ການເຜີຍແຜ່ ແລະ ຝຶກອົບຮົມການນໍາໃຊ້ ເວັບໄຊທ໌ ລະບົບຂໍ້ມູນຂ່າວສານ ຕະຫຼາດແຮງງານ ວັນທີ 22 ທັນວາ 2017, ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ

ການເຜີຍແຜ່ ແລະ ຝຶກອົບຮົມການນໍາໃຊ້ ເວັບໄຊທ໌ ລະບົບຂໍ້ມູນຂ່າວສານ ຕະຫຼາດແຮງງານ ວັນທີ 22 ທັນວາ 2017, ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ

ວັນທີ 22 ທັນວາ 2017 ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ກົມພັດທະນາສີມືແຮງງານ ແລະຈັດຫາງານ, ກະຊວງແຮງງານ ແລະສະຫວັດດິການສັງຄົມ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອ​ຊ).

ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາການຄ້າໄລຍະ 2 (TDF2) ໄດ້ຈັດກອງປະຊຸມ ເຜີຍແຜ່ ແລະ ຝຶກອົບຮົມການນໍາໃຊ້ ເວັບໄຊທ໌ ລະບົບຂໍ້ມູນຂ່າວສານ ຕະຫຼາດແຮງງານ ຂຶ້ນ ເພື່ອຕອບໂຈດ ຕໍ່ກັບບັນຫາ ການເຂົ້າຫາຂໍ້ມູນຂ່າວສານຕະຫຼາດແຮງງານ ທີ່ພາກທຸລະກິດ ໄດ້ຍົກຂຶ້ນໃນກອງປະຊຸມທຸລະກິດລາວ ຄັ້ງທີ 1o ໂດຍການເປັນປະທານຮ່ວມກັນ ຂອງ ທ່ານ ນາງ ອານຸສອນ ຄໍາສິງສະຫວັດ, ​ຮັກສາການ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະສະຫວັດດິການສັງຄົມ, ແລະ ທ່ານ ດາວວະດິງ ພິລະໄຊພິທັກ, ຮອງເລຂາທິການ ສຄອ ແຫ່ງຊາດລາວ.

ພ້ອມກັນນັ້ນ ກໍ່ເປັນການເປີດໂອກາດໃຫ້ແກ່ພາກທຸລະກິດ ປະກອບຄໍາເຫັນ, ສອບຖາມ, ປຶກ​ສາ​ຫາ​ລື​ຂໍ້ຂອງໃຈ ແລະ ບັນ​ຫາ​ທີ່​ຄ້າງ​ຄາ ດ້ານການເຂົ້າຫາຂໍ້ມູນຂ່າວສານຕະຫຼາດແຮງງານ ກັບຂະແໜງການທີ່ກ່ຽວຂ້ອງຂອງພາກລັດ. ທ່ານ ​ຮອງ ເລຂາທິການ ສ​ຄອ ແຫ່ງຊາດລາວ ​ຍັງໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້  ກໍ່ເປັນຜົນໄດ້ຮັບອັນໜຶ່ງ ທີ່ສືບເນື່ອງມາຈາກກົນໄກຂອງກອງປະຊຸມທຸລະກິດລາວ ຄັ້ງທີ 10, ເນື່ອງຈາກ ໃນກອງປະຊຸມປຶກສາຫາລືບັນຫາຂອງພາກທຸລະກິດຂະແໜງການຕ່າງໆ ໃນຄັ້ງຜ່ານມາ, ພາກທຸລະກິດ ໄດ້ສະເໜີບັນຫາແລະຂໍ້ຂ້ອງໃຈ ທີ່ຕິດພັນກັບຂໍ້ຈໍາກັດໃນການເຂົ້າຫາຂໍ້ມູນຕະຫຼາດແຮງງານ ມາຍັງ ສຄອ ແຫ່ງຊາດລາວ ທີ່ທໍາໜ້າທີ່ເປັນກອງເລຂາຂອງກອງປະຊຸມທຸລະກິດລາວ ປະສານງານ, ຄົ້ນຄວ້າບັນຫາ ແລະລາຍງານຕໍ່ຂະແໜງການກ່ຽວຂ້ອງຂອງພາກລັດ ເພື່ອຮັບປະກັນວ່າ ທຸກບັນຫາທີ່ ຍົກຂື້ນມາປຶກສາຫາລື ໄດ້ຮັບການວິເຄາະຢ່າງລະອຽດວ່າເປັນບັນຫາທີ່ກະທົບກັບການດໍາເນີນທຸລະກິດຢ່າງແທ້ຈິງ ແລະໄດ້ຮັບການພິຈາລະນາແກ້ໄຂຈາກຂະແໜງການທີ່ກ່ຽວຂ້ອງຂອງພາກລັດ.  

ນອກຈາກນີ້ ຜູ່ເຂົ້າຮ່ວມກອງປະຊຸມກໍ່ຄືພາກທຸລະກິດ ກໍ່ໄດ້ຮ່ວມກັນສະເໜີຄໍາຄິດເຫັນ ຕໍ່ກັບບັນຫາດັ່ງກ່າວ, ເຊິ່ງຂະແໜງການທີ່ກ່ຽວຂ້ອງຂອງລັດຖະບານກໍໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ຮັບເອົາບັນຫາທີ່ພາກທຸລະກິດສະເໜີໄປຄົ້ນຄວ້າຕື່ມເພື່ອຊອກຫາວິທີແກ້ໄຂຮ່ວມກັນຢ່າງມີປະສິດຕິຜົນ ແລະເພື່ອເຮັດໃຫ້ສະພາບແວດລ້ອມການດໍາເນີນທຸລະກິດ ມີຄວາມຍຸດຕິທໍາ, ໂປ່ງໃສ, ເປັນເອກະພາບກັນ, ມີຂັ້ນຕອນທີ່ສະດວກ ແລະຊັດເຈນຂຶ້ນ, ແລະມີຄ່າໃຊ້ຈ່າຍທີ່ໜ້ອຍລົງ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword