ງານລ້ຽງພົບປະ ແລະ ໃຫ້ຂໍ້ມຸນກ່ຽວກັບງານຊິງລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ (ABA LAOS) 2019

ງານລ້ຽງພົບປະ ແລະ ໃຫ້ຂໍ້ມຸນກ່ຽວກັບງານຊິງລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ (ABA LAOS) 2019

ໃນວັນອັງຄານ,ວັນທີ 25 ມິຖຸນາ 2019, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (LNCCI) ໄດ້ຈັດງານລ້ຽງພົບປະ ແລະ ໃຫ້ຂໍ້ມູນກ່ຽວກັບ ງານຊິງລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ (ABAL) 2019 ຂື້ນທີ່ໂຮງແຮມເສດຖາພາເລດ, ນະຄອນຫຼວງວຽງຈັນ.

ໂດຍການສະໜັບສະໜູນຈາກອົງການຮ່ວມມືພັດທະນາເຢຍລະມັນ, ໂຄງການເຊື່ອມໂຍງເສດ ຖະກິດພາກພື້ນຂອງລາວເຂົ້າໃນອາຊຽນ, ການຄ້າ ແລະ ການພັດທະນາຜູ້ປະກອບການ (RELATED), ບໍລິສັດເຄພີເອັມຈີ (KPMG), ບໍລິສັດ ກູລູ (GURU) ແລະ ບໍລິສັດ ບີວີຊັນ (B VISIONS).

ໃນງານລ້ຽງພົບປະ ແລະ ໃຫ້ຂໍ້ມຸນ ໃຫ້ກຽດກ່າວເປີດພິທີໂດຍ ທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າ ແລະອຸດສາຫະກຳ ແຫ່ງຊາດລາວ, ຄະນະສະພາປຶກສາທຸລະກິດອາຊຽນ ສປປ ລາວ, ທ່ານໄດ້ກ່າວ “ຈຸດປະສົງຂອງງານລ້ຽງພົບປະ ແລະ ໃຫ້ຂໍ້ມຸນກ່ຽວກັບ ງານຊິງລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ (ABAL) 2019 ແມ່ນເພື່ອຮັບຮູ້ຜູ້ປະກອບການທີ່ໂດດເດັ່ນໃນປະເທດລາວ ເຊິ່ງມີຫົວຄິດປະດິດສ້າງ ແລະ ຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດ”, ບັນດາບໍລິສັດທີ່ເຂົ້າຮ່ວມແມ່ນກຽມພ້ອມເປັນຢ່າງດີເພື່ອແຂ່ງຂັນ ແລະ ສະແດງໃຫ້ເຫັນຜະລິດຕະພັນທີ່ດີທີ່ສຸດຂອງຂອງພວກເຂົາ.” ການເຂົ້າຮ່ວມຊິງລາງວັນປະເພດທີ່ແຕກຕ່າງກັນ ແມ່ນຈະໄດ້ເລີ່ມເປີດຮັບສະໜັກຈົນເຖິງວັນທີ 02 ສິງຫາ 2019.

ທ່ານ ທະນົງສິນ ກັນລະຍາ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບ ງານຊິງລາງວັນທຸລະກິດອາຊຽນດີເດັ່ນແຫ່ງ (ABA) 2019 ຊຶ່ງຈະໄດ້ຈັດຂື້ນ ໃນເດືອນພະຈິກ, 2019 ທີ່ບາງກອກ ປະເທດໄທ ຊຶ່ງລາງວັນທຸລະກິດອາຊຽນດີເດັ່ນ (ABA 2019) ແມ່ນໄດ້ນໍາເອົານະວັດຕະກໍາ ແລະ ຕົວຂັບເຄື່ອນດ້ານຕະຫຼາດຂອງວິສາຫະກິດ SMEs ເຊິ່ງສະແດງໃຫ້ເຫັນຄວາມສາມາດອັນແທ້ຈິງຂອງການເປັນບໍລິສັດທີ່ໂດດເດັ່ນໃນພາກພື້ນເພື່ອເປັນແຮງຜັກດັນ ແລະ ເປັນຕົວແທນເປີດກວ້າງເຄືອຂ່າຍທຸລະກິດອາຊຽນ ໄປພ້ອມກັບການແລກປ່ຽນຮຽນຮູ້ເຊິ່ງກັນ ແລະ ກັນ.  ດັ່ງນັ້ນ, ຜູ້ຊະນະເລີດລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ (ABA Laos) 2019 ຈະມີເງື່ອນໄຂເຂົ້າຮ່ວມຊິງລາງວັນທຸລະກິດດີເດັ່ນອາຊຽນ 2019 ທີ່ ປະເທດໄທໃນທ້າຍປີນີ້. ໃນປີ 2018, ງານຊິງລາງວັນທຸລະກິດອາຊຽນດີເດັ່ນແຫ່ງ (ABA) ແມ່ນໄດ້ຖືກຈັດຂື້ນທີ່ປະເທດສິງກະໂປ ແລະ ມີບໍສັດຈາກ ສປປ ລາວໄດ້ຮັບລາງວັນຈຳນວນ 10 ລາງວັນ ຈາກ 6 ບໍລິສັດ.

ທ່ານ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດສະຫະພັນເຢຍລະມັນ ປະຈຳ ສປປ ລາວ ທ່ານ ເຈນສ ປີເຕີ ລູເກັນແຮັມ, ໄດ້ຮັບເຊື້ອເຊີນໃຫ້ມາເປັນແຂກກິດຕິມະສັກ ກ່າວວ່າມີຄຳເຫັນວ່າ ເຢຍລະມັນມີຄວາມພູມໃຈ ແລະ ຕື່ນເຕັ້ນທີ່ຈະສະໜັບສະໜູນ ABA Laos ເປັນບາດກ້າວທີ່ໜັກແໜ້ນຕໍ່ການແຂ່ງຂັນໃນລະດັບອາຊຽນ. ທ່ານໄດ້ກ່າວວ່າ, ນີ້ແມ່ນໂອກາດທີ່ດີສໍາລັບບໍລິສັດລາວທີ່ມີຄວາມຄິດສ້າງສັນ, ຄວາມເປັນຜູ້ນໍາທາງດ້ານທຸລະກິດແບບຫຼາກຫຼາຍ ແລະ ຜະລິດຕະພັນທີ່ດີເດັ່ນເຕັມໄປດ້ວຍຄວາມມີຫົວຄິດປະດິດສ້າງໃນຕະຫຼາດທີ່ມີມູນຄ່າສູງ.

ຫຼັງຈາກການກ່າວຕ້ອນບັນດາແຂກທີ່ນັກບຖື, ທ່ານ ທະນົງສິນ ກັນລະຍາ ສືບຕໍ່ອະທິບາຍລາຍລະອຽດ ກ່ຽວກັບ ຂະບວນການ ABA Laos ໃນປີນີ້, ໂດຍສະເພາະແມ່ນການປັບປຸງການປ່ຽນແປງ ແລະ ການພັດທະນາໃໝ່ໃນການປຽບທຽບກັບ ABAL 2018. ນອກເໜືອຈາກປະເພດລາງວັນຂອງປີ 2018, ມີ 4 ລາງວັນໃໝ່ເພີ່ມໃນບັນຊີລາຍຊື່ຄື: ທຸລະກິດເພື່ອສັງຄົມແບບຍືນຍົງ, ທຸລະກິດຄອບຄົວດີເດັ່ນ, Start-up ແລະ IDE ແລະ ທຸລະກິດສີຂຽວເປັນປະເພດເພີ່ມໃໝ່ໃນປີນີ້.

ຂະບວນການຄັດເລືອກ ແລະ ຕັດສິນລາງວັນແມ່ນມີການຮັບຮອງທາງຄຸນນະພາບເຊິ່ງມີຄະນະກໍາມະການຕັດສິນທີ່ມີຄວາມໜ້າເຊື່ອຖື ຕາງໜ້າຈາກພາກ ສ່ວນທີ່ກ່ຽວຂ້ອງຕ່າງໆເຊັ່ນ: ສະຖາບັນການສຶກສາ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ສື່ມວນຊົນ ແລະ ອື່ນໆ ເພື່ອຮັບປະກັນຄວາມໂປ່ງໃສ, ຄວາມຍຸຕິທໍາ ແລະ ຄວາມເປັນມືອາຊີບໃນຂະບວນການຄັດເລືອກຜູ້ໄດ້ຮັບຊະນະເລີດ ແລະ ໄດ້ຮ່ວມກັບ ບໍລິສັດ KPMG ເພື່ອຢັ້ງຢືນຕໍ່ກັບຄຸນນະພາບຂອງວິສາຫະກິດ ທີ່ມີຄວາມດີເດັ່ນ, ມີການຂະຫຍາຍຕົວ, ມີນະວັດຕະກໍາ, ດ້ານການຈ້າງງານ ແລະ ອື່ນໆ.

ໂຄງການເຊື່ອມໂຍງດ້ານເສດຖະກິດພາກພື້ນຂອງລາວເຂົ້າໃນອາຊຽນ, ການພັດທະນາການຄ້າ ແລະ ການພົວພັນທຸລະກິດ ການງານດ້ານການພັດທະນາການພົວພັນ ລະຫວ່າງ ລາວ-ເຢຍລະມັນ ຈະໃຫ້ທິດທາງຍຸດທະສາດ ແລະ ການໃຫ້ຄໍາປຶກສາດ້ານວິຊາການ ກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໃນການຮ່ວມມືການສະໝັກເຂົ້າຮ່ວມຊິງລາງວັນຢ່າງມີປະສິດທິພາບ.

ບັນດາວິສາຫະກິດທົ່ວປະເທດທີ່ລົງທະບຽນ ແລະ ດໍາເນີນທຸລະກິດຕ້ອງຕາມກົດໝາຍຢູ່ ສປປ ລາວ ໄດ້ຖືກເຊື້ອເຊີນເຂົ້າຮ່ວມຊິງລາງວັນໃນຄັ້ງນີ້. ແບບຟອມສະໝັກສໍາລັບຊິງລາງວັນແມ່ນສາມາດດາວໂຫລດໄດ້ທີ່ www.lncci.la/aba2019. ປິດຮັບສະໜັກວັນທີ 2 ສິງຫາ 2019. ລາຍຊື່ຜູ້ຊະນະເລີດຈະປະກາດໃນ ວັນທີ 20 ສິງຫາ ປີ 2019. ພິທີມອບລາງວັນ ABAL 2019 ຈະຈັດຂຶ້ນໃນວັນທີ 6 ກັນຍາ 2019, ທີ່ນະຄອນຫຼວງວຽງຈັນ ແລະ ມອບລາງວັນໂດຍການນໍາຂອງ ສປປ ລາວ ແລະ ຜູ້ນໍາທຸລະກິດທີ່ຖືກແຕ່ງຕັ້ງ.

ໃນການສົນທະນາ ແລະ ປ່ຽນປະສົບການຮ່ວມກັບບັນດາຜູ້ທີ່ໄດ້ຮັບຊະນະເລີດໃນປີຜ່ານມາຢ່າງມີຊີວິດຊີວາ ໄດ້ໃຫ້ຄໍາແນະນໍາຕໍ່ຜູ້ຊະນະເລີດທີ່ອາດເປັນໄປໄດ້ໃນອະນາຄົດ. ຈາກກຸ່ມບໍລິສັດ ອິນທິລາ, ໂຮງຮຽນ ນານາຊາດປັນຍາທິບ, ກຸ່ມບໍລິສັດ 108 – 1009, ກຸ່ມບໍລິສັດ ໃສທິລາດ ໄດ້ແລກປ່ຽນປະສົມການໃນການສ້າງແຮງບັນດານໃຈຂອງການໄດ້ຮັບໄຊຊະນະລາງວັນ ໃນການແຂ່ງຂັນໃນລະດັບພາກພື້ນຢູ່ປະເທດ ສິງກະໂປ 2019. ການເຂົ້າຮ່ວມຂອງພວກເຂົາໃນງານແຂ່ງຂັນຊິງລາງວັນນັກທຸລະກິດດີເດັ່ນອາຊຽນ ແມ່ນຈະສົ່ງຜົນດີໃຫ້ທຸລະກິດໃນການສ້າງວິໃສທັດ ແລະ ການຕິດຕໍ່ພົວພັນກັນຂອງທຸລະກິດໃໝ່ໃນອາຊຽນພ້ອມກັບບັນດານັກທຸລະກິດທີ່ມີຊື່ສຽງຂອງບັນດາປະເທດສະມາຊິກອາຊຽນອື່ນ. ເວທີສົນທະນາໄດ້ແນະນໍາຜູ້ສະໝັກທີ່ມີຄວາມຄາດຫວັງໃຫ້ເອົາໃຈໃສ່ ເພື່ອຈັບເອົາຄວາມສ່ຽງນີ້ ເພື່ອຊອກຫາກາລະໂອກາດໃນຕະຫຼາດໃໝ່ໃນອາຊຽນ ແລະ ເພື່ອກະກຽມໃຫ້ດີພ້ອມດ້ວຍການມີຈັນຍາທໍາ ແລະ ຄວາມໂປ່ງໃສຢ່າງຄົບຖ້ວນໃນການສະແຫວງຫາຂອງພວກເຂົາ.

ປີນີ້ຫົວຂໍ້ໄດ້ຖືກລະບຸໂດຍ ABA ຂອງລາວ ໂດຍສອດຄ່ອງກັບຄວາມຕ້ອງການ ຂອງການແຂ່ງຂັນນັກທຸລະກິດດີເດັ່ນຂອງອາຊຽນເຊິ່ງຈະຈັດຂື້ນທີ່ບາງກອກ, ປະເທດໄທ ໃນປີ 2019. ມີ 25 ລາງວັນແມ່ນໄດ້ຖືກຄາດການໄວ້ໃນລະດັບການແຂ່ງຂັນລາງວັນທຸລະກິດດີເດັ່ນຂອງລາວປີ 2019. ຜູ້ຊະນະເລີດ ABA ຂອງລາວ ຈະຖືກເຊີນເຂົ້າຮ່ວວມງານມອບລາງວັນ ເຊິ່ງຈັດຂື້ນທີ່ນະຄອນຫຼວງວຽງຈັນໃນວັນທີ 6 ກັນຍາ 2019. ຜູ້ສະໝັກສາມາດຊອກເບິ່ງຂໍ້ມູນໂດຍຜ່ານເວັບໄຊເປັນທາງການ www.lncci.la/aba2019

ສໍາລັບຂໍ້ມູນເພີ່ມເຕີມ ຫຼືການສະໜັບສະໜູນສໍາລັບການສົ່ງຊື່ເຂົ້າຊິງລາງວັນ, ແນະນໍາໃຫ້ທຸລະກິດຕິດຕໍ່:

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ

ກອງເລຂາງານຊິງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ

Tel: 856 20 5256 2729 or 2814 0170

Tel: 856 21 453 312, Fax: 856 021 452 580

Email: abalaos@lncci.la ຫລື souphanthong.p@lncci.la

 

 

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword