ກອງປະຊຸມທາບທາມຄຳເຫັນໃສ່ (ຮ່າງ) ຂໍ້ຕົກລົງວ່າດ້ວຍ ການສ້າງຕັ້ງ ແລະ ຄຸ້ມຄອງຫ້ອງການຜູ້ຕາງໜ້າ ຂອງນິຕິບຸກຄົນຕ່າງ ປະເທດ ຢູ່ ສປປ ລາວ

ກອງປະຊຸມທາບທາມຄຳເຫັນໃສ່ (ຮ່າງ) ຂໍ້ຕົກລົງວ່າດ້ວຍ ການສ້າງຕັ້ງ ແລະ ຄຸ້ມຄອງຫ້ອງການຜູ້ຕາງໜ້າ ຂອງນິຕິບຸກຄົນຕ່າງ ປະເທດ ຢູ່ ສປປ ລາວ

ໃນຕອນເຊົ້າ ຂອງ ວັນທີ 6 ມີນາ 2018, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ສົມທົບກັບ ກົມສົ່ງເສີມການລົງທຶນ ຂອງກະຊວງແຜນການ ແລະ ການລົງທຶນ, ແລະ ກົມໂຄສະນາອົບຮົມກົດໝາຍ ຂອງກະຊວງຍຸຕິທຳ

ໄດ້ຮ່ວມກັນຈັດກອງປະຊຸມທາບທາມ ຄຳເຫັນແບບເປີດກວ້າງໃສ່ (ຮ່າງ)ຂໍ້ຕົກລົງວ່າດ້ວຍ ການສ້າງຕັ້ງ ແລະ ຄຸ້ມຄອງຫ້ອງ ການຜູ້ຕາງໜ້າ ຂອງ ນິຕິບຸກຄົນຕ່າງປະເທດ ຢູ່ ສປປ ລາວ ທີ່ໄດ້ເອົາລົງໃນ ຈົດໝາຍເຫດທາງລັດຖະການ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ວາລີ ເວດສະພົງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ Daniel Fitzpatrick, ຫົວໜ້າໂຄງການ USAID LUNA II, ຊຶ່ງມີຜູ້ເຂົ້າຮ່ວມ ຈາກພາກທຸລະກິດ ເປັນຕົ້ນ ບໍລິສັດທີ່ເປັນສະມາຊິກຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ແລະ ບັນດານັກທຸລະກິດຕ່າງປະເທດ ທີ່ມີຫ້ອງການຕາງໜ້າຕັ້ງຢູ່ ສປປ ລາວ ເຊິ່ງໃນນັ້ນລວມມີ ບໍລິສັດທີ່ປຶກສາກົດໝາຍ, ສະມາຄົມທຸລະກິດ, ສະພາທະນາຍ ຄວາມ ແລະ ພາກສ່ວນອື່ນໆ ລວມມີທັງໝົດ 45 ທ່ານ. ໃນການຈັດກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກ ໂຄງການ ຮ່ວມມື ລາວ-ສະຫະລັດ ເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ (USAID LUNA II Project).

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອແນະນຳໃຫ້ພາກທຸລະກິດ ເຫັນໄດ້ເຖິງຄວາມໝາຍ ແລະ ຄວາມສຳຄັນຂອງ ເວັບໄຊຈົດໝາຍເຫດທາງລັດຖະການ (EOG Website ຫຼື www.laoofficialgazette.gov.la), ຊຶ່ງຜູ້ເຂົ້າຮ່ວມໃນກອງປະຊຸມ ໄດ້ຮຽນຮູ້ເຖິງວິທີການນຳໃຊ້ ແລະ ຄວາມສຳຄັນຂອງເວັບໄຊຈົດໝາຍເຫດທາງລັດຖະການ ເປັນຕົ້ນ ວິທີການຄົ້ນຫານິຕິກຳທີ່ມີຜົນບັງຄັບທົ່ວໄປ ເຊິ່ງລວມມີ ນິຕິກຳທີ່ມີຜົນສັກສິດ, ນິຕິກຳປະກອບຄຳເຫັນ ແລະ ນິຕິກຳສະບັບເກົ່າ ຂອງບັນດາກະຊວງ ທະບວງກົມຕ່າງໆ ລວມທັງນິຕິກຳຂອງບັນດາຂັ້ນແຂວງໃນຂອບເຂດທົ່ວປະເທດ. ພ້ອມກັນນັ້ນ ຍັງສາມາດປະກອບຄໍາເຫັນໃສ່ຮ່າງນິຕິກຳ ທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ, ເພື່ອທາບທາມເອົາຄຳເຫັນຈາກ ສາທາລະນະຊົນ ເຊິ່ງຜູ້ທີ່ມີຄວາມສົນໃຈສາມາດຂຽນຄຳເຫັນຂອງຕົນລົງໃສ່ໃນເວັບໄຊດັ່ງກ່າວໄດ້. ສິ່ງສຳຄັນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳເຫັນໃສ່ (ຮ່າງ) ຂໍ້ຕົກລົງວ່າດ້ວຍ ການສ້າງຕັ້ງ ແລະ ຄຸ້ມຄອງຫ້ອງການຜູ້ຕາງໜ້າຂອງ ນິຕິບຸກຄົນຕ່າງ ປະເທດ ຢູ່ ສປປ ລາວ ຜ່ານການຄົ້ນຄວ້າ ແລະ ປຶກສາຫາລືທາງດ້ານເນື້ອໃນ ໂດຍມີການຈັດແບ່ງເປັນກຸ່ມໃນການແລກ ປ່ຽນປະສົບການ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ ຊຶ່ງໃນນີ້ຍັງໄດ້ຍົກໃຫ້ເຫັນເຖິງບັນຫາ, ອຸປະ ສັກ ແລະ ສິ່ງທ້າທາຍ ພ້ອມທັງຂໍ້ສະເໜີເພື່ອປັບປຸງແກ້ໄຂຂໍ້ຕົກລົງສະບັບດັ່ງກ່າວໃຫ້ສ່ອດຄ່ອງກັບສະພາບປັດຈຸບັນ ເຊິ່ງກອງປະຊຸມ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມປະກອບຄຳເຫັນຂອງຕົນ ໂດຍພິມລົງໃສ່ໃນເວັບໄຊຈົດໝາຍເຫດທາງລັດຖະການໂດຍກົງ.

ກອງປະຊຸມຄັ້ງນີ້ ປະກອບສ່ວນເຮັດໃຫ້ເນື້ອໃນຂອງ ຂໍ້ຕົກລົງສະບັບນີ້ ມີຄວາມສົມບູນ ແລະ ຄົບຖ້ວນຫຼາຍຂຶ້ນ ພ້ອມທັງສອດຄ່ອງກັບສະພາບຄວາມເປັນຈິງພາຍໃນປະເທດ. ທັງນີ້ກໍເພື່ອຮັບປະກັນເຮັດໃຫ້ການເຄື່ອນໄຫວ, ການສ້າງຕັ້ງ ແລະ ການຄຸ້ມຄອງ ຫ້ອງການຜູ້ຕາງໜ້າຂອງບໍລິສັດຕ່າງປະເທດ ຢູ່ ສປປ ລາວ ໃຫ້ເຄື່ອນໄຫວຖືກຕ້ອງ ແລະ ສ່ອດຄ່ອງຕາມກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ ເພື່ອແນ່ໃສ່ຮັບປະກັນສ້າງເງື່ອນໄຂການດຶງດູດ ແລະ ການສົ່ງເສີມການລົງທຶນຂອງຕ່າງປະເທດ ຢູ່ ສປປ ລາວ ໃຫ້ເປັນໄປຕາມນະໂຍບາຍການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະໃຫ້ນັບມື້ນັບຫຼາຍຂຶ້ນ ພ້ອມທັງແນ່ໃສ່ຊຊຸກຍູ້ສົາງເສີມ ຜົນປະໂຫຍດອັນຊອບທຳຂອງລັດ, ລວມໝູ່, ປະຊາຊົນ ແລະ ຜູ້ລົງທຶນຕ່າງປະເທດອີກດ້ວຍ.

ຄຳເຫັນຂອງຜູ້ເຂົ້າຮ່ວມໃນກອງປະຊຸມ ແມ່ນໄດ້ຖືກພິມລົງໃນເວັບໄຊຈົດໝາຍເຫດທາງລັດຖະການ ຕາມທີ່ຢູ່ນີ້ www.laoofficialgazette.gov.la ເຊິ່ງທ່ານສາມາດເຂົ້າເບິ່ງ ແລະ ສາມາດປະກອບຄຳເຫັນເພີ່ມເຕີມໄດ້.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword