ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ.

ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃຫ້ກຽດເປັນປະທານຮ່ວມກັບ ທ່ານ ວຽງປະສິດ ທິບພະສຸດາ, ຜູ້ປະສານງານອົງການແຮງງານສາກົນ ປະຈຳ ສປປ ລາວ, ໃນນັ້ນມີຕ່າງໜ້າ ຈາກບໍລິສັດທີ່ເປັນສະມາຊິກ ຂອງ ສຄອຊ ລວມ ທັງໝົດ 59ທ່ານ, ຍິງ 20ທ່ານ. ການຝຶກອົບຮົມໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກ ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ, ລັດຖະບານຍີ່ປຸ່ນ.
ຈຸດປະສົງ ແລະ ເປົ້າໝາຍໂດຍລວມແມ່ນເພື່ອ:
1. ສ້າງຄວາມເຂົ້າໃຈໃຫ້ແກ່ ວິສາຫະກິດກ່ຽວກັບ ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ ແລະ ແນວທາງປະຕິບັດກ່ຽວກັບ ຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ລະບົບ ບໍລິຫານ ຈັດການ.
2. ສ້າງຄວາມເຂັ້ມແຂງໃຫ້ແກ່ ວິສາຫະກິດໃນການ ກວດສອບ ແລະ ປົກປ້ອງສິດທິແຮງງານ ພ້ອມ ທັງຂະບວນການແກ້ໄຂ ຜົນກະທົບກ່ຽວກັບສິດທິແຮງງານ.
3. ສ້າງຄວາມເຂົ້າໃຈກ່ຽວກັບຄວາມເຊື່ອມສານ ລະຫວ່າງການດຳເນີນທຸລະກິດທີ່ມີຄວາມຮັບ ຜິດຊອບ, ລະບົບບໍລິຫານຈັດການ, ຄວາມປອດໄພ ແລະ ສຸຂະພາບແຮງງານ, ຜົນດີຕໍ່ຜະລິດຕະ ພາບ ແລະ ຄວາມຍືນຍົງ.

Related Posts

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more

Enter your keyword