ງານພົບປະໂອ້ລົມປຶກສາຫາລື ກ່ຽວກັບ ການຫຼຸດຜ່ອນການນຳໃຊ້ປຣາສຕິກໃນລາວ

ງານພົບປະໂອ້ລົມປຶກສາຫາລື ກ່ຽວກັບ ການຫຼຸດຜ່ອນການນຳໃຊ້ປຣາສຕິກໃນລາວ

ໃນຕອນແລງຂອງ ວັນທີ 21 ຕຸລາ 2020 ທີ່ ໂຮງແຮມ ອິນທິລາ ວັງວຽງ, ແຂວງວຽງຈັນ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ຮ່ວມກັບ ອົງກອນ Econox Lao ໄດ້ຈັດງານພົບປະໂອ້ລົມປຶກສາຫາລື ກ່ຽວກັບ ການຫຼຸດຜ່ອນການນຳໃຊ້ປຣາສຕິກໃນລາວ ໃນຫົວຂໍ້: ການແກ້ໄຂ ແລະ ມີສ່ວນຮ່ວມຂອງທຸລະກິດທ່ອງທ່ຽວ,​ ໂຮງແຮມ ແລະ ຮ້ານອາຫານ. ເປັນກຽດເຂົ້າຮ່ວມໂດຍ: ທ່ານ ປະກາສິດ ຈັນທະປັນຍາ ປະທານສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ, ທ່ານ ທັນໃຈ ວົງວຽງແກ້ວ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ, ທ່ານ ບຸນມີ ພົມມະວົງສາ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການປົກຄອງ ເມືອງວັງວຽງ, ທ່ານ ບຸນທັນ ພະວິໄຊ ຫົວໜ້າ ຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງວັງວຽງ, ທ່ານ ອິນທີ ເດືອນສະຫວັນ ປະທານ ບໍລິສັດ ອິນທິຣາ ກຣຸບ.

ຈຸດປະສົງກໍ່ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ບັນດາຫົວໜ່ວຍທຸລະກິດໃນການຫຼຸດຜ່ອນການນຳໃຊ້ປຣາສຕິກໃຫ້ຫຼຸດລົງໃນການສ້າງໃຫ້ເປັນພື້ນທີ່ທ່ອງທ່ຽວສີຂຽວ ມີສະພາບແວດລ້ອມທີ່ປອດໂປ່ງ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດນັບມື້ນັບຫລາຍຂຶ້ນ.​ ນອກນີ້ຍັງເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ບໍ່ວ່າຈະເປັນສູນກາງຫຼືໃນຂັ້ນທ້ອງຖິ່ນ ໄດ້ໃຫ້ຄວາມສຳຄັນຕໍ່ບັນຫາດັ່ງກ່າວ ແລະ ອົງກອນຈັດຕັ້ງສາກົນຕ່າງໆໃນການປຸກລະດົມຂົນຂວາຍຮ່ວມຈິດຮ່ວມໃຈຊ່ວຍກັນຫຼຸດຜ່ອນການນຳໃຊ້ປຣາສຕິກໃນລາວ ຊຶ່ງມັນຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມດິນຟ້າອາກາດ,​ ເຮັດໃຫ້ເກີດເປັນອັນຕະລາຍຕໍ່ສັດ ທາງບົກ ແລະ ທາງນ້ຳໂດຍກົງ. ບັນຍາກາດໄດ້ດຳເນີນໄປຢ່າງຟົດຟື້ນໃນການພົບປະໂອ້ລົມປຶກສາຫາລືທັງພາກລັດ ແລະ ບັນດາຫົວໜ່ວຍທຸລະກິດເມືອງວັງວຽງໃນການແລກປ່ຽນຂໍ້ມູນວິທີການແກ້ໄຂ້ບັນຫາຕ່າງໆທີສົ່ງຜົນກະທົບຕໍ່ສະພາບແວດລ້ວມ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword