ກອງປະຊຸມສະໄໝສາມັນຄັ້ງທີ VIII ຂອງສະພາທີ່ປຶກສາອາຊີວະສຶກສາ ແລະ ພັດທະນາສີມືແຮງງານ ແຫ່ງຊາດ

ກອງປະຊຸມສະໄໝສາມັນຄັ້ງທີ VIII ຂອງສະພາທີ່ປຶກສາອາຊີວະສຶກສາ ແລະ ພັດທະນາສີມືແຮງງານ ແຫ່ງຊາດ

ກອງປະຊຸມສະໄໝສາມັນຄັ້ງທີ່ VIII ຂອງສະພາທີ່ປຶກສາອາຊີວະສຶກສາ ແລະ ພັດທະນາສີມືແຮງງານ ແຫ່ງຊາດຄັ້ງວັນທີ 19 ກັນຍາ 2018, ທີ່ ໂຮງແຮມ ລ້ານຊ້າງ ນະຄອນຫຼວງວຽງຈັນ.

ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາ ແລະ ກິລາ, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ທ່ານ ຮສ.ປອ. ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາ.  ກອງປະຊຸມສະໄໝສາມັນ ຂອງ ສອພຊ ຂື້ນລວມແລ້ວຄັ້ງນີ້ເປັນຄັ້ງທີ VIII ແລະ ປີນີ້ເປັນປິທີ 16 ນັບແຕ່ສະພາເຮົາໄດ້ສ້າງຕັ້ງຂື້ນໃນປີ 2002 ເປັນຕົ້ນມາ ແລະ ເປັນປີທີ 8 ທີ່ສະພາພວກເຮົາໄດ້ປ່ຽນຊື່ ຈາກສະພາທີ່ປຶກສາອາຊີວະສຶກສາແຫ່ງຊາດ ມາເປັນສະພາທີ່ປຶກສາອາຊີວະສຶກສາ ແລະ ພັດທະນາສີມືແຮງງານ ແຫ່ງຊາດ.

ສອຊ ເປັນອົງການຈັດຕັ້ງຮ່ວມຂອງລັດ ແລະ ເອກະຊົນ ໂດຍມີ 3 ພາກສ່ວນຫຼັກຢູ່ໃນຄະນະປະທານຄື ກະຊວງສຶກສາ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ເປັນການຈັ້ງຕັ້ງທີ່ບໍ່ປະຈຳການ ມີພາລະບົດບາດ ແລະ ໜ້າທີ່ໃນການຄົ້ນຄວ້າ ແລະ ໃຫ້ຄໍາປຶກສາກ່ຽວກັບນະໂຍບາຍ ແລະ ຍຸດທະສາດສຳລັບການພັດທະນາວຽກງານອາຊີວະສຶກສາ ແລະ ພັດທະນາສີມືແຮງງານ, ເປັນອົງການປະສານງານລະຫວ່າງພາກລັດ ແລະ ພາກເອກະຊົນ ແລະ ເປັນເວທີໃນການປຶກສາຫາລືກ່ຽວກັບ ການສ້າງ ແລະ ພັດທະນາກຳລັງແຮງງານ. ກອງປະຊຸມໃນຄັ້ງນີ້ມີສະມາຊິກຜູ້ເຂັ້າຮ່ວມຈາກຫຼາຍພາກສ່ວນ ມີຫົວໜ້າກົມ, ຮອງກົມ, ປະທານສະມາຄົມ, ຫົວໜ້າໜ່ວຍງານກຸ່ມອາຊີບ, ນັກວິຊາການຈາກຂະແໜງການຕ່າງໆ ແລະ ແຂກທີ່ມີກຽດທັງພາຍໃນ ແລະ ຕ່າງປະເທດ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword