ກອງປະຊຸມທາບທາມຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ວັນທີ 26 ມັງກອນ 2018

ກອງປະຊຸມທາບທາມຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ວັນທີ 26 ມັງກອນ 2018

ໃນວັນທີ 26 ມັງກອນ 2018, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ສົມທົບກັບ ສູນແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ ແລະ ກົມໂຄສະນາອົບຮົມກົດໝາຍ ທີ່ຂຶ້ນກັບ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມທາບທາມ ຄຳເຫັນແບບເປີດກວ້າງໃສ່ ຮ່າງກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດ ສະບັບປັບປຸງ ທີ່ໄດ້ເອົາລົງໃນ ຈົດໝາຍເຫດທາງລັດຖະການ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ອຸເດດ ສຸວັນນະວົງ, ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ Daniel Fitzpatrick, ຫົວໜ້າໂຄງການ USAID LUNA II, ຊຶ່ງມີຜູ້ເຂົ້າຮ່ວມ ຈາກພາກທຸລະກິດ ເປັນຕົ້ນ ບໍລິສັດທີ່ເປັນສະມາຊິກຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນນັ້ນ ລວມມີ ບໍລິສັດທີ່ປຶກສາກົດໝາຍ, ສະມາຄົມທຸລະກິດ, ສະພາທະນາຍຄວາມ ແລະ ອື່ນໆ ທີ່ກ່ຽວຂ້ອງກັບວຽກງານແກ້ໄຂຂໍ້ຂັດແຍ່ງ ແລະ ລວມທັງໝົດ 50 ທ່ານ. ການຈັດກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກ ໂຄງການ ຮ່ວມມື ລາວ-ສະຫະລັດ ເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ (USAID LUNA II Project).

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອແນະນຳໃຫ້ພາກທຸລະກິດ ເຫັນໄດ້ ຄວາມໝາຍ ແລະ ຄວາມສຳຄັນຂອງ ເວັບໄຊຈົດໝາຍເຫດທາງລັດຖະການ (EOG), ຊຶ່ງຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮຽນຮູ້ວິທີການນຳໃຊ້ເວັບໄຊຈົດໝາຍ ເຫດທາງລັດຖະການ ເປັນຕົ້ນ ວິທີການຊອກຫານິຕິກຳທີ່ມີຜົນບັງຄັບທົ່ວໄປທຸກສະບັບ ທີ່ໄດ້ປະກາດໃຊ້ແລ້ວ, ພ້ອມ ກັນນັ້ນ ຍັງສາມາດປະກອບຄຳເຫັນໃສ່ຮ່າງນິຕິກຳທີ່ອົງການສ້າງ ແລະ ປັບປຸງນິຕິກຳ ໄດ້ເອົາລົງໃນເວັບໄຊດັ່ງກ່າວ ເພື່ອ ທາບທາມຄຳເຫັນຈາກສາທາລະນະຊົນ ຊຶ່ງຜູ້ທີ່ສົນໃຈສາມາດຂຽນຄຳເຫັນຂອງຕົນລົງເວັບໄຊດັ່ງກ່າວໄດ້ໂດຍກົງ. ສິ່ງສຳ ຄັນ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບປັບປຸງ ໂດຍຜ່ານການຄົ້ນຄວ້າ, ປຶກສາຫາລືເນື້ອໃນກົດໝາຍ ແບບເປັນກຸ່ມທຸລະກິດທີ່ກ່ຽວຂ້ອງໃນແຕ່ລະຂົງເຂດ ໄດ້ປຶກສາຫາລື ແລະ ແລກປ່ຽນປະສົບການກ່ຽວກັບການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃນໄລຍະຜ່ານມາ ຊຶ່ງໄດ້ຍົກ ໃຫ້ເຫັນບັນຫາ, ອຸປະສັກ ແລະ ສິ່ງທ້າທາຍ ແລະ ສະເໜີການປັບປຸງແກ້ໄຂ.  ຄຳເຫັນທີ່ຄວາມສຳຄັນ ແລະ ກ່ຽວຂ້ອງ ຂອງກອງປະຊຸມ ແມ່ນໄດ້ພິມລົງໃນເວັບໄຊຈົດໝາຍເຫດທາງລັດຖະການ ໂດຍກົງ.

ກອງປະຊຸມຄັ້ງນີ້ ປະກອບສ່ວນເຮັດໃຫ້ເນື້ອໃນກົດໝາຍສະບັບປັບປຸງນີ້ ມີຄວາມສົມບູນ, ຄົບຖ້ວນຫຼາຍຂຶ້ນ ທັງ ສອດຄ່ອງກັບສະພາບຄວາມເປັນຈິງພາຍໃນປະເທດ. ທັງນີ້ ກໍເພື່ອເຮັດໃຫ້ ການເຄື່ອໄຫວ, ການຄຸ້ມຄອງ ແລະ ການກວດ ກາວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ມີຄວາມໂປ່ງໃສ ແລະ ມີການແຂ່ງຂັນໃຫ້ສູງຂຶ້ນເທື່ອລະກ້າວ, ຮັບປະ ກັນໃຫ້ຂໍ້ຂັດແຍ່ງໄດ້ຮັບການແກ້ໄຂ ຢ່າງສັນຕິວິທີ, ວ່ອງໄວ ແລະ ສາມາດຈັດຕັ້ງປະຕິບັດໄດ້ ແນໃສ່ຊຸກຍູ້ການດຳເນີນ ທຸລະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນ, ສ້າງສະພາບແວດລ້ອມທີ່ເອື້ອ ອຳນວຍໃຫ້ແກ່ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ຄຳເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ ໄດ້ເອົາລົງເວັບໄຊຈົດໝາຍເຫດທາງລັດຖະການຕາມ ຕາມທີ່ຢູ່ www.laoofficialgazette.gov.la ຊຶ່ງທ່ານສາມາດເຂົ້າເບິ່ງ ແລະ ສາມາດປະກອບຄຳເຫັນເພີ່ມເຕີມໄດ້.

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword