Welcome Dinner SUSTOUR Laos FAM Trip Networking Event

Welcome Dinner SUSTOUR Laos FAM Trip Networking Event

ໃນຕອນຄໍ່າ ຂອງ ວັນທີ 26 ກັນຍາ 2023 ທີ່ ຮ້ານອາຫານ ຂອບໃຈເດີ. ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ, ອົງການແພລນສາກົນ ປະຈໍາ ສປປ ລາວ ແລະ ສູນສະຫະພາບເອີຣົບ ດ້ານການທ່ອງທ່ຽວນິເວດ ແລະ ກະສິກໍາ

ໄດ້ຈັດງານລ້ຽງພົບປະ ແລະ ຕ້ອນຮັບ ຄະນະຜູ້ແທນຕ່າງປະເທດ ແລະ ສື່ມວນຊົນທີ່ເດີນທາງຕິດຕາມຄະນະເຂົ້າມາບັນທຶກພາບການ ເຂົ້າມາຮ່ວມຈັດກິດຈະກໍາສົ່ງເສີມ ການທ່ອງທ່ຽວລາວແບບຍືນຍົງ “Welcome Dinner SUSTOUR Laos FAM Trip Networking Event”, ໃນງານລ້ຽງດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍທ່ານ  ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ  ໄຊສົມເພັດ ນໍລະສິງ ຫົວໜ້າກົມສົງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ H.E. Ina Marčiulionytė EU Ambassador to Lao PDR, ທ່ານ Connor Bedard, Project Manager of SUSTOUR Laos ແລະ ມີແຂກເຂົ້າຮ່ວມຈາກຄະນະຜູ້ແທນຈາກບັນດາປະເທດຕ່າງໆ ລວມທັງຫມົດ 16 ທ່ານ ທີ່ມາຈາກ 4 ພາກສ່ວນຄື: ຜູ້ມີຊື່ສຽງ (ເນັດໄອ ດໍ), ສື່ມ່ວຍຊົນຕ່າງປະເທດ, ຕົວແທນ ການທ່ອງທ່ຽວ ແລະ ບໍລິສັດທ່ອງທ່ຽວ ເຂົ້າມາບັນທຶກພາບການ ແລະ ຮ່ວມຈັດກິດຈະກໍາ ສົ່ງເສີມການທ່ອງທ່ຽວລາວແບບຍືນຍົງ ແລະ ທ່ຽວຊົມສະຖານທີ່ຕ່າງໆຂອງປະເທດລາວ ເພື່ອຊ່ວຍເປັນສື່ກາງໃນການໂຄສະນາເຜີຍແຜ່ຜະລິດຕະພັນ ແລະ ການທ່ອງທ່ຽວ ຂອງ ສປປ ລາວ ໃຫ້ເປັນທີ່ຮັບຮູ້ວົງກ້ວາງໃນຕະຫລາດອຸດສາຫະກໍາການທ່ອງທ່ຽວສາກົນ.

ສຄອຊ ເຫັນວ່າເປັນໂອກາດອັນດີ ຂອງຜູ້ປະກອບການ ໃນ ສປປ ລາວ ທີ່ນອນໃນຂະແຫນງ ການທ່ອງທ່ຽວ ແລະ ຂະແຫນງການຜະລິດ ໂດຍສະເພາະ ບໍລິສັດທ່ອງທ່ຽວ, ບໍລິສັດຕົວແທນການທ່ອງທ່ຽວ, ໂຮງແຮມ ແລະ ຮ້ານອາຫານ, ຫັດຖະກໍາ, ການຂົນສົ່ງ, ການທ່ອງທ່ຽວເຊີ່ງວັດທະນາທໍາ  ຈະໄດ້ໂຄສະນາການທ່ອງທ່ຽວລາວ ລວມເຖີງຮິດຄອງ ປະເພນີ, ວັດທະນາທໍາ ແລະ ຜະລິດຕະພັນຂອງຄົນລາວ, ມີໂອກາດພົບປະກັບຄະນະ ຜູ້ແທນຕ່າງປະເທດ, ໄດ້ແລກປ່ຽນປະສົບການກ່ຽວກັບທຸລະກິດຮ່ວມກັນ ແລະ ສ້າງສາຍພົວພັນທີ່ດີກັບບັນດາຄະນະທຸກທ່ານທີ່ມາຮ່ວມໃນກິດຈະກໍາດັ່ງກ່າວ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword