ກອງປະຊຸມສຳມະນາທາງດ້ານຜູ້ປະກອບການ ໃນຫົວຂໍ້: ການສົ່ງເສີມຄວາມອາດສາມາດໃນການສ້າງຜົນກຳໄລລະດັບສູງ ສຳລັບການສົ່ງອອກຜະລິດຕະພັນຊາ ສູ່ຕະຫຼາດສາກົນ

ກອງປະຊຸມສຳມະນາທາງດ້ານຜູ້ປະກອບການ ໃນຫົວຂໍ້: ການສົ່ງເສີມຄວາມອາດສາມາດໃນການສ້າງຜົນກຳໄລລະດັບສູງ ສຳລັບການສົ່ງອອກຜະລິດຕະພັນຊາ ສູ່ຕະຫຼາດສາກົນ

ໃນວັນທີ 13 ມີນາ 2018, ເວລາ 8:00 – 12:10 ທີ່ ສຄອ ແຫ່ງຊາດລາວ ໄດ້ມີການຈັດ ກອງປະຊຸມສຳມະນາທາງດ້ານຜູ້ປະກອບ   ການ ໃນຫົວຂໍ້: ການສົ່ງເສີມຄວາມອາດສາມາດໃນການສ້າງຜົນກຳໄລລະດັບສູງ ສຳລັບການສົ່ງອອກຜະລິດຕະພັນຊາ ສູ່ຕະຫຼາດສາກົນ.

ໃຫ້ກຽດເປັນປະທ່ານຮ່ວມໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ໄຊສົມເພັດ ນໍລະສິງ, ຮັກສາການຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ Jerome DUBOIS MERCENT, ທີ່ປຶກສາອາວຸໂສ, ອົງການສະຫະປະ ຊາຊາດເພື່ອການພັດທະນາປະຈຳລາວ.

ວັດຖຸປະສົງຂອງກອງປະຊຸມ:

  1. ເພື່ອອະທິບາຍກ່ຽວກັບຄຸນລັກສະນະຂອງການເຕີບໂຕຂອງຂະແຫນງການຜະລິດ, ລາຄາທີ່ແພງ, ຕະຫລາດສໍາລັບຜະລິດຕະພັນຊາ ໃນເສດຖະກິດຕໍ່ຫນ້າ ແລະ ຜົນປະໂຫຍດທີ່ຈະຮັບ ສໍາລັບ ສປປ ລາວ.
  2. ເພື່ອໃຫ້ຄໍາແນະນໍາ ແລະ ເປັນທີ່ປືກສາໃຫ້ແກ່ຜູ້ຜະລິດ ກ່ຽວກັບໂຄງສ້າງຂອງພາກເອກະຊົນໃຫມ່ ສໍາລັບອຸດສາຫະກໍາຊາລາວ – ກຸ່ມການຕະຫລາດຂອງຜູ້ຜະລິດຊາລາວເພື່ອສົ່ງອອກ – ການອອກແບບ ຕໍ່ກັບຜົນກະທົບລະຫວ່າງປະເທດ ແລະ ຜູ້ຜະລິດທີ່ມີມຸ້ງເນັ້ນຕໍ່ການສົ່ງອອກ ມີ:

ກ) ຮ່ວມມືກັນເພື່ອເສີມສ້າງປະສິດທິພາບທີ່ດີສຸດ(ຕົວຢ່າງ: ການຕະຫລາດ, ການຢັ້ງຢືນ, ການຝຶກອົບຮົມ, ການພັດທະນາຜະລິດຕະພັນ, ແລະ ການພັດທະນາມາດຕະຖານຊາລາວແບບພິເສດ ແລະ ເຮັດການສົ່ງເສີມໃຫ້ແກ່ຜູ້ທີ່ດື່ມນໍ້າຊາຈາກຕ່າງປະເທດ).

ຂ) ສາມາດເຂົ້າເຖິງຄວາມຮູ້ ກ່ຽວກັບຕະຫລາດຕ່າງປະເທດ, ແນວໂນ້ມຕະຫລາດ, ພຶດຕິກໍາການດື່ມຊາຂອງຜູ້ບໍລິໂພກຕ່າງປະເທດ ບວກກັບຂໍ້ມູນທາງດ້ານເຕັກນິກ, ຄວາມຕ້ອງການຂອງການສົ່ງອອກ ແລະ ນໍາເຂົ້າ ແລະ ອື່ນໆ ທີ່ ສຄອຊ.

ຄ) ກໍານົດມາດຕະຖານ ແລະ ລະບຽບວິໄນ ສໍາລັບກິດຈະກໍາທົ່ວໄປ.

ງ) ຈັດກິດຈະກໍາຮ່ວມ ໃນການສ້າງຍີ່ຫໍ້ຂອງຜະລິດຕະພັນຊາລາວ ໃຫ້ເປັນທີ່ຮູ້ຈັກ/ເປັນທີນິຍົມ ໃນລະດັບສາກົນ ເພື່ອໃຫ້ສາມາດຂາຍ ໃນລາຄາແພງທີ່ມີລາກຫລາຍຜະລິດຕະພັນ, ຍີ່ຫໍ້ຂອງຜະລິດຕະພັນຊາ (ແລະ ຜະລິດຕະພັນທີ່ກ່ຽວຂ້ອງກັນອື່ນໆ) ຈາກພູມສັນຖານທີ່ແຕກຕ່າງກັນ, ພີື້ນທີ ທີ່ໂດນເດັ່ນ ໃນ ສປປ ລາວ.

ຈ) ການນໍາໃຊ້ໃບທະບຽນ ຂອງມາດຕະຖານຂອງຍີ່ຫໍ້ຂອງຜະລິດຕະພັນໂດຍຜູ້ສົ່ງອອກ  ເຊີ່ງພວກເຂົາຕ້ອງໄດ້ ປະຕິບັດຕາມມາດຕະຖານທີ່ກຳນົດໄວ້.

ກິດຈະກໍາຂອງກອງປະຊຸມສໍາມະນາ

ກອງປະຊຸມສໍາມະນາ ຈະນໍາສະເຫນີພາບລວມໂດຍຫຍໍ້ກ່ຽວກັບຕະຫລາດໃນຂົງເຂດຂອງສະຫະພາບຢູໂລບ ແລະ ອະທີບາຍວ່າດ້ວຍເຫດໃດຕະຫຼາດ​ຈິ່ງເປັນຕະຫລາດທີ່ມີຄວາມອາດສາມາດສໍາລັບຜະລິດຕະພັນຊາ ຂອງ ສປປ ລາວ ແລະ ຈະເຮັດແນວໃດ ເພື່ອໃຫ້ເກີດຜົນປະໂຫຍດຈາກການນນໍາໃຊ້ໂອກາດດັ່ງກ່າວ, ເຊີ່ງລວມມີ:

  • ພາບລວມຂອງຕະຫລາດ – ພາບລວມຂອງຜູ້ບໍລິໂພກຕໍ່ກັບຜະລິດຕະພັນຊາ, ປະຫວັດ, ສະພາບໃນປະຈຸບັນ ແລະ ທ່າອ່ຽງ (ແນວໂນ້ມ) ເຊີ່ງສະແດງໃຫ້ເຫັນເຖີ່ງ ຜູ້ບໍລິໂພກຈະຍອມຈ່າຍເງີນຫຍັງແນ່ໃນມື້ຕໍ່ໄປ ໂດຍສະເພາະຂະແຫນງຊາ.
  • “ຜູ້ບໍລິໂພກທີ່ມີຄຸນນະທໍາ ຫລື ຈະລິຍະທຳ” ຄຸນລັກສະນະ ແລະ ທ່າອ່ຽງ ຂອງຜູ້ບໍລິໂພກ – ສະພາບໂດຍລວມ ແລະ ສະເພາະຂອງປະເພດເຄື່ອງດື່ມ/ຊາ.
  • ການສົ່ງເສີມຜະລິດຕະພັນຊາຂອງລາວໃນຕ່າງປະເທດ, ໃຫ້ຄໍາແນະນໍາໂດຍລວມກ່ຽວກັບການວ່າງຕໍໍ່າແຫນ່ງຂອງຍີ່ຫໍ້ສິນຄ້າ ໃນຕ່າງປະເທດ ສໍາລັບ ສປປ ລາວ ແລະ ຄົນລາວ ໂດຍສະເພາະແລ້ວຜະລິດຕະພັນຊາ. ບົດລາຍງານຫຍໍ້ກ່ຽວກັບບົດສຶກສາຂອງຜູ້ບໍລິໂພກ ແລະ ນໍາສະເຫນີກ່ຽວກັບຍີ່ຫໍ້ຂອງຜະລິດຕະພັນລາວ.

ກອງປະຊຸມສໍາມະນາ ຍັງຈະໃຫ້ຄໍາແນະນໍາສຳລັບການພັດທະນາຍຸດທະສາດໃນອານາຄົດຂອງພາກທຸລະກິດ ທັງໄລຍະສັ້ນ ແລະ ໄລຍະຍາວ ເຊິ່ງລວມມີ:

ກ) ຜະລິດຕະພັນຊາຈາກລາວ – ເພື່ອໃຫ້ຜູ້ບໍລິໂພກເຫັນໄດ້ວ່າເປັນຫນຶ່ງທາງດ້ານລົດຊາດດີທີ່ສຸດຂອງໂລກ – ທີ່ມີມາດຕະຖານສູງສຸດ.

ຂ)  ອຸດສາຫະກໍາທີ່ໄດ້ຮັບຄວາມນ່າເຊື່ອຖືຈາກຜູ້ບໍລິໂພກຊາຈາກຕ່າງປະເທດ ເຊີ່ງດຳເນີນທຸລະກິດໂດຍຄົນລາວເອງ.

ຄ)  ນະໂຍບາຍໄລຍະສັ້ນ ແລະ ຍຸດທະສາດໄລຍະຍາວ:

  • ວິທີ່ການເພື່ອໃຫ້ບັນລຸການຂາຍຜະລິດຕະພັນຊາທີ່ມີມູນຄ່າສູງ ເຊິ່ງເປັນໄປຕາມມາດຕະຖານສາກົນ, ແລະ ເປັນສ່ວນຫນຶ່ງຂອງໂຄງການລິເລີ່ມໄລຍະສັ້ນ.
  • ວິທີການຮັບຮອງ, ຍີ່ຫໍ້ສິນຄ້າ ແລະ ການສົ່ງເສີມ ເພື່ອໃຫ້ໄດ້ປະສິດທິພາບທີ່ສູງທີ່ສຸດ – ໃນໂຄງການລິເລີ່ມ ໄລຍະຍາວ.
  • ຜູ້ຜະລິດ/ຜູ້ດຳເນີນການ ສາມາດເຮັດການສົ່ງເສີມຍີ່ຫໍ້ທີ່ໂດດເດັ່ນຂອງຕົນເອງແນວໃດ ແລະ ມີຜົນສໍາເລັດໂດຍລວມໃນຍີ່ຫໍ້ຜະລິດຕະພັນຊາ.

ກອງປະຊຸມ ແມ່ນຈະນໍາສະເຫນີໂຄງສ້າງການຮ່ວມມືຮູບແບບໃຫມ່, ກຸ່ມຄວບຄຸ້ມຄຸນນະພາບ ແລະ ຜູ້ຜະລິດຊາລາວເພື່ອສົ່ງອອກເຊີ່ງດຳເນີນໂດຍສະມາຊິກຂອງພາກທຸລະກິດ, ການລະດົມຊັບພະຍາກອນ, ການຊຸກຍູ້ທາງດ້ານມາດຕະຖານ, ການແນ່ໃສ່ຕະຫລາດທີ່ດີທີ່ສຸດ ແລະ ການສົ່ງເສີມຢ່າງແຂງແຮງໄປສູ່ຕະຫລາດເຫລົ່ານັ້ນ. ການປືກສາຫາລືໃນກອງປະຊຸມ ແມ່ນຈະກວມເອົາການໃຫ້ຄໍາແນະນໍາ ແລະ ທັດສະນະກ່ຽວກັບ:

ກ) ໂຄງສ້າງ; ການຮັບຮອງ, ການກວດກາ, ການທົດລອງ; ມາດຕະຖານຂອງຜະລິດຕະພັນ; ຄວາມຮັບຜິດຊອບທາງດ້ານມາດຕະຖານ, ສູນຄວາມຮູ້/ຊັບພະຍາກອນ, ການໃສ່ຍີ່ຫໍ້ສິນຄ້າ ແລະ ໃບທະບຽນ; ການສົ່ງເສີມການຂາຍ ແລະ ຕະຫລາດຕ່າງປະເທດ; ການລະດົມທຶນ.

ຂ)  ການສ້າງຍີ່ຫໍ້ສະເພາະບຸກຄົນ ໂດຍໄດ້ຮັບການສະຫນັບສະຫນູນຈາກການສ້າງຍີ່ຫໍ້ສິນຄ້າ ແລະ ການສົ່ງເສີມການຂາຍຮ່ວມກັນ ຂອງຜູ້ຊ່ຽວຊານ ພາຍໃຕ້ຍີ່ຫໍ້ລາວ.

ຄ)  ກົນໄກການຂາຍຮ່ວມ.

ງ)  ການສົ່ງເສີມການຂາຍຮ່ວມ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword