ການຝຶກອົບຮົມ ໃນຫົວຂໍ້ “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ”  ທີ່ ແຂວງ ຈຳປາສັກ

ການຝຶກອົບຮົມ ໃນຫົວຂໍ້ “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ” ທີ່ ແຂວງ ຈຳປາສັກ

ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2019 ທີ່ ໂຮງແຮມ ຈໍາປາສັກແກນ, ນະຄອນປາກເຊ, ແຂວງ ຈຳປາສັກ ໄດ້ມີພິທີເປີດ ການຝຶກອົບຮົມ ໃນຫົວຂໍ້ ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ ຫລື Professional Employee Development Program

ເຊີ່ງຈະໄດ້ເນີນເປັນເວລາທັງໝົດ 5 ວັນເຕັມ ໃນວັນທີ 20 – 24 /05/2019. ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີເປີດ ໂດຍ ທ່ານ ນາງ ບຸນເຮືອງ ລິດັງ, ປະທານ ສະພາການຄ້າ ແລະ ອຸດສະຫະກຳແຂວງ ຈຳປາສັກ, ທ່ານ ວັນທອງ  ສິດທິກຸນ, ຮອງປະທານ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ,  ທ່ານ ນາງ Tomoe WATANABE (ໂທໂມະ ວາຕານາເບະ), ຜູ້ປະສານງານ ສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງ ແຫ່ງ ປະເທດຍີ່ປຸ່ນ (AOTS) ປະຈຳພາກພື້ນ,ທ່ານ Mochizuki ( ໂມຊິຊູກິ)      ອໍານວຍການໃຫຍ່ ບໍລິສັດ ປາກເຊ-ຢີ່ປຸ່ນ SME  ພັດທະນາ ຈຳກັດ (PJSEZ) ແລະ ທ່ານ ພູລິນ ຄູວິທະຍາກອນ ແລະ ຄູຝຶກ  ຈາກສະມາຄົມສົ່ງເສີມດ້ານເຕັກໂນໂລຊີ  (TPA) ແຫ່ງປະເທດໄທ.

ການຝຶກອົບຮົມໃນຫົວຂໍ້ ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ ຫລື Professional Employee Development Programເກີດຂື້ນໂໄດຍການຮ່ວມມືກັນລະຫວ່າງ  ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ,  ສຄອ ແຂວງ ຈປາສັກ,  ສະມາຄົມ  ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງແຫ່ງປະເທດຍີ່ປຸ່ນ (AOTS),  ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ (Pakse – Japan SEM SEZ) ແລະ ສະມາຄົມສົ່ງເສີມດ້ານເຕັກໂນໂລຊີ (TPA) ແຫ່ງປະເທດໄທ ເຊີ່່ງໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກລັດຖະບານຍີ່ປຸ່ນ ໂດຍສະເພາະແມ່ນ ກະຊວງ ອຸດສະຫະກຳ ແລະ ການຄ້າແຫ່ງປະເທດຍີ່ປຸ່ນ(AEM-METI). ຈຸດປະສົງຂອງການຈັດຝຶກອົບຮົມ ກໍ່ເພື່ອ ເປັນການພັດທະນາ ບຸກຄະລາກອນ ຂອງ ລາວ ກໍ່ຄື ບັນດາຫົວໜ່ວຍທຸລະກິດ ຂອງ ປະເທດຍີ່ປຸ່ນ ທີ່ໄດ້ລົງທືນ ໃນ ສປປລາວ ແລະ ທຸລະກິດ ຂອງ ລາວໃຫ້ມີຄວາມເຂັ້ມແຂງ ແລະ ສາມາດບັນລຸຕາມເປົ້າໝາຍ ຂອງ ການດຳເນີນທຸລະກິດ  ເຊີ່ງໃນປີນີ້ ແມ່ນເປັນປີທີ 3 ແລ້ວ ທີ່ ສຄອ ແຫ່ງຊາດລາວ ໄດ້ຮັບການສະໜັບສະໜູນ ທາງດ້ານງົບປະມານ ໃນການຈັດຝຶກອົບຮົມ ຈາກ  ສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງ ແຫ່ງ ປະເທດຍີ່ປຸ່ນ (AOTS)  ແລະ ເປັນຄັ້ງທີ 3 ທີ່ພວກເຮົາໄດ້ຈັດການຝຶກອົບຮົມໃນຫົວຂໍ້ນີ້ໃຫ້ແກ່ພາກທຸລະກິດຢູ່ ແຂວງ ຈຳປາສັັກ.

ຈຸດປະສົງ ຂອງ ການຈັດຝຶກອົບຮົມ ກໍ່ເພື່ອເປັນການພັດທະນາຂີດຄວາມສາມາດ ໃຫ້ແກ່ພາກທຸລະກິດຄ່ຽງຄູກັບການພັດທະນາບຸກຄະລາກອນຂອງບໍລິສັດ ເພື່ອເພີ່ມປະສິດທິພາບຂອງການເຮັດວຽກໃນອົງກອນໃຫ້ເປັນລະບົບ ເພື່ອໃຫ້ສາມາດ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນດ້ານພັດທະນາຢ່າງບໍ່ຢຸດຢັ້ງ. ນອກຈາກນີ້, ຍັງຈະຊ່ວຍເພີ່ມພະລິດຕະພາບຂອງ ການຜະລິດ   ແລະ ເພີ່ມຂິດຄວາມສາມາດໃຫ້ກັບບຸກຄະລາກອນໃຫ້ເຮັດວຽກຢ່າງມືອາຊີບເຊັ່ນ:  ບັນດາພະນັກງານໃນບໍລິສັດ, ຜູ້ຈັດການ ແລະ ຜູ້ບໍລິຫານໃຫ້ມີຄວາມເຂົ້າໃຈຢ່າງເລີກເຊີ່ງ ຕໍ່ກັບການຈັດລະບົບຂອງການເຮັດວຽກ (5S organization), ການກວດກາຄຸນນະພາບຂອງການເຮັດວຽກ ແລະ ການຜະລິດ (Kaizen productivity) ເຊີ່ງບົດຮຽນດັ່ງກ່າວແມ່ນ ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດສຳລັບທຸລະກິດ ຂອງ ສປປ ລາວ ເພື່ອເຮັດແນວໃດໃຫ້ ທຸລະກິດຂອງລາວ ສາມາດແຂ່ງຂັນໄດ້ກັບພາກພື້ນ ແລະ ສາກົນ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword