ການສຳມະນາໃນຫົວຂໍ້: ການປັບປຸງການການບໍລິຫານການຂົນສົ່ງຢ່າງມີປະສິດທິພາບ

ການສຳມະນາໃນຫົວຂໍ້: ການປັບປຸງການການບໍລິຫານການຂົນສົ່ງຢ່າງມີປະສິດທິພາບ

ໃນວັນທີ 11 ມີນາ 2019 ທີ່ ສຄອຊ ໄດ້ຈັດກອງປະຊຸມການສຳມະນາ ຫົວຂໍ້: ການປັບປຸງການການບໍລິຫານການຂົນສົ່ງຢ່າງມີປະສິດທິພາບ ( Workshop on Improvement of Logistics Operation )
ໂດຍການເປັນປະທານຂອງ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສຄອຊ, ທ່ານ ນາງ Tomoe WATANABE (ໂທໂມະ ວາຕານາເບະ), ຫົວໜ້າຜູ້ປະສານງານ ສະມາຄົມສົ່ງເສີມ ການຮ່ວມມືດ້ານວິຊາການແບບຢືນ ຍົງ ແ ຫ່ງ ປະເທດຍີ່ປຸ່ນ(AOTS) ປະຈໍາພາກພື້ນ, ທ່ານ ກ້ອງກຣິດ ຈັນທຣິກ (Kongrit Chantrik), ຜູ້ອໍານວຍການບໍລິຫານ ສະພາຂົນສົ່ງແຫ່ງ ປະເທດໄທ. ກອງປະຊຸມການສຳມະນາໃນຄັ້ງນີ້ຈະໄດ້ດຳເນີນເປັນເວລາ 3 ວັນ ໃນລະຫວ່າງວັນທີ 11-13 ມິນາ 2019 ໂດຍມີ ວິທະຍາກອນທີ່ມີປະສົບການຫຼາຍກວ່າ 10 ປີ ມາຈາກປະເທດໄທ: ທ່ານ ກ້ອງກຣິດ ຈັນທຣິກ (Kongrit Chantrik), ຜູ້ອໍານວຍການບໍລິຫານ ສະພາຂົນສົ່ງແຫ່ງ ປະເທດໄທ, ທ່ານ ຣາຊັນ ໄຊວັດທະນານົນ, ຊ່ຽວຊານອາວຸໂສ ຈາກ ສະພາຂົນສົ່ງແຫ່ງ ປະເທດໄທ, ທ່ານ ສຸວັດ ຈັນຍາບູນ, ວິທະຍາກອນດ້ານການຂົນສົ່ງ ຈາກ ມະຫາວິທະຍາໄລ ສີປະທູມ. ແລະ ມິນັກສຳມະນາກອນເຂົ້າຮ່ວມ 41 ທ່ານ
ສຄອ ແຫ່ງຊາດລາວ, ໃນນາມອົງການຈັດຕັ້ງສູງສຸດ ຂອງພາກທຸລະກິດລາວ, ສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງ ແຫ່ງ ປະເທດຍີ່ປຸ່ນ (AOTS) ແລະ ສະພາຂົນສົ່ງແຫ່ງປະເທດໄທ(TNCS) ຈີ່ງໄດ້ຮ່ວມກັນ ຈັດການສໍາມະນາໃນຄັ້ງນີ້ຂື້ນ ເຊີ່ງ ໃນປີນີ້ ແມ່ນເປັນຄັ້ງທີ 4ແລ້ວ ທີ່ໄດ້ຈັດການສໍາມານາໃນຫົວຂໍ້ການຂົນສົ່ງ ທີ່ ນະຄອນຫຼວງວຽງຈັນ, ເຊີ່ງໃນປີກາຍນີ້ ກໍ່ຍັງໄດ້ ຈັດການຝຶກອົບຮົມການຂົນສົ່ງ ໃຫ້ແກ່ທ້ອງຖີ່ນ ກໍ່ຄືແຂວງສະຫວັນນະເຂດ ເພື່ອເປັນການສ້າງຄວາມຄວາມອາດສາມາດໃຫ້ທຸລະກິດຂົນສົ່ງໃນທ້ອງຖິ່ນໃຫ້ເຂັ້້ມແຂງເຊັ່ນດຽວກັນກັບໃນນະຄອນຫຼວງວຽງຈັນ.
ການຝຶກອົບທີ່ນະຄອນຫຼວງວຽງຈັນ 3 ຄັ້ງ ທີ່ຜ່ານມາ ຜູ້ເຂົ້າຮ່ວມແມ່ນໄດ້ຮຽນຮູ້ໄປແລ້ວກ່ຽວກັບວຽກງານຫານຂົນສົ່ງໃນຂັ້ນພື້ນຖານ ເຊັ່ນ : ຄວາມຮັບຮູ້ທົ່ວໄປກ່ຽວກັບກັບການຂົນສົ່ງ ພາຍ ໃນ ສາກົນ, ລະບຽບການ ແລະ ນິຕິກໍາ ທີ່ ຕິດພັບກັບການຂົນສົ່ງ, ການບໍລິຫານ ແລະ ການຈັດການ, ຕ່ອງໂສ້ການຜະລິດ ຕໍ່ກັບການຂົນສົ່ງ, ການຫຸ່ມຫໍ່ວັດສະດຸ ແລະ ການຈັດວາງກ່ອນການຂົນສົ່ງ ແລະ ການບໍລິຫານຕົ້ນທືນການຂົນສົ່ງ. ເຊີງໃນຄັ້ງນີ້, ກໍ່ຈະໄດ້ຮຽນ ກ່ຽວກັບການກັບການຂົນສົ່ງ, ການບໍລິຫານ ແລະ ການຈັດການ, ຕ່ອງໂສ້ການຜະລິດ ຕໍ່ກັບການຂົນສົ່ງ, ການຫຸ່ມຫໍ່ວັດສະດຸ ແລະ ການຈັດວາງກ່ອນການຂົນສົ່ງ ແລະ ການບໍລິຫານຕົ້ນທືນການຂົນສົ່ງ ແລະ ການປັບປຸງການບໍລິຫານການຂົນສົ່ງຢ່າງມີປະສິດທິພາບ ເຊີ່ງແມ່ນມີຄວາມສໍາຄັນ ແລະ ຈໍາເປັນຫຼາຍຕໍ່ກັບການດໍາເນີນທຸລະກິດ

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword