ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”.


ໂດຍການເປັນປະທານຮ່ວມຂອງ ທ່ານ ວັນທອງ ສິດທິກຸນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທ່ານ ຂັນທອງ ດວງປະເສີດ, ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ, ພ້ອມດ້ວຍຕົວແທນຈາກບໍລິສັດສະມາຊິກຂອງ ສຄອຊ ແລະ ສຄອ ແຂວງວຽງຈັນ. ໂດຍໄດ້ຮັບການສະໜັບສະໜູນຈາກກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ, ລັດຖະບານຍີ່ປຸ່ນ.
ການຝຶກອົບຮົມໃນຄັ້ງນີ້ ມີເປົ້າໝາຍເພື່ອສ້າງຄວາມເຂົ້າໃຈໃຫ້ວິສາຫະກິດກ່ຽວກັບການດຳເນີນທຸລະກິດທີ່ຮັບຜິດຊອບ, ສ້າງຄວາມເຂັ້ມແຂງໃຫ້ແກ່ວິສາຫະກິດໃນການກວດສອບ ແລະ ປົກປ້ອງສິດທິແຮງງານ, ລວມທັງສ້າງຄວາມເຂົ້າໃຈເຖິງຄວາມເຊື່ອມສານ ລະຫວ່າງການດຳເນີນທຸລະກິດ, ລະບົບຄຸ້ມຄອງ, ຄວາມປອດໄພ ແລະ ສຸຂະພາບແຮງງານ ທີ່ຈະສົ່ງຜົນດີຕໍ່ຜະລິດຕະພາບ ແລະ ຄວາມຍືນຍົງຂອງກິດຈະການ.

Related Posts

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more

Enter your keyword