ກອງປະຊຸມປຶກສາຫາລືພາກທຸລະກິດ ຂະແໜງການຜະລິດ

ກອງປະຊຸມປຶກສາຫາລືພາກທຸລະກິດ ຂະແໜງການຜະລິດ

ວັນທີ 24 ມີນາ 2022, ທີ່ ນະຄອນຫລວງວຽງຈັນ,  ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໃນນາມ ກອງເລຂາກອງປະຊຸມທຸລະກິດລາວ, ໄດ້ຈັດກອງປະຊຸມປຶກສາຫາລືພາກທຸລະກິດ ສໍາລັບຂະແໜງ ການຜະລິດຂື້ນ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ ທີ່ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອໃຫ້ຜູ້ປະກອບການໃນຂະແໜງການຜະລິດ ປຶກສາຫາລືບັນຫາ ທີ່ເປັນຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດຂອງຕົນໃຫ້ໜ່ວຍງານປຶກສາຫາລືຮັບຊາບ ແລະ ເພື່ອຄັດຈ້ອນເອົາບັນດາຂໍ້ຫຍຸ້ງຍາກທີ່ເປັນບູລິມະສິດຂອງຂະແໜງການ ກະກຽມນໍາສະເໜີໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ພິຈາລະນາແກ້ໄຂ.

ກອງປະຊຸມດັ່ງກ່າວແມ່ນໄດ້ຮັບກຽດ ເປັນປະທານຮ່ວມໂດຍ ທ່ານ ວັນທອງ ສິດທິກຸນ, ຮອງປະທານ ສຄອຊ ຫົວໜ້າໜ່ວຍງານປຶກສາຫາລືຂະແໜງການຜະລິດ, ແລະ ທ່ານ ໄຊບັນດິດ ຣາຊະພົນ, ຮອງປະທານ ສຄອຊ, ຮອງຫົວໜ້າໜ່ວຍງານປຶກສາຫາລືຂະແໜງການຜະລິດ. ນອກນັ້ນ, ຍັງມີບັນດາຜູ້ເຂົ້າຮ່ວມກໍຄື ຕາງໜ້າ ຈາກ ສະມາຄົມອຸດສາຫະກໍາປຸງແຕ່ງໄມ້ສໍາເລັດຮູບແຫ່ງຊາດລາວ ແລະ ສະມາຊິກ, ສະມາຄົມອຸດສາຫະກໍາຕັດຫຍິບລາວ, ກຸ່ມຜູ້ຜະລິດເກືອ, ກຸ່ມຜູ້ຜະລິດຊີມັງ, ກຸ່ມຜະລິດເຫຼັກເສັ້ນ ສປປ ລາວ ແລະ ບັນດາຜູ້ປະກອບທຸລະກິດ ໃນຂະແໜງການຜະລິດ.

ບັນຫາທີ່ຜູ້ປະກອບການ ຂະແໜງການຜະລິດ ໄດ້ຍົກຂຶ້ນໃນ ກອງປະຊຸມ ໃນຄັ້ງນີ້ ລວມມີ:

  • ຄ່າໃຊ້ຈ່າຍທີ່ຕິດພັນກັບການຂົນສົ່ງສິນຄ້າ ແລະ ການບໍລິການທ່າບົກ (ທ່ານາແລ້ງ) ສູງ;
  • ການແບ່ງຂອບເຂດຮັບຜິດຊອບໃນການຄຸ້ມຄອງວຽກງານປຸງແຕ່ງໄມ້ ແລະ ເຟີນິເຈີ ຍັງບໍ່ຊັດເຈນ;
  • ການກວດກາຜະລິດຕະພັນໄມ້ ແລະ ນະໂຍບາຍສົ່ງເສີມຂະແໜງດັ່ງກ່າວ ເພື່ອສົ່ງອອກ ໃຊ້ເວລາດົນ;
  • ຂໍ້ມູນໂຄຕ້າການສົ່ງອອກບໍ່ຊັດເຈນ;
  • ການແຂ່ງຂັນຈາກສິນຄ້າທີ່ນໍາເຂົ້າມາຂາຍຍັງບໍ່ຖືກຕ້ອງຕາມລະບຽບກົດໝາຍ;
  • ການຈັດຊື້-ຈັດຈ້າງ ແລະ ການຊໍາລະສະສາງສໍາລັບອົງການຂອງລັດຖະບານ;
  • ການຂຶ້ນທະບຽນ ອຍ ສໍາລັບຜະລິດຕະພັນທີ່ນໍາໃຊ້ໃນໄລຍະ COVID-19;
  • ບັນຫາທີ່ຕິດພັນກັບການຜັນຜວນຂອງອັດຕາແລກປ່ຽນ;
  • ຂັ້ນຕອນການເຂົ້າມາຂອງຊ່ຽວຊານຕ່າງປະເທດໃນໄລຍະໂຄວິດ 19;
  • ການກວດສຸຂະພາບແຮງງານ ຍັງມີຄ່າໃຊ້ຈ່າຍສູງ ແລະ ບໍ່ເອກະພາບ;
  • ບັນຫາການຂໍຄືນອາກອນມູນຄ່າເພີ່ມ;
  • ການຄຸ້ມຄອງສະມາຄົມທຸລະກິດ.

ຫລັງຈາກກອງປະຊຸມຄັ້ງນີ້, ກອງເລຂາກອງປະຊຸມທຸລະກິດລາວ ທີ່ປະຈໍາຢູ່ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັບ ໜ່ວຍງານປຶກສາຫາລື ຂະແໜງການຜະລິດ, ຈະໄດ້ຮວບຮວມບັນຫາບູລິມະສິດ ທີ່ຜູ້ເຂົ້າຮ່ວມໄດ້ສະເໜີ ແລະ ກະກຽມບົດສະເໜີບັນຫາ ເພື່ອສົ່ງໃຫ້ຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ຄົ້ນຄວ້າ ແລະ ກະກຽມສໍາລັບກອງປະຊຸມປຶກສາຫາລືລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນຂັ້ນຕໍ່ໄປ.

Write a Message

Your email address will not be published.

Related Posts

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword