ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມຄະນະ ພາກລັດ ແລະ ພາກທຸລະກິດ ເດີນທາງຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ທີ່ ນະຄອນຫຼວງລອນດອນ, ປະເທດ ອັງກິດ

ໃນລະຫວ່າງວັນທີ 24-27 ມີນາ 2024, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີເສດຖະກິດອາຊຽນ

2024 ພ້ອມດ້ວຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ປະທານສະພາທີ່ປຶກສາທຸລະກິດອາຊຽນ 2024, ຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ຈຳນວນ 19 ທ່ານ ໄດ້ເດີນທາງຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ທີ່ ນະຄອນຫຼວງລອນດອນ, ປະເທດ ອັງກິດ
ຈຸດປະສົງແມ່ນເພື່ອເຂົ້າຮ່ວມກອງປະຊຸມ UK-ASEAN Business Forum ທີ່ ເມືອງຫຼວງລອນດອນ, ປະເທດອັງກິດ. ພ້ອມກັນນັ້ນ, ໃນໂອກາດດັ່ງກ່າວທາງຄະນະຍັງໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະຢ້ຽມຢາມຫົວໜ່ວຍທຸລະກິດຂອງປະເທດອັງກິດອີກດ້ວຍເຊັ່ນ: PricewaterhouseCoopers (PwC) ແລະ Pearson Plc, ເຊິ່ງການເຄື່ອນໄຫວວຽກງານໃນຄັ້ງນີ້ເເມ່ນເພື່ອເປີດໂອກາດໃຫ້ນັກທຸລະກິດລາວໄດ້ພົບປະປຶກສາຫາລື, ແລກປ່ຽນຂໍ້ມູນທາງດ້ານການຄ້າ-ການລົງທຶນໃນຂະແໜງການຕ່າງໆເຊັ່ນ: ການເງິນ, ກະສິກຳ, ອຸດສາຫະກຳ, ອະສັງຫາລິມະຊັບ, ການສຶກສາ ແລະ ອື່ນໆ. ກອງປະຊຸມ UK-ASEAN Business Forum ເປັນເວທີທີ່ສຳຄັນໃນການປຶກສາຫາລືກ່ຽວກັບ ການເງິນສີຂຽວ, ການເຊື່ອມໂຍງ ແລະ ເຊື່ອມຕໍ່ເສດຖະກິດອາຊຽນດິຈີຕອລ. ເຊິ່ງເປັນໂອກາດທີ່ຈະສ້າງຄວາມເຂົ້າໃຈເລິກເຊິ່ງໃຫ້ແກ່ບັນດາຫົວໜ່ວຍທຸລະກິດທີ່ນອນໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບການເຮັດວຽກຮ່ວມກັນລະຫວ່າງພາກລັດ ແລະ ເອກະຊົນຂອງອັງກິດໃນການຮ່ວມມືກັບບັນດາປະເທດອາຊຽນມນການພົວພັນທາງດ້ານການຄ້າ ແລະ ການລົງທຶນໃຫ້ຂະຫຍາຍຕົວຍິ່ງຂື້ນ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword