽວ Huawei Technologies (Lao) Sole Co., Ltd |
30 | ບໍລິສັດ ພລາເນັດ ຈຳກັດ Planet Co., Ltd |
31 | ບໍລິສັດ ສະມາດ ເທັກໂນໂລຢີ ຈຳກັດ Smart Technology Co., Ltd |
32 | ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ Star Fintech Sole Co., Ltd |
33 | ບໍລິສັດ ແອລທີ ຈຳກັດຜູ້ດຽວ LT Sole Co., Ltd |
34 | ບໍລິສັດ ຄູນຊັບ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ. Khounsub Export-Import Company |
35 | ບໍລິສັດ ຊີເອັນພີ ສຳຫຼວດ ແລະ ຂຸດຄົ້ນບໍ່ແຮ່ ຂາອອກ-ຂາເຂົ້າ ຈຳກັດ ຜູ້ດຽວ CNP Exploration and Mining Sole Co., Ltd |
36 | ບໍລິສັດ ບົວໄລມັງກອນທອງ ຂຸດຄົ້ນບໍ່ຖ່ານຫີນ ຈໍາກັດ ຜູ້ດຽວ Boualaymangkonethong Coal Mine Sole Co., Ltd |
37 | ບໍລິສັດ ແອລເອັສ ການຄ້າ ຂາເຂົ້າ-ຂາອອກ ຈໍາກັດ LS Trading Export-Import Co., Ltd |
38 | ບໍລິສັດ ໂອໂຕລາວ ຈຳກັດຜູ້ດຽວ Auto Lao Sole Co., Ltd |
39 | ບໍລິສັດ ສີເມືອງ ກຣຸບ ຈຳກັດ Simuong Group Co., LTD |
40 | ຮ້ານ ຄໍາພູວົງ PHOUVONG JEWELRY |
41 | ບໍລິສັດ ລາວຟອດຊີຕີ ຈໍາກັດ Lao Ford City Co., Ltd |
42 | ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈຳກັດ Lao Toyota Service Co., Ltd. |
43 | ລັດວິສາຫະກິດ ນໍ້ມັນເຊື້ອໄຟລາວ Lao State Fuel Company |
44 | ບໍລິສັດ ໄອຈອບ ຈຳກັດ iJobs Company Limited |
45 | ບໍລິສັດ ສັນຕິພາບ ສັງກະສີລາວ ຈຳກັດ ຜູ້ດຽວ Santiphab Sangkasilao Sole Co., Ltd |
46 | ລັດວິສາຫະກິດ ພັດທະນາກະສິກຳ ອຸດສາຫະກຳ ແລະ ບໍລິການ ຂາອອກ-ຂາເຂົ້າ State Enterprise for Agriculture Industry Development IMP-EXP & General Service |
47 | ບໍລິສັດ ການຢາມິດຕະພາບ ຂາອອກ-ຂາເຂົ້າ ຈຳກັດ ຜູ້ດຽວ KANYA MITTAPHAB Export-Import Sole Co., Ltd |
48 | ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ Lane Xang Minerals Limited |
49 | ກຸ່ມບໍລິສັດ ເຄແອນຊີ KC Group |
50 | ບໍລິສັດ ດາຕາຄອມ DATACOM Sole Co.,Ltd |
51 | ບໍລິສັດ ເບຍລາວ ຈໍາກັດ Lao Brewery Co., Ltd |
52 | ບໍລິສັດ ເອ.ຊີ.ອີ ທີ່ປຶກສາ ຈຳກັດ A.E.C Consultancy., LTD |
53 | ບໍລິສັດ ມູຫິບບາ ເອັນຈີເນຍຣິງ ລາວ ຈຳກັດ Muhibbah Engineering Lao Ltd |
54 | ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ SAYNHAYSAMPHANH Deposit-Taking Microfinance Institution |
55 | ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ |
56 | ບໍລິສັດ ສະຫວັນ ປາຊີຟິກາ ດີວີລົບເມັນ ຈຳກັດ Savan Pacifica Development Co., Ltd. (Savan Park SEZ) |
57 | ບໍລິສັດ ຂວັນເມືອງ ກຣູບ ຈຳກັດ ຜູ້ດຽວ Khouanemeung Group Sole Co., Ltd |
58 | ບໍລິສັດພົງຊັບທະວີກໍ່ສ້າງ – ຂົວທາງ, ເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ PONGSUPTHAVY GROUP |
59 | ບໍລິສັດ ແສງວິໄຊ ກຣຸບ ຈໍາກັດ Sengvixay Group Sole Co., Ltd |
60 | ກຸ່ມ ບໍລິສັດ ທີເຄ ກຮຸບ ຈຳກັດ TK Group Co., Ltd |
61 | ກຸ່ມບໍລິສັດ ດີເອັມ ຈໍາກັດ ຜູ້ດຽວ DM Group Sole Co., Ltd |
62 | ບໍລິສັດ ເອັສທີ ກຣຸບ ຈໍາກັດຜູ້ດຽວ ST Group Sole Co., Ltd |
63 | ກຸ່ມບໍລິສັດ ມາລີນີ ຈຳກັດ Maliny Group Co., Ltd |
64 | ບໍລິສັດ ເອັດອີເອັດ ກໍ່ສ້າງຄົບວົງຈອນ ຈຳກັດ SES Complete Construction Sole Co., Ltd |
65 | ບໍລິສັດ ດີໄຊ ກຣຸ໊ບ ຈຳກັດ ຜູ້ດຽວ Design Group Sole Co., Ltd |
66 | ບໍລິສັດ ພູສີກຣຸບ ຈຳກັດ Phousy Group Sole Co., Ltd |
67 | ບໍລິສັດ ສາມເອັສ໌ ພັດທະນາ ຈໍາກັດ ຜູ້ດຽວ 3S Development Sole Co., Ltd |
68 | ກຸ່ມບໍລິສັດ ຕັງຈະເລີນຈໍາກັດ ຜູ້ດຽວ Tang Chareon (TCR) Group Co., Ltd |
69 | ບໍລິສັດ ລາວລົງທຶນ ແລະ ພັດທະນາຊັບພະຍາກອນ ຈໍາກັດ LAO Resources Investment & Development Co., Ltd |
70 | ບໍລິສັດ ໄຊພະຈັນ ກໍ່ສ້າງ-ຂົວທາງ ຈໍາກັດ Xayphachanh Road and Bridge Construction Co., Ltd |
71 | ສະຖາບັນການເງິນຈຸລະພາກທີ່ຮັບຝາກ ນິວຄອນເຊັບ ຈຳກັດ New Concept Microfinance Institution Co.,Ltd |
72 | ບໍລິສັດ ກຸງສີ ບໍລິການເຊົ່າສິນເຊື່ອ ຈໍາກັດ Krungsri Leasing Services Co., Ltd |
73 | ບໍລິສັດ ເອັສເອັມທີ ໂລຈິສຕິກ ຈຳກັດ SMT Logistics Co.,Ltd |
74 | ບໍລິສັດ ສະຫວັນໂລຈິສຕິກສ໌ Savan Logistics Co., Ltd |
75 | ບໍລິສັດ ເດລີເວີຣີ ຮີໂຣ (ລາວ) ຈໍາກັດ ຜູ້ດຽວ Delivery Hero (Lao) Sole Co., Ltd |
76 | ບໍລິສັດ ຮຸ່ງອາລຸນ ໂລຈີສຕິກ ຈໍາກັດຜູ້ດຽວ HOUNG AH LOUN Logistics Sole Co., Ltd |
77 | ບໍລິສັດ ລັດວິສາຫະກິດ ລາວເດີນອາກາດ Lao Skyway |
78 | ບໍລິສັດ ໃສທິລາດ ຂົນສົ່ງ ຈຳກັດ ຜູ້ດຽວ Saythirath Logistics Sole Co., Ltd |
79 | Kappelis Sohne AG |
80 | ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ Mahathuen Leasing Public Company |
81 | ບໍລິສັດ ອາສາ ວິສາວະກໍາໄຟຟ້າ ຈໍາກັດ ASA Power Engineering Co., Ltd |
82 | ກຸ່ມທະນາຄານ ອົດສະຕຣາລີ ແລະ ນີວຊີແລນ ຈໍາກັດ ສາຂາລາວ Australia and New Zealand Banking Group Limited, Lao Branch |
83 | ບໍລິສັດ ຊີໂນໄຮໂດ ເລກ 10 ຈຳກັດ ສາຂາປະເທດລາວ SINOHYDRO Rureau 10 Co.,Ltd Laos Branch |
84 | ບໍລິສັດ ເຈໂຄ ແອວອີດີ ໂຊລູເຊີ່ນ (ລາວ) ຈຳກັດ ແລະ ບໍລິສັດ ເຈໂຄ ແມັດໂຄ ຈຳກັດ Jaykal LED Solutions (Laos) Co., Ltd & Jaykal Medco., Ltd |
85 | ທະນາຄານ ຫວຽດຕິນ ລາວ ຈຳກັດ VietinBank Lao Limited |
86 | ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ Burapha Agro-Forestry Co., Ltd |
87 | ບໍລິສັດ ສາລະວັນພັດທະນາ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ. Salavanh Development Export-Import Sole Co., Ltd |
88 | ບໍລິສັດ ບີບີແອວຊັບພະຍາກອນກະສິກຳ (ລາວ) ຈຳກັດ BBL (LAO) Agricultural Resources Co., Ltd |
89 | ບໍລິສັດ ບີ ເຄ ເອນ ຈໍາກັດ BKN Company Limited |
90 | ກຸ່ມບໍລິສັດ ສີມອນ ພັດທະນາ ກະສິກຳ ແລະ ບໍລິການຂາເຂົ້າ-ຂາອອກ ຈຳກັດ Simone Agriculture Development and Import-Export Service Group |
91 | ບໍລິສັດ ຂຸນຕາປ້າຍ ໂຄສະນາ ຈໍາກັດຜູ້ດຽວ Khounta Sign Advertising Sole Co., Ltd |
92 | ບໍລິສັດ ກູຣູ ແອັດເວີໄທຊິງ ຈໍາກັດ ຜູ້ດຽວ Guru Advertising Company Limited |
93 | ບໍລິສັດ ບີ ວີເຊິນ ຈໍາກັດຜູ້ດຽວ B Visions Sole Co., Ltd |
94 | ບໍລິສັດ ບລູກຣາດສ໌ ດີຊາຍ ກຣຸບ ຈໍາກັດຜູ້ດຽວ BlueGrass Design Group Sole Co., Ltd |
95 | ທະນາຄານ ເອັສທີ ຈຳກັດ ST Bank Ltd |
96 | ທະນາຄານແຫ່ງປະເທດຈີນ (ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ Bank of China (Hong Kong) Limited Vientiane Branch |
97 | ທະນາຄານ ລາວ-ຝຣັ່ງ ຈຳກັດ Banque Franco-Lao Ltd |
98 | ທະນາຄານ ມາຣູຮານ ເຈແປນ ລາວ MARUHAN Japan Bank Lao |
99 | ທະນາຄານ ຮ່ວມພັດທະນາ Joint Development Bank |
100 | ບໍລິສັດ ເອເຊຍລົງທຶນ, ພັດທະນາ ແລະ ກໍ່ສ້າງ ຈໍາກັດ ຜູ້ດຽວ Asia Investment Development and Construction Sole Co., Ltd |
101 | ບໍລິສັດ ວຽງຈັນອໍໂຕເມຊັນແອນໂຊລູຊັນ ເອັນຈີເນຍຣິງ ຈຳກັດຜູ້ດຽວ Vientiane Automation and Solution Engineering Sole Co., Ltd |
102 | ບໍລິສັດ ກຸ່ມ ຄໍາໄພ ຊະນະ ຈຳກັດຜູ້ດຽວ Khamphay Sana Group Co.,Ltd |
103 | ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ SITTHI Logistics Lao Co., Ltd |
104 | ລັດວິສາຫະກິດ ໄຟຟ້າລາວ Electricite du Laos |
105 | ລັດວິສາຫະກິດການບິນລາວ Lao Airlines State Enterprise |
106 | ບໍລິສັດ ຫລວງປະເສີດ ຈຳກັດຜູ້ດຽວ Luangpaseuth Construction Sole Co.,Ltd |