ພິທີຖະແຫຼ່ງຂ່າວ ການປັບຂື້ນຄ່າແຮງງານຂັ້ນຕໍ່າສຸດຂອງຜູ້ອອກແຮງງານ ຢູ່ ສປປ ລາວ

ພິທີຖະແຫຼ່ງຂ່າວ ການປັບຂື້ນຄ່າແຮງງານຂັ້ນຕໍ່າສຸດຂອງຜູ້ອອກແຮງງານ ຢູ່ ສປປ ລາວ

ໃນວັນທີ 30 ເມສາ 2018, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບສູນກາງສະຫະພັນກຳມະບານລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ໄດ້ຈັດ ພິທີຖະແຫຼ່ງຂ່າວ ການປັບຂື້ນຄ່າແຮງງານຂັ້ນຕໍ່າສຸດຂອງຜູ້ອອກແຮງງານ ຢູ່ ສປປ ລາວ ຈາກ 9 ແສນກີບ ມາເປັນ 1,1 ລ້ານກີບ,  ໂດຍການເປັນປະທານຂອງ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ອາລີ  ວົງຫນໍ່ບຸນທຳ ຮອງປະທານ ສູນກາງສະຫະພັນກຳມະບານລາວ ແລະ ທ່ານ ວັນທອງ ສິດທິກຸນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ຊຶ່ງຈະເລີ່ມປະຕິບັດແຕ່ວັນທີ 1 ພຶດສະພາ 2018ເປັນຕົ້ນໄປ. ໂດຍ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ການປັບຄ່າແຮງງານຂັ້ນຕໍ່າສຸດຂອງຜູ້ອອກແຮງງານຢູ່ລາວ ຄັ້ງນີ້, ເພື່ອປັງປຸງການດຳລົງຊີວິດຂອງຊາວຜູ້ອອກແຮງງານໃນຫົວໜ່ວຍການຜະລິດ, ທຸລະກິດ ຫຼື ການບໍລິການທັງພາຍໃນ ແລະ ນອກລະບົບ ແລະ ຜູ້ເຮັດວຽກໃນຄົວເຮືອນໃຫ້ໄດ້ຂັ້ນພື້ນຖານ ແລະ ດີຂຶ້ນກວ່າເກົ່າສ່ອດຄ່ອງກັບລະດັບຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ຄວາມຮຽກຮ້ອງຕ້ອງການທາງດ້ານວັດຖຸ, ຈິດໃຈ ແລະ ຜົນປະໂຫຍດທາງດ້ານສະຫວັດດີການສັງຄົມ, ໃຫ້ຊາວຜູ້ອອກແຮງງານໄດ້ຮັບຮູ້, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດປັບປຸງຄ່າແຮງງານຂັ້ນຕ່ຳສຸດໃຫ້ຜູ້ອອກແຮງງານ, ເພື່ອໃຫ້ຜູ້ອອກແຮງງານໄດ້ຮັບຜົນປະໂຫຍດ ຫຼື ຄ່າຕອບແທນຈາກກາເຮັດວຽກຢ່າງເໝາະສົມ ແລະ ຍຸຕິທຳກັບລາຍໄດ້ທີ່ຕົນຄວນຈະໄດ້ຮັບໃນການເຮັດວຽກ ແລະ ໂດຍເຫັນໄດ້ເຖິງຄວາມຈຳເປັນອັນເປັນພື້ນຖານດັ່ງກ່າວ, ສະນັ້ນ, ອົງການສາມຝ່າຍ ລວມມີ ກະຊວງ ຮສສ, ສູນກາງສະຫະພັນກຳມະບານລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈຶ່ງໄດ້ເຫັນດີເປັນເອກະພາບກັນ ດຳເນີນຄົ້ນຄ້ວາປັບຄ່າແຮງງານຂັ້ນຕ່ຳສຸດຢູ່ລາວ, ໂດຍໃຫ້ກະຊວງ ຮສສ ໃນນາມຕ່າງໜ້າໃຫ້ອົງການສາມຝ່າຍ ນຳສະເໜີຜົນຂອງການພິຈາສະນາ ແລະ ເຫັນດີຮ່ວມກັນໃນກອງປະຊຸມຄະນະກຳມະການສາມຝ່າຍລະດັບສູງ ຄັ້ງວັນທີ 26 ມັງກອນຜ່ານມາ, ໄປນຳສະເໜີຕໍ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອພິຈາລະນາ ແລະ ໃນທ້າຍເດືອນ ເມສາ 2018 ລັດຖະຖບານ ກໍໄດ້ເຫັນດີຮັບຮອງເອົາການປັບຄ່າແຮງງານຂັ້ນຕ່ຳສຸດຢູ່ລາວ ຕາມໜັງສືແຈ້ງການ ສະບັບເລກທີ 560/ສນຍ, ລົງວັນທີ 20 ເມສາ 2018 ໂດຍເຫັນດີປັບຈາກ 900.000 ຂຶ້ນເປັນ 1.100.000 ກີບຕໍ່ຄົນຕໍ່ເດືອນ ແລະ ມີຜົນເລີ່ມຈັດຕັ້ງປະຕິບັດໃນວັນທີ 1 ພຶດສະພາ 2018 ເປັນຕົ້ນໄປ ແລະ ມອບໃຫ້ ກະຊວງ ຮສສ ເປັນຝ່າຍອອກແຈ້ງການຈັດຕັ້ງປະຕິບັດລະດັບຄ່າແຮງງານຂັ້ນຕ່ຳສຸດດັ່ງກ່າວຢ່າງເປັນທາງການ ແລະ ມີຜົນບັງຄັບຊ້ໃນນັບແຕ່ວັນທີ 1 ພຶດສະພາ 2018 ເປັນຕົ້ນໄປ.

ຂອບໃຈ ພາບ ແລະ ບົດຂ່າວ FB Page:  ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ

(ເພັດສະໄໝ)

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword