ຝຶກອົບຮົມໃນຫົວຂໍ້ : “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ (Professional Employee Development Program)” ທີ່ ໂຮງແຮມ ຈຳປາສັກ ແກຣນ, ແຂວງຈຳປາສັກ

ຝຶກອົບຮົມໃນຫົວຂໍ້ : “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ (Professional Employee Development Program)” ທີ່ ໂຮງແຮມ ຈຳປາສັກ ແກຣນ, ແຂວງຈຳປາສັກ

ໃນວັນທີ 11 ມີຖຸນາ 2018 ໄດ້ຈັດການຝຶກອົບຮົມໃນຫົວຂໍ້ : “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ (Professional Employee Development Program)” ທີ່ ໂຮງແຮມ ຈຳປາສັກ ແກຣນ, ແຂວງຈຳປາສັກ.

ໂດຍການເປັນປະທານເປີດການຝຶກອົບຮົມຂອງ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ, ທ່ານ ອຸດອນ ສິງສຸວົງ, ປະທານ ສອຄ ແຂວງຈຳປາສັກ, ທ່ານ ນາງ Tomoe WATANABE (ໂທໂມະ ວາຕານາເບະ), ຜູ້ປະສານງານ ສະມາຄົມ ສົ່ງເສີມການຮ່ວມມືດ້ານ ວິຊາການແບບຢືນ ຍົງ ແຫ່ງ ປະເທດຍີ່ປຸ່ນ (AOTS) ປະຈຳພາກພື້ນ, ທ່ານ  ອາຈານ ຢຸດນະລົງ ເອື້ອເຟື້ອ, ວິທະຍາກອນ ແລະ ຄູຝຶກ  ແຫ່ງສະມາຄົມສົ່ງເສີມດ້ານເຕັກໂນໂລຊີ (TPA) ແຫ່ງປະເທດໄທ. ການຝຶກອົບຮົມໃນຄັ້ງນີ້ແມ່ນຈະດຳເນີນເປັນເວລາ 5 ວັນ ໃນວັນທີ 11-15 ມີຖຸນາ 2018.

ສຄອ ແຫ່ງຊາດລາວ, ໃນນາມອົງການຈັດຕັ້ງສູງສຸດ ຂອງພາກທຸລະກິດລາວ, ສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງ ແຫ່ງ ປະເທດຍີ່ປຸ່ນ (AOTS) ແລະ ສະມາຄົມສົ່ງເສີມດ້ານເຕັກໂນໂລຊີ (TPA) ແຫ່ງປະເທດໄທ ໄດ້ຮ່ວມກັນ ຈັດການຝຶກອົບຮົມ ໃນຫົວຂໍ້ : ການພັດທະນາບຸກຄະລາກອນ ຢ່າງມືອາຊີບ ໂດຍໄດ້ຮັບການສະໝັບສະໝູນ ຈາກ AMEICC ເຊີ່ງໃນປີນີ້ ແມ່ນ ເປັນປີ ທີ 3 ແລ້ວ ແລະ ເປັນຄັ້ງທີ 2 ທີ່ ພວກເຮົາໄດ້ຈັດການຝຶກອົບຮົມໃນຫົວຂໍ້ນີ້ ໃຫ້ແກ່ ພາກທຸລະກິດ ຢູ່ ທ້ອງຖີ່ນ ເຊີ່ງ ໃນປີທີ່ຜ່ານມາ ນອກຈາກ ຈະໄດ້ຈັດການຝຶກອົບຮົມໃນນະຄອນຫຼວງວຽງຈັນດັ່ງທີ່ຜ່ານມາ, ພວກເຮົາແມ່ນໄດ້ຈັດການຝຶກອົບຮົມໃຫ້ແກ່ພາກທຸະກິດ ແຂວງ ສະຫວັນນະເຂດ ແລະ ພິເສດສຸດໃນປີນີ້ ສຳລັບ ແຂວງ ຈຳປາສັກເຮົາ ກໍ່ຄື ທາງ ສຄອ ແຫ່ງຊາດລາວ ແລະ AOTS ໄດ້ຕົກລົງກັນວ່າ ຈະຈັດການຝຶກອົບຮົມ 2 ຄັ້ງ, ກໍ່ຄືຄັງວັນທີ 11-15 ມິຖຸນາ 2018 ແລະ ຄັ້ງວັນທີ 20-24 ສິງຫາ 2018 .  ຈຸດປະສົງແມ່ນ ຂອງການຝຶກອົບຮົມ ກໍ່ເພື່ອເປັນການ ພັດທະນາ ຂີດຄວາມສາມາດ ໃຫ້ ແກ່ພາກ ທຸລະກິດ ຄ່ຽງຄູກັບການພັດທະນາ ບຸກຄະລາກອນ ຂອງ ບໍລິສັດ ເພື່ອ ເພີ່ມປະສິດທິພາບ ຂອງການເຮັດວຽກໃນອົງກອນໃຫ້ ເປັນລະບົບ ເພື່ອໃຫ້ສາມາດ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນດ້ານພັດທະນາຢ່າງບໍ່ຢຸດຢັ້ງ.

ນອກຈາກນີ້, ຍັງຈະຊ່ວຍເພີ່ມພະລິດຕະພາບຂອງ ການຜະລິດ   ແລະ ເພີ່ມຂິດຄວາມສາມາດໃຫ້ກັບບຸກຄະລາກອນ ໃຫ້ເຮັດວຽກຢ່າງມືອາຊີບເຊັ່ນ:  ບັນດາພະນັກງານໃນບໍລິສັດ, ຜູ້ຈັດການ ແລະ ຜູ້ບໍລິຫານ ໃຫ້ມີຄວາມເຂົ້າໃຈຢ່າງເລີກເຊີ່ງ ຕໍ່ກັບການຈັດລະບົບຂອງການເຮັດວຽກ(5S organization), ການກວດກາຄຸນະພາບຂອງ ການເຮັດວຽກ ແລະ ການຜະລິດ (Kaizen productivity) ເຊີ່ງບົດຮຽນດັ່ງກ່າວແມ່ນ ມີຄວາມສຳຄັນ ແລະ ຈຳເປັນທີ່ ສຸດສຳລັບ ທຸລະກິດ ຂອງ ສປປ ລາວ ເພື່ອເຮັດແນວໃດໃຫ້ ທຸລະກິດຂອງລາວ ສາມາດ  ແຂ່ງຂັນໄດ້ກັບພາກພື້ນ ແລະ ສາກົນ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword