ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ຢ້ຽມຢາມເຂົ້າຮ່ວມພົບປະ ແລະ ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈກັບ ສະຫະພາບສະພາການຄ້າ ແລະ ແລກປ່ຽນສິນຄ້າ ຕວັກກີ

ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສະຫະພາບສະພາການຄ້າ ແລະ ແລກປ່ຽນສິນຄ້າ ຕວັກກີ, ໃນວັນທີ 10 ກໍລະກົດ 2024, ທີ່ ປະເທດ ຕວັກກີ.

ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ໄປຢ້ຽມຢາມເຂົ້າຮ່ວມພົບປະ ແລະ ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈກັບ ສະຫະພາບສະພາການຄ້າ ແລະ ແລກປ່ຽນສິນຄ້າ ຕວັກກີ, ເຊິງຈຸດປະສົງຂອງການ ຢ້ຽມຢາມເຂົ້າຮ່ວມພົບປະ ແລະ ຮ່ວມເຊັນສັນຍາ ໃນຄັ້ງນີ້ແມ່ນເພື່ອເປັນການ ເພິ່ມການຮ່ວມມືໃນທາງດ້ານການຄ້າ ແລະ ເສດຖະກິດ, ເພື່ອອຳນວຍຄວາມສະດວກການຮ່ວມມືຫຼາຍຝ່າຍທາງດ້ານການຄ້າ, ການລົງທຶນ. ສົ່ງເສີມ ແລະ ຂະຫຍາຍການຄ້າການລົງທຶນ ແລະ ການໄຫຼວຽນຂອງເງິນຕາ. ແລະ ເພື່ອສ້າງຕັ້ງ ສະພາການຄ້າ ແລະ ອຸດສາຫະກຳ ຕວັກກີ-ລາວ.
ຈຸດປະສົງໃນການຮ່ວມມື
– ການຮ່ວມມື ແລະ ເພີ່ມທະວີການຮ່ວມມືລະຫວ່າງ ຕວັກກີ ແລະ ສປປ ລາວ ໃນຜົນກະທົບດ້ານບວກຕໍ່ກັບທຸລະກິດການຄ້າ, ການລົງທຶນ
– ສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ
– ຈັດຕັ້ງໃຫ້ມີກອງປະຊຸມ, ການຝຶກອົບຮົມ, ງານສຳມະນາ, ງານວາງສະແດງ ແລະ Business Matching
– ສະໜັບສະໜູນ, ປະສານງານ, ຂະຫຍາຍຜົນ, ດຳເນີນໂຄງການ ແລະ ແຜນງານທີ່ສົ່ງຜົນດີຕໍ່ກັບທຸລະກິດຂອງສອງປະເທດ
– ຊອກຫາ ແລະ ເຜີຍແຜ່ຂໍ້ມູນທາງທຸລິກິດທີ່ເປັນປະໂຫຍດໃຫ້ກັບພາກທຸລະກິດ (ຜ່ານສື່ພິມ, ວາລະສານ ແລະ ເອກະສານຕ່າງໆ)
– ຊຸກຍູ້ສົ່ງເສີມການຮ່ວມມືການເຊື່ອມໂຍງຮ່ວມມືລະຫວ່າງຕວັກກີ-ລາວໃນດ້ານຖະໜົນຫົນທາງ, ໂຄງລ່າງພື້ນຖານ, ສາຍການບິນ, ການເດີນເຮືອ ແລະ ອື່ນໆ

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword