ຝຶກອົບຮົມວຽກງານ ການສ້າງຄວາມເຂັ້ມແຂງໃຫ້ ສະພາການຄ້າ ນະຄອນຫລວງວຽງຈັນ ແລະ ສະພາການຄ້າ ເມືອງທົ່ວນະຄອນຫລວງວຽງຈັນ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ສຳເລັດການຝຶກອົບຮົມວຽກງານ ການສ້າງຄວາມເຂັ້ມແຂງໃຫ້ ສະພາການຄ້າ ນະຄອນຫລວງວຽງຈັນ ແລະ ສະພາການຄ້າ ເມືອງທົ່ວນະຄອນຫລວງວຽງຈັນ,

ໃນວັນທີ 23 ມິຖຸນາ 2023, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ
ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ກຽດເປັນປະທານເປີດ ການຝຶກອົບຮົມໃນຄັ້ງນີ້ ຈຸດປະສົງຫຼັກໃນການຈັດຊຸດຝຶກອົບຮົມ ແມ່ນເປັນການແນໃສ່ການສົ່ງເສີມ, ສ້າງຄວາມເຂັ້ມແຂງ ໃຫ້ບັນດາ ສະພາການຄ້າ ນະຄອນຫລວງວຽງຈັນ, ສະພາການຄ້າ ເມືອງ ທົ່ວນະຄອນຫລວງວຽງຈັນ ໃຫ້ມີຄວາມພ້ອມໃນການ ບໍລິຫານ – ບໍລິການ ກ່ຽວກັບວຽກງານສະມາຊິກ ໃຫ້ຫັນໄປສູ່ການດຳເນີນວຽກງານສະມາຊິກ ແບບຍືນຍົງທີ່ຈະກາຍເປັນຈຸດເດັ່ນ ແລະ ເປັນແບບຢ່າງໃຫ້ແກ່ ສະພາການຄ້າ ແຂວງ ແລະ ເມືອງ ໃນທົ່ວປະເທດ, ພ້ອມທັງຮຽນຮູ້ການນຳໃຊ້ລະບົບ ນຳໃຊ້ຖານຂໍ້ມູນໃຫຍ່ ຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ
ຊຸດຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກ ສູນບໍລິການ ອາຊີວະສຶກສາແບບຄວບຄູ່ ( ໂຄງການ GIZ ).

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword