ງານຖະແຫຼງການມອບລາງວັນທຸລະກິດດີເດັ່ນອາຊຽນຂອງລາວປີ 2018

ງານຖະແຫຼງການມອບລາງວັນທຸລະກິດດີເດັ່ນອາຊຽນຂອງລາວປີ 2018

ໃນຕອນແລງຂອງວັນພະຫັດ, ວັນທີ 28 ມີນາ 2018, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (LNCCI) ໄດ້ເປີດງານຖະແຫຼງ ການມອບລາງວັນທຸລະກິດດີເດັ່ນຂອງລາວ ໃນລະຫວ່າງງານການເຜີຍແຜ່ຂໍ້ມູນລະດັບສູງ.

ທ່ານ ທະນົງສິນ ກັນລະຍາ, ຜູ້ຕາງໜ້າຄົນລາວໃນສະພາທີ່ປຶກສາທຸລະກິດອາຊຽນ ແລະ ຮອງປະທານຂອງ LNCCI, ໄດ້ທັກທາຍບັນດາຜູ້ຊົງກຽດຈາກບັນດາທຸລະກິດລາວ, ສະມາຄົມນັກການທູດ ແລະ ຜູ້ສື່ຂ່າວ. ທ່ານໄດ້ກ່າວ “ຈຸດປະສົງຕົ້ນຕໍຂອງງານຖະແຫຼງການມອບລາງວັນທຸລະກິດດີເດັ່ນຂອງລາວ (ABA) ແມ່ນເພື່ອຮັບຮູ້ຜູ້ປະກອບການທີ່ໂດດເດັ່ນໃນປະເທດລາວ ເຊິ່ງມີຫົວຄິດປະດິດສ້າງ ແລະ ຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດ”. “ບັນດາບໍລິສັດທີ່ເຂົ້າຮ່ວມແມ່ນກຽມພ້ອມເປັນຢ່າງດີເພື່ອແຂ່ງຂັນ ແລະ ສະແດງໃຫ້ເຫັນຜະລິດຕະພັນທີ່ດີທີ່ສຸດຂອງດີທີ່ສຸດ ຂອງພວກເຂົາ.” ການແຕ່ງຕັ້ງເຂົ້າຮ່ວມຊິງລາງວັນປະເພດທີ່ແຕກຕ່າງກັນ ແມ່ນໄດ້ເປີດຈົນເຖິງວັນທີ 25 ເມສາ 2018.

ໃນບົດເປີດພິທີຂອງ ພະນະທ່ານ ເອອັກຄະລັດຊະທູດຜູ້ມີອໍານາດເຕັມແຫ່ງສາທາລະນະລັດສະຫະພັນເຢຍລະມັນ ປະຈໍາ ສປປ ລາວ ທ່ານ ເຈນສ໌ ປີເຕີ ລູເກັນແຮັມ, ໄດ້ໃຫ້ຄໍາເຫັນວ່າ ບັນດາບໍລິສັດຂະໜາດກາງແມ່ນກະດູກສັນຫຼັງຂອງການສົ່ງອອກຂອງປະເທດເຢຍລະມັນ ທີ່ເຕັມໄປດ້ວຍຄວາມມີຫົວຄິດປະດິດສ້າງໃນຕະຫຼາດທີ່ມີມູນຄ່າສູງ. ປະເທດເຢຍລະມັນ ຮັບຮູ້ ແລະ ມອບລາງວັນໃຫ້ແກ່ພວກເຂົາເຈົ້າສໍາລັບການປະກອບສ່ວນຕໍ່ຄວາມມີຫົວຄິດປະດິດສ້າງ, ການຈ້າງງານ ແລະ ການເຕີບໂຕ. ດັ່ງນັ້ນ,  ລາງວັນທຸລະກິດດີເດັ່ນຂອງລາວ ແມ່ນຊ່ວຍໃຫ້ທຸລະກິດຂະໜາດກາງເພື່ອຕັດສິນໃຈ, ສະເຫຼີມສະຫຼອງ ແລະ ຊຸກຍູ້ບໍລິສັດຂອງລາວໃຫ້ປະສົບຄວາມສໍາເລັດ. ປະເທດເຢຍລະມັນມີຄວາມພາກພູມໃຈໃນການສະໜັບສະໜູນແນວຄິດລິເລີ່ມຂອງການເຂົ້າຮ່ວມຊິງລາງວັນນີ້. ທ່ານເອກອັກຄະລັດຖະທູດ ລູເກັນແຮັມ ຍັງໄດ້ກ່າວອີກວ່າ “ໃນປີ 2017 ມີບໍລິສັດລາວທີ່ມີຫົວຄິດປະດິດສ້າງຈໍານວນໜຶ່ງ ໄດ້ສາມາດສ້າງປະຫວັດສາດໃນການຊະນະເລີດລາງວັນນັກ ທຸລະກິດດີເດັ່ນອາຊຽນທີ່ປະເທດຟິລິບປິນ”.

ໃນການສົນທະນາຮ່ວມກັບບັນດາຜູ້ທີ່ໄດ້ຮັບຊະນະເລີດໃນປີຜ່ານມາຢ່າງມີຊີວິດຊີວາ ໄດ້ໃຫ້ຄໍາແນະນໍາຕໍ່ຜູ້ຊະນະເລີດທີ່ອາດເປັນໄປໄດ້ໃນອະນາຄົດ. ຫົວໜ້າຜູ້ຈັດການຂອງກາເຟສີນຸກ, ກຸ່ມບໍລິສັດ KP, ຮ້ານຂາຍເຄື່ອງປະດັບພູວົງ, ເຂດເສດຖະກິດພິເສດສະຫວັນເຊໂນ ແລະ ສູນການສື່ສານຂອງອາຊຽນ ໄດ້ແລກປ່ຽນປະສົມການໃນການສ້າງແຮງບັນດານໃຈຂອງການໄດ້ຮັບໄຊຊະນະລາງວັນ ໃນການແຂ່ງຂັນໃນລະດັບພາກພື້ນຢູ່ປະເທດຟິລິບປິນໃນປີ 2017. ການເຂົ້າຮ່ວມຂອງພວກເຂົາໃນງານແຂ່ງຂັນຊິງລາງວັນນັກທຸລະກິດດີເດັ່ນອາຊຽນ ແມ່ນຈະສົ່ງຜົນດີໃຫ້ທຸລະກິດໃນການສ້າງວິໃສທັດ ແລະ ການຕິດຕໍ່ພົວພັນກັນຂອງທຸລະກິດໃໝ່ໃນອາຊຽນພ້ອມກັບບັນດານັກທຸລະກິດທີ່ມີຊື່ສຽງຂອງບັນດາປະເທດສະມາຊິກອາຊຽນອື່ນ. ເວທີສົນທະນາໄດ້ແນະນໍາຜູ້ສະໝັກທີ່ມີຄວາມຄາດຫວັງໃຫ້ເອົາໃຈໃສ່ ເພື່ອຈັບເອົາຄວາມສ່ຽງນີ້ ເພື່ອຊອກຫາກາລະໂອກາດໃນຕະຫຼາດໃໝ່ໃນອາຊຽນ ແລະ ເພື່ອກະກຽມໃຫ້ດີພ້ອມດ້ວຍການມີຈັນຍາທໍາ ແລະ ຄວາມໂປ່ງໃສຢ່າງຄົບຖ້ວນໃນການສະແຫວງຫາຂອງພວກເຂົາ.

ປີນີ້ຫົວຂໍ້ໄດ້ຖືກລະບຸໂດຍ ABA ຂອງລາວ ໂດຍສອດຄ່ອງກັບຄວາມຕ້ອງການ ຂອງການແຂ່ງຂັນນັກທຸລະກິດດີເດັ່ນຂອງອາຊຽນເຊິ່ງຈະຈັດຂື້ນທີ່ປະເທດສິງກະໂປໃນປີ 2018. ມີ 20 ລາງວັນແມ່ນໄດ້ຖືກຄາດການໄວ້ໃນລະດັບການແຂ່ງຂັນລາງວັນທຸລະກິດດີເດັ່ນຂອງລາວປີ 2018. ຜູ້ຊະນະເລີດ ABA ຂອງລາວ ຈະຖືກເຊີນສໍາລັບພິທີມອບລາງວັນ ເຊິ່ງຈັດຂື້ນທີ່ນະຄອນຫຼວງວຽງຈັນໃນວັນທີ 28 ມີຖຸນາ 2018. ຜູ້ສະໝັກສາມາດຊອກເບິ່ງຂໍ້ມູນໂດຍຜ່ານເວັບໄຊເປັນທາງການ abalaos.com.

ບັນດາຜູ້ປະກອບການຂອງລາວແມ່ນໄດ້ຮັບການຊຸກຍູ້ ເພື່ອຍາດເອົາກາລະໂອກາດ ແລະ ຄັດເລືອກຜູ້ທີ່ຈະຖືກແຕ່ງຕັ້ງເຂົ້າຮ່ວມເພື່ອໄດ້ຮັບການຮັບຮູ້ວ່າດີທີ່ສຸດຖ້າທຽບໃສ່ແຫ່ງອື່ນ. ຄະນະກໍາມະການຜູ້ຊົງກຽດແມ່ນຕາງໜ້າຈາກມະຫາວິທະຍາໄບ, ຜູ້ນໍາ ແລະ ສະມາຄົມທຸລະກິດຂອງອາຊຽນ ໃນການຮ່ວມມືກັບ KPMG ເພື່ອຮັບປະກັນຄວາມໂປ່ງໃສ, ຍຸດຕິທໍາ ແລະ ຄວາມເປັນມືອາຊີບໃນຂະບວນການຄັດເລືອກຜູ້ໄດ້ຮັບຊະນະເລີດ.

ພາກສ່ວນພິເສດເພື່ອໃຫ້ການຊ່ວຍເຫຼືອ ການສະໝັກແຂ່ງຂັນທຸລະກິດດີເດັ່ນອາຊຽນຂອງລາວ ໄດ້ຮັບການສ້າງຕັ້ງຂື້ນທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເພື່ອອໍານວຍຄວາມສະດວກ ແລະ ສະໜັບສະໜູນການຕື່ມແບບຟອມການເຂົ້າຊິງລາງວັນ. ຍ້ອນເປັນ

ພາກສ່ວນໜຶ່ງຂອງການຮ່ວມມືພັດທະນາເຢຍລະມັນ, ໂຄງການເຊື່ອມໂຍງເສດຖະກິດພາກພື້ນຂອງລາວເຂົ້າໃນອາຊຽນ, ການຄ້າ ແລະ ການພັດທະນາຜູ້ປະກອບການ (RELATED), ໄດ້ຮັບການຈັດຕັ້ງປະຕິບັດໂດຍອົງການ Deutsche Gesellschaft fuer Internationale Zusammenarbeit (GIZ) GmbH, ຈະສະໜັບສະໜູນຮ່ວມກັບການວາງແຜນຍຸດທະສາດ ແລະ ທີ່ປຶກສາທາງດ້ານເຕັກນິກໃຫ້ແກ່ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໃນການຄຸ້ມຄອງການໃຫ້ລາງວັນຢ່າງມີປະສິດທິພາບ. 

ກ່ຽວກັບອົງການ GIZ ໃນປະເທດລາວ

ອົງການ GIZ, ເປັນສ່ວນໜຶ່ງຂອງການຮ່ວມມືພັດທະນາຂອງເຢຍລະມັນ, ໄດ້ຫ້າວເຫັນໃນການຈັດຕັ້ງປະຕິບັດວຽກງານນັບແຕ່ປີ 1993 ແລະ ຈັດຕັ້ງປະຕິບັດບັນດາໂຄງການໃນປະຈຸບັນໃນສອງຂົງເຂດທີ່ເປັນບູລິມະສິດເຊັ່ນ: ການພັດທະນາຊົນນະບົດ ແລະ ການພັດທະນາທຸລະກິດ. ນອກຈາກນັ້ນ, ອົງການ GIZ ເຂົ້າຮ່ວມໃນການຊຸກຍູ້ຄຸ້ມຄອງທີ່ດີ ແລະ ເຂົ້າຮ່ວມໃນໂຄງການພາກພື້ນ ຕົວຢ່າງ: ການເຮັດວຽກຮ່ວມກັບຄະນະກໍາມະການແມ່ນໍ້າຂອງ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບວຽກງານອົງການ GIZ ໃນປະເທດລາວ ແລະ ທົ່ວໂລກ ກະລຸນາເຂົ້າເບິ່ງເວັບໄຊ www.giz.de/laos.

ກ່ຽວກັບໂຄງການ RELATED

ລາຍລະອຽດຂອງໂຄງການ RELATED ທ່ານສາມາດເຂົ້າເບິ່ງໄດ້ໃນເວັບໄຊ:
https://www.giz.de/en/worldwide/17473.html

ສໍາລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່ ທ່ານ ຮາມຸດ ເຈນັດສ໌ (Hartmut.Janus@giz.de).

Related Posts

ກອງປະຊຸມ ໜ່ວຍງານປຶກສາຫາລື ພາກທຸລະກິດຂະແໜງການ ທ່ອງທ່ຽວ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ

ກອງປະຊຸມ ໜ່ວຍງານປຶກສາຫາລື ພາກທຸລະກິດຂະແໜງການ ທ່ອງທ່ຽວ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ

ກອງປະຊຸມ ໜ່ວຍງານປຶກສາຫາລື ພາກທຸລະກິດຂະແໜງການ ທ່ອງທ່ຽວ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ, ໃນວັນທີ 17 ກັນຍາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ,…Read more
ສຄອຊ ໃນນາມປະທານສະພາທີ່ປຶກສາທຸລະກິດອາຊຽນ 2024 ໄດ້ກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024 ໃນວັນທີ 8-11 ຕຸລາ 2024 ນີ້

ສຄອຊ ໃນນາມປະທານສະພາທີ່ປຶກສາທຸລະກິດອາຊຽນ 2024 ໄດ້ກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024 ໃນວັນທີ 8-11 ຕຸລາ 2024 ນີ້

ພິທີຖະແຫລງຂ່າວ ງານກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024ໃນວັນທີ 20 ກັນຍາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ…Read more

ກູ່ມບໍລິສັດ VK ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຈໍານວນເງິນທັງຫມົດ 654,423,000 ກີບ

ກູ່ມບໍລິສັດ VK ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຈໍານວນເງິນທັງຫມົດ 654,423,000 ກີບ

ພິທີມອບ-ຮັບການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ໃນວັນທີ 17 ກັນຍາ 2024 ທີ່…Read more

ໂຮງງານອຸດສາຫະກຳ ໂຕໂຢລາວ ຈຳກັດຜູ້ດຽວ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ໂຮງງານອຸດສາຫະກຳ ໂຕໂຢລາວ ຈຳກັດຜູ້ດຽວ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ພິທີມອບ-ຮັບການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024)ໃນວັນທີ 17 ກັນຍາ 2024, ທີ່ ຫ້ອງການສະພາການຄ້າ…Read more

Enter your keyword