ກອງປະຊຸມປະເມີນການສ້າງສິ່ງອຳນວຍຄວາມສະດວກທາງການຄ້າ ແລະ ການລົງທຶນຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ຄັ້ງທີ 2 (ProFIT)

ກອງປະຊຸມປະເມີນການສ້າງສິ່ງອຳນວຍຄວາມສະດວກທາງການຄ້າ ແລະ ການລົງທຶນຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ຄັ້ງທີ 2 (ProFIT)

ໃນວັນທີ 01 ຕຸລາ 2019 ທີ່ ຫ້ອງປະຊຸມໃຫ່ຍ ສຄອ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມປະເມີນການສ້າງສິ່ງອຳນວຍຄວາມສະດວກທາງການຄ້າ ແລະ ການລົງທຶນຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ຄັ້ງທີ 2 (ProFIT).

ໂດຍການເປັນປະທານຂອງ ທ່ານ ນາງ ວາລີ ເວດສະພົງ ຮອງປະທານ ສຄອຊ, ທ່ານ ສັງຄົມ ຈັນສຸກ ປະທານ ສຄອ ນະຄອນຫຼວງວຽງຈັນ, Mr. Phantouleth LOUANGRAJ, Economics Officer, Lao Resident Mission, Asian Development Bank.  ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຄຽງຂ້າງກັບການ ສົ່ງເສີມ ການຜະລິດ, ການລົງທຶນ ແລະ ການສົ່ງອອກແລ້ວ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ລາວ ຍັງມີພາລະບົດບາດໃນນາມ ຕາງໜ້າຜູ້ໃຊ້ແຮງງານລາວ. ຊຶ່ງມີໜ້າທີສໍາຄັນໃນນັ້ນ ການສັງລວມຄໍາຄິດຄໍາເຫັນຂອງພາກທຸລະກິດ ເປັນຕົ້ນແມ່ນບັນດາສິ່ງກິດຂ້ວາງໃນການດໍາເນີນທຸລະກິດ ແລະ ດ້ານນິຕິກໍາທີຕິດພັນກັບຂົງເຂດເສດຖະກິດ ທີ່ເຫັນວ່າຍັງບໍ່ເປັນການ ເອື້ອຍອໍານວຍໃນການສ້າງທຸລະກິດໃຫ້ມີຄວາມຍືນຍົງ.

ໃນທີ່ກອງປະຊຸມໄດ້ມີແບບສອບຖາມ ກ່ຽວກັບ ດັດສະນີການສ້າງສິ່ງອຳນວຍຄວາມສະດວກສຳລັບ ການຄ້າ ແລະ ການລົງທຶນ ຂັ້ນແຂວງ ຊຶ່ງເປັນອີກຈຸດປະສົ່ງໜຶ່ງໃນການມາໃນຄັ້ງນີ້. ເນື່ອງຈາກວ່າ ສປປ ລາວ ໄດ້ຮັບການຈັດລໍາດັບຢູ່ໃນອັນດັບທີ 139 (2016) ຂອງຕາຕະລາງການປະເມີນຄວາມສະດວກ ໃນການດໍາເນີນທຸລະກິດ ແລະ ແມ່ນທິດຊີ້ນໍາຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ທີ່ຕ້ອງການປັບປຸງ ແລະ ຍົກອັນດັບຂອງ ສປປ ລາວ ໃຫ້ໄດ້ສູງຂຶ້ນ ໃນປີ 2017. ໜຶ່ງໃນບັນຫາ ທີ່ເປັນສາເຫດຂອງຄວາມຫຍຸ້ງຍາກໃນການດໍາເນີນທຸລະກິດຂອງ ສປປ ລາວ ແມ່ນເກີດຂຶ້ນ ຍ້ອນການຈັດຕັ້ງປະຕິບັດນິຕິກໍາ ທີ່ບໍ່ເປັນເອກະພາບໃນຂອບເຂດທົ່ວປະເທດ.

ຈາກບົດຮຽນ ແລະ ປະສົບການຈາກ ສສ ຫວຽດນາມທີ່ໄດ້ເຮັດການປະເມີນດັດສະນີຄວາມໄດ້ປຽບໂດຍປຽບທຽບຂັ້ນແຂວງ (PCI) 12 ປີ. ດັ່ງນັ້ນ, ການປະເມີນການສ້າງດັດສະນີການສ້າງສິ່ງອຳນວຍຄວາມສະດວກ ສຳລັບ ການຄ້າ ແລະ ການລົງທຶນ ຂັ້ນແຂວງ (ProFIT) ຈິ່ງຖືກສ້າງຂຶ້ນ ພາຍໃຕ້ ການຊີ້ນຳຂອງ ສຄອ ແຫ່ງຊາດ ແລະ ການສະ ໜັບໜູນທຶນຈາກ MBI. PCI ໄດ້ຮັບການຍອມຮັບວ່າ ເປັນເຄື່ອງມືການປະເມີນທີ່ມີປະສິດທິພາບ, ມີຕົວຊີ້ວັດທີ່ຊັດເຈນ, ວັດແທກໄດ້ ແລະ ແມ່ນໜຶ່ງໃນເຄື່ອງມືຫລັກ ໃນການປັບປຸງ ແລະ ພັດທະນາການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ກັບການດຳເນີນທຸລະກິດ ໃນ ສປປ ຫວຽດນາມ.

ຈຸດປະສົງ

  • ວິເຄາະ ແລະ ປຽບທຽບ ສະພາບແວດລ້ອມຂອງການດຳເນີນທຸລະກິດຂອງຜູ້ປະກອບການທີ່ຢູ່ໃນ 17 ຂອງ ສປປ ລາວ ທີ່ຕິດພັນກັບການຈັດຕັ້ງປະຕິບັດ ແລະ ບັງຄັບໃຊ້ນະໂຍບາຍ, ກົດໝາຍ ແລະ ກົດລະບຽບຕ່າງໆຂອງພາກລັດ
  • ປະເມີນຄຸນະພາບການໃຫ້ບໍລິການຂອງພາກລັດ ແລະ ຈັດລະດັບແຂວງ ທີ່ມີຂີດຄວາມສາມາດສູງ ທາງດ້ານການອຳນວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ ແລະ  ການສົ່ງເສີມຂີດຄວາມສາມາດຂອງຜູ້ປະກອບການພາຍໃນ

ຜົນໄດ້ຮັບ ສໍາລັບລັດຖະບານສູນກາງ

  • ໄດ້ຮັບຂໍ້ມູນພື້ນຖານທີ່ສຳຄັນ ໃນການສົມທຽບການບໍລິການພາກລັດໃນແຕ່ລະແຂວງ, ເພື່ອນຳໄປສູ່ການແບ່ງປັນວິທີການດໍາເນີນການທີ່ດີຂອງແຂວງທີ່ໄດ້ຄະແນນ ສູງ ໃຫ້ແກ່ ແຂວງອື່ນ ແລະ ເພື່ອການຊອກຫາວິທີປັບປຸງແກ້ໄຂແຂວງ ທີ່ຍັງມີບັນຫາ.
  • ເປັນເຄື່ອງມືຊີ້ວັດທີ່ວັດແທກໄດ້ ໃຫ້ລັດຖະບານສູນກາງ ໃນການປະເມີນແລະ ຕິດ ຕາມກວດກາການຈັດຕັ້ງປະຕິບັດແລະ ການບໍລິການຕ່າງໆ ທີ່ໃຫ້ແກ່ ພາກທຸລະກິດ ທີ່ຈັດຕັ້ງປະຕິບັດໃນແຕ່ລະແຂວງ ຕາມສະພາບຕົວຈິງຈາກມຸມມອງຂອງພາກທຸລະກິດ

ຜົນໄດ້ຮັບ ສໍາລັບ ລັດຖະບານ ຂັ້ນແຂວງ

  • ເປັນຂໍ້ມູນອ້າງອີງພື້ນຖານ ສໍາລັບການປັບປຸງການຈັດຕັ້ງປະຕິບັດບໍລິການພາກລັດ ໃຫ້ແກ່ ພາກທຸລະກິດເອກະຊົນທັງໄລຍະສັ້ນ ແລະ ໄລຍະຍາວ. ແຂວງທີ່ໄດ້ຮັບການປະເມີນອັນດັບສູງ ແມ່ນຈະຊ່ວຍດືງດູດການລົງທຶນໄດ້ຫລາຍຂຶ້ນ
  • ການປະເມີນດັດຊະນີດັ່ງກ່າວ ແມ່ນບໍ່ໄດ້ອີງໃສ່ຂໍ້ຈຳກັດຂອງໂຄງລ່າງພື້ນຖານ ແລະ ຄວາມອຸດົມສົມບູນຂອງຊັບພະຍາກອນ ຫລື ທີ່ຕັ້ງຂອງແຂວງ, ແຕ່ຈະສຸມໃສ່ພຽງການຈັດຕັ້ງປະຕິບັດວຽກງານຂອງພາກລັດ ດັ່ງນັ້ນ, ເຖີງແມ່ນຈະເປັນແຂວງນ້ອຍ ກໍ່ອາດໄດ້ ຮັບການປະເມີນໃຫ້ຢູ່ໃນອັນດັບສູງໄດ້, ທຸກແຂວງຈະໄດ້ຮັບການປະເມີນບົນພື້ນຖານ ທີ່ເທ່ົາກັນ

    ຜົນໄດ້ຮັບ ສໍາລັບ ພາກທຸລະກິດ

  • ໄດ້ນໍາສະເໜີບັນຫາທີ່ພົບພໍ້ ຕິດພັນກັບ ການບໍລິການພາກລັດ ໃຫ້ແກ່ ພາກລັດ ເພື່ອນຳໄປສູ່ການປັບປຸງຄຸນນະພາບການບໍລິການຂອງພາກລັດ ແລະ ນຳໄປສູ່ການສ້າງສິ່ງອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ ໃນແຕ່ລະທ້ອງຖິ່ນ.
  • ມີສ່ວນທີ່ສໍາຄັນໃນການໃຫ້ຄໍາເຫັນໂດຍກົງ ຕໍ່ການດໍາເນີນການ ການບໍລິການພາກລັດ ຂອງແຕ່ລະແຂວງ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword