ງານລ້ຽງຄ໋ອກເທວ ຊົມເຊີຍຜົນງານການເຂົ້າຮ່ວມງານວາງສະແດງ CAEXPO & CABIS ຄົບຮອບ 15 ປີ ຂອງພາກທຸລະກິດ

ງານລ້ຽງຄ໋ອກເທວ ຊົມເຊີຍຜົນງານການເຂົ້າຮ່ວມງານວາງສະແດງ CAEXPO & CABIS ຄົບຮອບ 15 ປີ ຂອງພາກທຸລະກິດ

ງານລ້ຽງຄ໋ອກເທວ ຊົມເຊີຍຜົນງານການເຂົ້າຮ່ວມງານວາງສະແດງ CAEXPO ແລະ ກອງປະຊຸມ CABIS ຄົບຮອບ 15 ປີ ຂອງພາກທຸລະກິດ ໃນວັນທີ່ 23 ກັນຍາ 2018 ທີ່ ໂຮງແຮມເສດຖາປຣາລາສ

ຈັດໂດຍ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ໃນກາລະໂອກາດຄົບຮອບ 15 ປີ, ທາງຄະນະກອງເລຂາ ງານວາງສະແດງ CAEXPO & ຄະນະກອງເລຂາ ກອງປະຊຸມ CABIS ຈິ່ງໄດ້ມອບລາງວັນເພື່ອຍ້ອງຍໍຊົມເຊີຍພາກ​ທຸລະ​ກິດ ຕໍ່ຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າຮ່ວມງານດັ່ງກ່າວໃນໄລຍະຜ່ານມາ. ເຊິ່ງລາງວັນທີ່ພາກທຸລະກິດໄດ້ຮັບມີຄື:

  1. ລາງວັນປະກອບສ່ວນດີເດັ່ນສໍາລັບ ສະພາການຄ້າ ແລະ ອຸດສາຫະກຳ

ໄດ້ມອບໃຫ້ ສະພາການຄ້າ ຂອງບັນດາປະເທດອາຊຽນ, ເຊິ່ງ ສຄອຊ ໄດ້ຮັບ 2 ລາງວັນ

  1. ລາງວັນບຸກຄົນປະກອບສ່ວນດີເດັ່ນ

ມອບໃຫ້ບຸກຄົນທີ່ປະກອບສ່ວນດີເດັ່ນ, ເຊິ່ງມີພຽງແຕ່ 3 ທ່ານ ຈາກ 3 ປະເທດທີ່ໄດ້ຮັບລາງວັນນີ້

  1. ລາງວັນຜູ້ປະສານງານດີເດັ່ນ

ມີທັງໝົດ 9 ລາງວັນ ​ແລະ ມີ 9 ປະເທດ ທີ່ໄດ້ຮັບ

  1. ລາງວັນຜູ້ປະກອບການດີເດັ່ນ

ແຕ່ລະປະເທດ ແມ່ນຈະມີພຽງແຕ່ 10 ບໍລິສັດ ທີ່ໄດ້ຮັບລາງວັນດັ່ງກ່າວ, ເຊິ່ງ ຈາກ ສປປ ລາວ ມີ 10 ບໍລິສັດ

ເພື່ອເປັນການຍ້ອງຍໍ ຊົມເຊີຍ ແລະ ໃຫ້ກຳລັງໃຈຕໍ່ຜູ້ມີຜົນງານ, ສຄອຊ ຈິ່ງໄດ້ຈັດງານໃນມື້ນີ້ຂື້ນໂດຍໄດ້ຮັບກຽດ​ຈາກ ທ່ານ ບຸນມີ ມະນີວົງ ຮອງ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ​ເຂົ້າ​ຮ່ວມ​ເພື່ອ​ມອບ​ລາງວັນ​ໃຫ້​ແກ່​ຜູ້​ມີ​ຜົນງານ.

ງານວາງສະແດງ ຈີນ-ອາຊຽນກໍ່ຄື CAEXPO ແລະ ກອງປະຊຸມ ການລົງທຶນ ແລະ ທຸລະກິດ ຈີນ ອາ​ຊຽນ ກໍ່ຄື CABIS ຂອງພາກທຸລະກິດ ເຊິ່ງຈັດຂື້ນໃນທຸກໆປີ ທີ່ ນະຄອນໜານໜິງ, ແຂວງກວາງຊີຈ້ວາງ ​ເຂດ​ປົກຄອງ​ຕົວ​ເອງ.ໂດຍອີງຕາມການຊີ້ນຳນຳພາ ຂອງ ລັດຖະບານ, ໂດຍສະເພາະແມ່ນກະຊວງ ອຸດສາຫະກຳ ແລະ ການຄ້າ, ພາກທຸລະກິດ ຂອງ ສປປ ລາວໄດ້ເຂົ້າຮ່ວມ ງານວາງສະແດງ CAEXPO ແລະ ກອງປະຊຸມ CABIS ນັບຕັ້ງແຕ່ປີ 2004, ເຊິ່ງມາຮອດປະຈຸບັນ ປີ 2018 ນີ້ ແມ່ນຄົບຮອບ 15 ປີ. ງານດັ່ງກ່າວນີ້ ແມ່ນເປັນເວທີທີ່ສໍາຄັນໃນການເພີ່ມທະວີການພົວພັນແລະການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນລະຫວ່າງ ອາຊຽນ – ສປ ຈີນ​ ເວົ້າລວມ,​ເວົ້າສະເພາະ ກໍ່ຄືການຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ ແລະ ສປປ ລາວ ກັບ ບັນດາປະເທດອາຊຽນ. ງານດັ່ງກ່າວໄດ້ເປີດໂອກາດໃຫ້ພາກທຸລະກິດລາວສາມາດເຂົ້າຫາຕະຫຼາດສາກົນ,ພົບປະແລກປ່ຽນ,ສ້າງເຄືອຄ່າຍຊອກຫາຄູ່ຮ່ວມທຸລະກິດແລະອື່ນໆ. ເຊັ່ນການນຳຜະລິດຕະພັນລາວ ເຂົ້າຮ່ວມວາງສະແດງ ໃນງານ CAEXPO ໄດ້ສ້າງໂອກາດອັນດີໃນການເຂົ້າຫາຕະຫຼາດ ສປ ຈີນ, ຕະຫຼາດອາຊຽນ ແລະສາກົນ. ເຮັດໃຫ້ຜູ້ປະກອບການສາມາດໂຄສະນາ ແລະຈຳໜ່າຍຜະລິດຕະພັນ ຂອງ ສປປ ລາວ ເຮັດໃຫ້ຕາ່ງຊາດຮັບຮູ້ ສປປ ລາວຫຼາຍຂື້ນ. ຫົວໜ່ວຍ​ທຸລະ​ກິດ ​ແລະສິນຄ້າຂອງ ສປປ ລາວ ທີ່​ນຳ​ໄປ​ວາງ​ສະ​ແດງ​ໃນ​ງານ​ແມ່ນ​ເພິ່ມຂື້ນ​ທຸກໆ​ປີ, ​ແລະ​ສິນຄ້າທີ່ນໍາ​​ໄປວາງສະແດງແລະຈໍາໜ່າຍໃນງານແມ່ນໄດ້ຮັບຄວາມສົນໃຈຂ້ອນຂ້າງສູງຈາກຜູ້ເຂົ້າຮ່ວມຊົມງານ,ເຊິ່ງໄດ້ມີການຈໍາໜ່າຍ ແລະ ສັ່ງຊື້ເປັນຈໍານວນຫຼາຍ ໂດຍສະເພາະແມ່ນຜະລິດຕະພັນເຟີນີເຈີ້ໄມ້, ແກະສະລັກໄມ້, ຜະລິດຕະພັນກະສິກໍາເຄື່ອງປ່າຂອງດົງ, ຫັດຖະກຳ, ​ກາເຟ, ​ເບຍ ແລະ ອື່ນໆ. ນອກຈາກການເຂົ້າຮ່ວມວາງສະແດງສິນຄ້າແລ້ວ, ສຄອຊ ຍັງໄດ້ລະດົມນັກທຸລະກິດເຂົ້າຮ່ວມກອງປະຊຸມຕ່າງໆທີ່ສຳຄັນກໍ່ຄືກອງປະຊຸມ CABIS. ກອງປະຊຸມດັ່ງກ່າວແມ່ນເປັນກອງປະຊຸມປຶກສາຫາລືຂອງພາກທຸລະກິດ ຈີນ – ອາຊຽນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືຊອກຫາຊ່ອງທາງໃນການຮ່ວມມືກັນໃຫ້ໄດ້ປະໂຫຍດສູງສຸດ, ເຊິ່ງ ມີຫຼາຍກອງປະຊຸມຍ່ອຍທີ່ສຳຄັນເຊັ່ນ: ກອງປະຊຸມທຸລະກິດຊັ້ນນຳ ຈີນ-ອາຊຽນ, ກອງປະຊຸມການຮ່ວມມືການຄ້າອີຄອມເມີດ ແລະ ການຄ້າຊາຍແດນ, ຂ້າມແດນ, ກອງປະຊຸມການຮ່ວມມືກົດໝາຍທາງດ້ານທຸລະກິດ ແລະ ອື່ນໆ. ເຊິ່ງ ສຄອຊ ແລະ ພາກທຸລະກິດກໍ່ໄດ້ເຂົ້າຮ່ວມ ແລະ ມີຄໍາເຫັນໃນບາງກອງປະຊຸມໃນແຕ່ລະປີ. ແລະ ໃນປີນີ້ ຄະນະກອງເລຂາກໍ່ໄດ້ສຳເລັດການສ້າງຕັ້ງສະພາວິສາຫະກິດຈີນ-ອາຊຽນ ເຊິ່ງມີສະມາຊິກຄືຫົວໜ່ວຍທຸລະກິດຊັ້ນນໍາຈາກ ສປ ຈີນ ແລະ ບັນດາປະເທດອາຊຽນ ຫຼາຍກ່ວາ 70 ຫົວໜ່ວຍທຸລະກິດ. ສໍາລັບ ສປປ ລາວ ​ແມ່ນ​ມີ 4 ບໍລິສັດ​ເຂົ້າ​ຮ່ວມ​ເປັນ​ສະມາຊິກ​ໃນ​ສະພາ​ດັ່ງກ່າວ. ກອງປະຊຸມດັ່ງກ່າວມານັ້ນກໍ່ເປັນອີກເວທີໜື່ງໃນການດືງດູດການລົງທຶນ, ​ເຊິ່ງ ສຄອຊ ກໍ່ໄດ້ນໍາໃຊ້ເວທີດັ່ງກ່າວໃນການໂຄສະນາແລະດືງດູດນັກທຸລະກິດຈາກຕ່າງປະເທດເຂົ້າມາດໍາ​ເນີນ​ທຸລະ​ກິດທີ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂື້ນ.

ໂດຍຜ່ານເວທີຂອງງານວາງສະແດງ  CAEXPO & ກອງ​ປະຊຸມ CABIS ເຊິ່ງເປັນເວທີໜື່ງທີ່ສຳຄັນໃຫ້ແກ່ການປຶກສາຫາລື ແລະ ເຈລະຈາ ລະຫວ່າງ ລັດຖະບານ ຈີນ ແລະ ບັນດາປະເທດອາຊຽນ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນເຮັດໃຫ້ສາມາດເພິ່ມທະວີມູນຄ່າການຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ບັນລຸຂໍ້ຕົກລົງຕ່າງໆຮ່ວມກັນໂດຍສະເພາະແມ່ນຫຼຸດອັດຕາພາສີເຊິ່ງກັນແລະກັນເຊັ່ນ:

ປີ 2004 ໄດ້ມີການຫຼຸດອັດຕາພາສີໃຫ້ເຊິ່ງກັນແລະກັນຫຼາຍກ່ວາ 500 ລາຍງານ

ປີ 2005 ຫຼາຍກ່ວາ 7000 ລາຍການສິນຄ້າ ອັດຕາພາສີສະເລ່ຍແມ່ນຫຼຸດລົງເຖິງ 5.8 ເປີເຊັນ

ປີ 2010 ຫຼາຍກ່ວາ 90 ສ່ວນຮ້ອຍຂອງລາຍການຜະລິດຕະພັນ ແມ່ນນຳໃຊ້ລະບົບອັດຕາພາສີ 0 ເປີເຊັນ

ປີ 2015 ນຳໃຊ້ລະບົບອັດຕາພາສີ 0 ເປີເຊັນ ຂອງ ທຸກໆສິນຄ້າ

ປິ 2018 ບັນດາປະເທດສາມາຊິກອາຊຽນເກົ່າ 6ປະເທດ ປະຕິບັດຕາມຄຳໝັ້ນສັນຍາໃນການຫຼຸດອັດຕາພາສີ ​​ແຕ່​ລະລາຍ​ການເປັນ 0 ເປີເຊັນ

ບົນ​ພື້ນຖານ​ຂອງ​ການ​ຫຼຸດຜ່​ອນອັດຕາ​ພາສີ ​ແລະ ການ​ເຂົ້າ​ຮ່ວມ​ງານ​​ດັ່ງກ່າວ​ນັ້ນ, ​ເຮັດ​​ໃຫ້​ມູນ​ຄ່າການຄ້າລະຫວ່າງ ຈີນ – ອາຊຽນມີການຂະຫຍາຍຕົວເພີ່ມຂື້ນແບບກ້າວກະໂດດເຊັ່ນ:

ປີ 2004 ມູນຄ່າການຄ້າບັນລຸ 100ຕື້ໂດລາ, ເຊິ່ງສຳເລັດກ່ອນຄາດໝາຍ1ປີ

ປີ 2007 ມູນຄ່າການຄ້າບັນລຸ200ຕື້ໂດລາ, ເຊິ່ງສຳເລັດກ່ອນຄາດໝາຍທີ່ວາງໄວ້ 3ປີ

ແລະມາເຖິງປີ 2017 ມູນຄ່າການຄ້າທັງໝົດສາມາດບັນລຸໄດ້ 500ຕື້ໂດລາ ເຊິ່ງເພີ່ມຂື້ນເຖິງ 500 ເປີເຊັນເມື່ອທຽບໃສ່ ປີ 2004

ປະຈຸບັນ ອາຊຽນແມ່ນເປັນຄູ່ຮ່ວມການຄ້າ ອັນດັບທີ 3 ຂອງ ສປ ຈີນ, ແລະ ສປ ຈີນ ແມ່ນຄູ່ຮ່ວມການຄ້າອັນດັບທີ 1 ຂອງ ອາຊຽນ

ພ້ອມດຽວກັນນັ້ນການຮ່ວມມືດ້ານການລົງທຶນລະຫວ່າງ ຈີນ ແລະ ອາຊຽນກໍ່ມີການຂະຫຍາຍຕົວແບບກ້າວກະໂດດເຊັ່ນດຽວກັນເຊິ່ງສະແດງອອກໃນປີ 2002 ການລົງທຶນລະຫວ່າງ ຈີນ ແລະ ອາຊຽນ ມີພຽງແຕ່ 30ຕື້ໂດລາ, ມາເຖິງປີ 2010 ແມ່ນເພີ່ມຂື້ນເຖິງ 100ຕື້ໂດລາ, ແລະ ມາເຖິງປີ 2017 ສາມາດບັນລຸ 200ຕື້ ໂດລາ, ເມື່ອທຽບໃສ່ມູນຄ່າການລົງທຶນໃນປີ 2002 ແມ່ນເພີ່ມຂື້ນເຖິງ 6ເທົ່າໂຕ. ສຳຫຼັບການຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ ແມ່ນມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ມູນຄ່າການຄ້າແມ່ນມີການເພິ່ມຂື້ນຢ່າງຕໍ່ເນື່ອງ,​ເຖີງໃນໄລະຍະ 2-3 ປີ ຜ່ານມາ ສະພາບເສດຖະກິດຂອງໂລກມີການຂະຫຍາຍຕົວຊ້າບວກກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດຂອງ ສປ ຈີນ ກໍ່ຢູ່ໃນຈັງຫວະລຸດລົງ, ແຕ່ມູນຄ່າການຄ້າ ລະຫວ່າງ ລາວ ແລະ ສປ ຈີນ ຍັງສາມາດບັນລຸໄດ້ 2.34 ຕື້ ໃນປີ 2016, ແລະ ປີ 2017 ສາມາດບັນລະໄດ້ 3.02 ຕື້ໂດລາ. ສຳລັບການລົງທຶນຈາກ ສປ ຈີນ ຢູ່ ສປປ ລາວ ແມ່ນມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະຈຸບັນ ສປ ຈີນ ຍັງຄອງເປັນອັນດັບໜື່ງຂອງການລົງທຶນຕ່າງປະເທດໃນ ສປປ ລາວ ເຊິ່ງມີລາຍກ່ວາ 700 ໂຄງການ ແລະ ມີມູນຄ່າຫຼາຍກ່ວາ 8 ຕື້ໂດລາ.

ການຂະຫຍາຍຕົວທາງດ້ານການຄ້າ ການລົງທຶນ ແລະ ຜົນສຳເລັດທີ່ໄດ້ກ່າວມາຂ້າງເທິງນັ້ນ, ແມ່ນເປັນການເອົາໃຈໃສ່ ແລະ ເຮັດວຽກຢ່າງທຸ້ມເທ ແລະ ຈິງຈັງຂອງລັດຖະບານ ໂດຍສະເພາະແມ່ນ ກະຊວງອຸດສາຫະກຳ ແລະ ການຄ້າ,​ ການຊວງແຜນການແລະ ການລົງທຶນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ. ແລະ ແນ່ນອນແມ່ນປາດສະຈາກບໍ່ໄດ້ຕໍ່ການຮ່ວມມື ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງພາກທຸລະກິດ. ເຊິ່ງໃນໄລຍະຜ່ານມາ ໂດຍການຊີ້ນໍາຢ່າງໃກ້ສິດຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ, ໂດຍສະເພາະກົມສົ່ງເສີມການຄ້າ,  ສຄອຊ ກໍ່ຄືບັນດາຫົວໜ່ວຍທຸລະກິດໄດ້ເອົາໃຈໃສ່ເຂົ້າຮ່ວມງານວາງສະແດງ  CAEXPO & ກອງປະຊຸມ CABIS ເຊິ່ງຖືວ່າເປັນສ່ວນໜື່ງບໍ່ຫຼາຍກໍໜ້ອຍໃນການປະກອບສ່ວນສົ່ງເສີມການຮ່ວມມືທາງດ້ານການຄ້າ ການລົງທຶນ ແລະ ຍາດໄດ້ຜົນງານທີ່ກ່າວມາຂ້າງເທິງ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword