ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະ ສຄອຊ ໄດ້ລົງຕິດຕາມ ແລະ ຊຸກຍູ້ ການຜະລິດເປັນສິນຄ້າຢູ່ພື້ນຖານການຜະລິດກະສິກໍາ
ໃນວັນທີ 3 ພະຈິກ 2025 ທີ່ຜ່ານມາ, ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະ ໂດຍ ມີທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ,
ຄະນະຮອງປະທານ ສະມາຄົມທຸລະກິດກະສິກໍາລາວ ໄດ້ລົງຕິດຕາມ ແລະ ຊຸກຍູ້ ການຜະລິດເປັນສິນຄ້າຢູ່ພື້ນຖານການຜະລິດກະສິກໍາ ແລະ ປຶກສາຫາລື ໃນການສົ່ງເສີມເພີ່ມກໍາລັງການຜະລິດໃຫ້ສະໜອງໄດ້ພຽງພໍກັບຄວາມຕ້ອງການຕະຫຼາດ ແລະ ກາຍເປັນສິນຄ້າສົ່ງອອກ. ເພື່ອຜັນຂະຫຍາຍຕາມຜົນການຈັດຕັ້ງກອງປະຊຸມສໍາມະນາພິເສດ ກະສິກໍາລາວ ສູ່ຕະຫຼາດໂລກ.
ການລົງຕິດຕາມຄັ້ງນີ້ ໄດ້ລົງຢ້ຽມຢາມ ໂຄງການ ຜະລິດລູກປາ ຢູ່ສູນລ້ຽງສັດ ແລະ ການປະມົງ ຢູ່ ບ້ານ ໜອງແຕ່ງ ເມືອງສີໂຄດຕະບອງ, ເຊິ່ງສູນດັ່ງກ່າວນີ້ ເປັນການຮ່ວມມື ລະຫ່ວາງພາກລັດ ແລະ ເອກະຊົນ ບໍລິສັດ ໂຊກໄຊການກະເສດ ຄົບວົງຈອນ ຈຳກັດ ແລະ ບໍລິສັດ ອາຄ້ວາລາວ ຈຳກັດ ຫຼັງຈາກນັ້ນໄດ້ໄຢ້ຽມຢາມ ໂຄງການພາກຂະຫຍາຍ ຜະລິດລູກປາ 30 ລ້ານໂຕ ຕໍ່ປີ ຂອງ ກູ່ມບໍລິສັດ ຮ່ວມມືດັ່ງກ່າວຢູ່ ສູນຜະລິດກະສິກຳ ແລະ ການປະມົງ ຫຼັກ62 ບ້ານຫ້ວຍທົນ ເມືອງ ໂພນໂຮງ ແຂວງ ວຽງຈັນ ແລະ ໄດ້ໄປຢ້ຽມຢາມ ສະຫະກອນ 3F ທີ່ບ້ານ ນາດີ ເມືອງ ໂພນໂຮງ ແຂວງ ວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ຂັນທອງ ສີປະເສີດ ຮອງປະທານສະມາຄົມທຸລະກິດກະສິກຳລາວ, ປະທານສະຫະກອນ 3F ເຊິ່ງສະຫະກອນດັ່ງກ່າວ ດັ່ງກ່າວ ໄດ້ຜະລິດລູກໝູ ສະໜອງຕະຫຼາດພາຍໃນ, ນອກນັ້ນຍັງ ປູກ ແລະ ຜະລິດສົ້ມພໍດີ ເພື່ອສົ່ງອອກໄປ ສ. ເກົາຫຼີ ພ້ອມນັ້ນຍັງມີການທົດລອງປູກ ແນວພັນ ຖົ່ວຍາວ ແລະ ພືດລ້ຽງສັດ ອື່ນໆ ເພື່ອສະໜອງພາຍໃນອີກດ້ວຍ
ບັນດາໂຄງການດັ່ງກ່າວ ແມ່ນການຈັດຕັ້ງ ຮູບແບບສະຫະກອນ ແລະ ການຮ່ວມມືຂອງຫຼາຍ ບໍລິສັດ SME ພາຍໃນ ແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ກັບ ກຸ່ມຜະລິດ ສະຫະກອນຮ່ວມໝູ່ ສ້າງພື້ນຖານທ່າແຮງໃຫ້ການ ເຂົ້າເຖີງຕະຫຼາດໃຫ່ຍກ່ວາ ແລະ ຕ່ອງໂສ້ການຜະລິດທີ່ມີຄວາມຢືນຍົງ ພາຍໃຕ້ກົນໄກ ຂອງການຮ່ວມມື ຫຼາຍຝ່າຍ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.