ກອງປະຊຸມວຽກງານຄຸ້ມຄອງແຮງງານ ແລະ ກອງປະຊຸມຮ່ວມອົງການສາມຝ່າຍ

ກອງປະຊຸມວຽກງານຄຸ້ມຄອງແຮງງານ ແລະ ກອງປະຊຸມຮ່ວມອົງການສາມຝ່າຍ

ກອງປະຊຸມວຽກງານຄຸ້ມຄອງແຮງງານ ແລະ ກອງປະຊຸມຮ່ວມອົງການສາມຝ່າຍ ໃນວັນທີ 07 ພະຈິກ 2024, ທີ່ຫ້ອງປະຊຸມ ໂຮງແຮມລາວພຣາຊ່າ, ນະຄອນຫຼວງວຽງຈັນ.

ທ່ານ ນາງ ດາວວະດີງ ພິລະໄຊພິທັກ, ຮອງເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ຜູ້ຊີ້ນຳວຽກງານພະແນກຕາງໜ້າຜູ້ໃຊ້ແຮງງານ, ສຄອຊ ພ້ອມວິຊາການທີ່ກ່ຽວຂ້ອງ ຂອງ ພະແນກພັດທະນາຜູ້ປະກອບການ ແລະ ກິດຈະກຳຕາງໜ້າຜູ້ໃຊ້ແຮງງານ, ສຄອຊ ໄດ້ເຂົ້າຮ່ວມກອງປະຊຸມວຽກງານຄຸ້ມຄອງແຮງງານ ແລະ ກອງປະຊຸມຮ່ວມອົງການສາມຝ່າຍ ແລະ ນຳສະເໜີບົດໃນກອງປະຊຸມ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ພົງສະຫວັນ ໄຊໂກສີ, ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໂດຍມີບັນດາ ທ່ານ ຄະນະກົມ, ຮອງກົມ, ພະແນກ ແລະ ວີຊາການທີ່ກ່ຽວຂ້ອງ ຈາກສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສູນກາງສະຫະພັນກຳມະບານ, ເຈົ້າໜ້າທີກວດກາແຮງງານ, ອ້ອມຂ້າງນະຄອນຫຼວງ, ເມືອງ ແລະ ມີບັນດາຊ່ຽວຊານຈາກ ສ. ເກົາຫຼີ ພາຍໃຕ້ໂຄງການໃຫ້ຄຳປືກສາແກ່ການປັບປຸງນິຕິກຳ ດ້ານແຮງງານຂອງ ສປປ ລາວ ເຂົ້າຮ່ວມສັງເກດການ ແລະ ປືກສາຫາລື ໃນກອງປະຊຸມດັ່ງກ່າວ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປືກສາຫາລື ວຽກງານຄຸ້ມຄອງແຮງງານ ແລະ ກິດຈະກຳທີ່ກ່ຽວຂ້ອງ ແລະ ການມີສ່ວນຮ່ວມ, ໃນການຈັດຕັ້ງ ແລະ ເຄື່ອນໄຫວວຽກງານຂອງກອງເລຂາຄະນະກຳມະທິການແຮງງານແຫ່ງຊາດ, ນອກນ້ັນ ກອງປະຊຸມ, ຍັງໄດ້ຮັບຟັງການນຳສະເໜີຈາກ ທາງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ສຄອຊ ແລະ ສູນກາງສະຫະພັນກຳມະບານ ຕໍ່ວຽກງານຄຸ້ມຄອງແຮງງານ ແລະ ວຽກງານທີ່ຕິດພັນກັບການພັດທະນາແຮງງານ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword