ກອງປະຊຸມຮັບຮອງເອົາຮ່າງປື້ມ ລະບຽບການດໍາເນີນງານມາດຕະຖານ SOP ກ່ຽວກັບກົນໄກ LPPD ( Validation Workshop on the draft standard operation procedure (SOP) on the LPPD )

ກອງປະຊຸມຮັບຮອງເອົາຮ່າງປື້ມ ລະບຽບການດໍາເນີນງານມາດຕະຖານ SOP ກ່ຽວກັບກົນໄກ LPPD ( Validation Workshop on the draft standard operation procedure (SOP) on the LPPD )

ກອງປະຊຸມຮັບຮອງເອົາຮ່າງປື້ມ ລະບຽບການດໍາເນີນງານມາດຕະຖານ SOP ກ່ຽວກັບກົນໄກ LPPD ( Validation Workshop on the draft standard operation procedure (SOP) on the LPPD ) ໃນວັນທີ 6 ມີນາ 2023, ທີ່ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ),

ພາຍໃຕ້ການສະໜັບສະໜຸນຈາກໂຄງການສ້າງສະພາບແວດລ້ອມທີ່ເອື້ອຍອໍານວຍຕໍ່ທຸລະກິດລາວ LBE (USAID)
ທ່ານ ວັນທອງ ສິດທິກຸນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໃຫ້ກຽດເປັນປະທານໃນກອງປະຊຸມ ແລະ ໄດ້ຮັບການເຂົ້າຮ່ວມໂດຍ ຕາງໜ້າຈາກໂຄງການ LBE (USAID), ໂຄງການ LCT, ບັນດາພະແນກການທີ່ກ່ຽວຂ້ອງຂອງ ສຄອຊ ແລະ ສຄອ ແຂວງວຽງຈັນ,ແຂວງຜົ້ງສາລີ, ແຂວງຫຼວງນ້ຳທາ ແລະ ແຂວງຈໍາປາສັກ ເຊີ່ງມີສອງຮູບແບບໃນການເຂົ້າຮ່ວມຄື: ປະຈໍາຢູ່ຫອ້ງປະຊຸມ ແລະ ຜ່ານກອງປະຊຸມທາງໄກ Zoom ລວມຜູ້ເຂົ້າຮ່ວມທັງໝົດ 25 ທ່ານ.
ຄູ່ມືການຈັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ ສະບັບນີ້ ຖືກສ້າງຂື້ນ ເພື່ອເປັນຂໍ້ມູນພື້ນຖານ ແລະ ເຄື່ອງມື ໃຫ້ແກ່ອົງກອນ ຫຼື ໜ່ວຍງານທີ່ມີໜ້າທີ່ຮັບຜິດຊອບໃນ ການຈັດກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ, ເຊີ່ງຂໍ້ ມູນຕ່າງໆໃນຄູ່ມືສະບັບນີ້ ແມ່ນສາມາດນຳໃຊ້ເພື່ອເປັນແນວທາງ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ໂດຍເນື້ອໃນຢູ່ໃນປື້ມຄູ່ມືນີ້ ຈະອະທິບາຍເຖິງ ໂຄງຮ່າງ, ຂັ້ນຕອນ, ຜູ້ມີສ່ວນກ່ຽວຂ້ອງ ແລະ ວິທີການຈັດກອງປະຊຸມ, ໃນແກ່ໜ່ວຍງານຈັດຕັ້ງປະຕິບັດໃນປະຈຸບັນເຊິ່ງເລີມແຕ່ການກຳນົດເປົ້າໝາຍ ແລະ ຈຸດປະສົງຂອງແຕ່ລະກອງປະຊຸມ ການກະກຽມກ່ອນຈັດກອງປະຊຸມ ໃນລະຫວ່າງກອງປະຊຸມ ແລະ ຫຼັງກອງປະຊຸມ ການບັນທຶກ ແລະ ເຮັດບົດສະຫຼຸບລາຍງານ ແລະ ຕົວຢ່າງເອກະສານຕ່າງໆທີ່ຖືກນຳໃຊ້ໃນຕົວຈິງ ເປົ້າໝາຍຂອງການສ້າງຄູ່ມືສະບັບນີ້, ແມ່ນເພື່ອໃຫ້ບຸກຄົນ ຫຼື ອົງກອນ ທີ່ມີໜ້າທີ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວໂດຍສະເພາະແມ່ນກອງເລຂາຢຸ່ໃນແຕ່ລະແຂວງ ຂອງ ສປປ ລາວ ສາມາດນຳໃຊ້ເປັນບ່ອນອີງ ເພື່ອເຮັດໃຫ້ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງ, ເປັນຮູບແບບດຽວກັນ, ພ້ອມທັງໃຫ້ບັນດາຜູ້ທີ່ມີສ່ວນກ່ຽວຂ້ອງ ສາມາດຮັບຮູ້ ແລະ ເຂົ້າໃຈກົນໄກຂອງກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword