ພິທີເຊັນບົດບັນທຶກຄວາມເຂົ້າໃຈ 3 ຝ່າຍ ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ ແລະ ສະພາການຄ້າ ແລະ ອຸດສາສະຫາກໍາແຫ່ງຊາດລາວ ວັນທີ 20 ພະຈິກ 2017, ທີ່ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ 3 ຝ່າຍ ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ,ຕະຫຼາດຫຼັກຊັບລາວ ແລະ ສະພາການຄ້າ ແລະ ອຸດສາສະຫາກໍາແຫ່ງຊາດລາວວັນ​ທີ 20 ພະຈິກ 2017, ​ ທີ່ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຕ່າງໜ້າເຊັ່ນບົດບັນທຶກເຂົ້າໃຈ 3 ຝ່າຍໂດຍ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັບຊັບ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫ່ຍຕະຫຼາດຫຼັກຊັບລາວ. ການເຊັນບົດ​ບັນ​ທຶກ​ສະ​ບັບ​ນີ້ ​ສ້າງ​ຂຶ້ນເພື່ອ​​ເພີ່ມ​ທະວີ​ການພົວ​ພັນ​ຮ່ວມ​ມື ແລະ ຊ່ວຍ​ເຫຼືອເຊິ່ງ​ກັນ ແລະ ກັນ ​ລະ​ຫ່​ວາງ ສ​ຄ​ຄ​ຊ, ຕ​ລ​ຊ​ລ ແລະ ສ​ຄອຊ ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ກ່ຽວ​ກັບ​ການແລກ​ປ່ຽນຂໍ້​ມູນ-ຂ່າວ​ສານ, ການ​ຈັດ​ກອງ​ປະ​ຊຸມສຳ​ມະ​ນາ ແລະ ​ແລກປ່ຽນ​ບົດຮຽນ ແລະ ການຈັດ​ງານ​ສົ່ງ​ເສີມ​ທຸ​ລະ​ກິດເພື່ອ​ເຂົ້າ​ຈົດທະບຽນໃນ​ຕະ​ຫຼາດ​ຫຼັ​ກ​ຊັບ​ລາວ ເປັນ​ຕົ້ນ​ແມ່ນ: ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ທີ່​ດີ, ລະ​ບົບ​ບັນ​ຊີ, ສະໜອ​ງຂໍ້​ມູນ​ກ່ຽວ​ກັບ​​ເປົ້າ​ໝາຍ​ວິ​ສາ​ຫະ​ກິດ​ທີ່​ມີ​ເງື່ອນ​​​ໄຂ​ ​ແລະ ຫົວ​ຂໍ້​​ທີ່​ເຫັນ​ວ່າ​ສຳຄັນ ​ແລະ ຈຳ​ເປັນ​ ເພື່ອສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​​ວິ​ສາ​ຫະກິດ ​ເພື່ອໃຫ້ມີເງື່ອນໄຂເຂົ້າລະດົມທຶນຜ່ານຕະຫຼາດທຶນລາວ ເພື່ອໃຫ້ວິສາຫະກິດລາວມີການເຕີບໃຫຍ່ຂະຫຍາຍຕົວ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ແລະ ທັງເປັນການພັດ​ທະ​ນາ​ຕະຫຼາດ​ທຶນ​ລາວ​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມ​ແຂງເທື່ອ​ລະ​ກ້າວ.

ໃນ​ໄລຍະຜ່ານມາ, ພັກ ​ແລະ ລັດຖະບານ ​ໄດ້ເອົາໃຈໃສ່ຊີ້​ນໍ​າ ນໍາພາພາກສ່ວນ​ກ່ຽວຂ້ອງ​ ເພື່ອກະກຽມ​ສ້າງ​ຕັ້ງ​ແລະ ພັດທະນາ​ຕະຫຼາດຫຼັກຊັບໃຫ້​ມີ​ການ​ເຄື່ອນ​ໄຫວຢ່າງ​ຕັ້ງໜ້າ. ໃນນັ້ນ ຜົນສໍາເລັດທີ່ພົ້ນເດັ່ນ ແມ່ນພວກເຮົາໄດ້ສ້າງ​ຕັ້ງ ຄະນະ​ກໍາມະການ​ຄຸ້ມ​ຄອງ​ຫຼັກ​ຊັບ ຂຶ້ນ​ໃນ​ປີ 2009 ໂດຍ​ມີ ທ່ານ ​ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະ ຊວງການເງິນ ​ເປັນ​ປະທານ, ​ໄດ້​ສໍາ​ເລັດການສ້າງ​ຕັ້ງ​ຕະຫຼາດຫຼັກ​ຊັບ​ລາວ​ຂຶ້ນ ​ໃນ​ປີ 2010 ​ແລະ ນໍາ 2 ລັດວິ​ສາ​ຫະກິດ ຈາກຂະແໜງການທະນາຄານ ແລະ ພະລັງງານໄຟຟ້ານໍ້າຕົກ ແລະ 4 ບໍລິສັດເອກະຊົນ ຫັນ​ເປັນ​ບໍລິສັດມະຫາຊົນ ​ເພື່ອ​ລະດົມ​ທຶນຈາກມວນຊົນ ແລະ ​ເຂົ້າ​ຈົດ​ທະບຽນ​ໃນ​ຕະຫຼາດ​ຫຼັກ​ຊັບລາວ.

ການສ້າງຕັ້ງ ແລະ ພັດທະນາຕະຫຼາດທຶນໃນ ສປປ ລາວ ຖືເປັນວຽກງານໜຶ່ງທີ່ມີຄວາ​ມ ໝາ​ຍຄ​ວາ​ມສໍາຄັນ​ຢ່າງ​ຍິ່ງ, ​ເພາະ​ການ​ພັດທະນາ​ຕະຫຼາດທຶນ ແມ່ນ​ການ​ພັດທະນາ​ຊ່ອງ​ທາງ​ລະດົມ​ທຶນ​ເຂົ້າ​ໃສ່​ການ​ຜະລິດ​ສິນ​ຄ້າ ​ແລະ ການ​ບໍລິການ ຂອງບັນດາວິສາຫະກິດຂອງລາວ ເພື່ອປະກອບສ່ວນສ້າງຊຸກຍູ້ການພັດທະນາເສດຖະກິດຂອງຊາດ ໃຫ້ໜັກແໜ້ນເຂັ້ມແຂງ. ສະນັ້ນ, ເພື່ອ​ໃຫ້ບັນດາວິສາຫະກິດຂອງລາວເຫັນໄດ້ຄວາມສຳຄັນ ແລະ ຜົນປະໂຫຍດຂອງຕະຫຼາດທຶນ ແລະ ຊຸກຍູ້ໃຫ້ວິສາຫະກິດປັບປຸງ, ສ້າງຄວາມເຂັ້ມແຂງໃຫ້ມີເງື່ອນໄຂເຂົ້າລະດົມທຶນໃນ ຕລຊລ ໄດ້. ໃນມື້ນີ້ ສ​ຄ​ຄ​ຊ, ຕ​ລ​ຊ​ລ ແລະ ສ​ຄອຊ ຈຶ່ງໄດ້ຮ່ວມມືກັນ ຊຸກຍູ້ວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາວິສາຫະກິດ ແລະ ເພື່ອໂຄສະນາເຜີຍແຜ່ຄວາມຮູ້ທົ່ວໄປກ່ຽວກັບວຽກງານຕະຫຼາດທຶນໃຫ້ແກ່ບັນດາວິສາຫະກິດ, ຮ່ວມກັນຄົ້ນຄວ້າຄັດເລືອກເປົ້າໝາຍວິສາຫະກິດ ທີ່ມີເງື່ອນໄຂເພື່ອລະດົມທຶນໃນຕະຫຼາດທຶນ ແລະ ເຂົ້າຈົດທະບຽນໃນ ຕລຊລ.

ການຮ່ວມມືກັນຂອງ 3 ພາກສ່ວນ ພວກເຮົາໃນມື້ນີ້ ຈຶ່ງເປັນນິມິດໝາຍອັນດີ ໃຫ້ແກ່ການພັດທະນາຕະຫຼາດທຶນລາວ ກໍ່ຄືການສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດລາວມີເງື່ອນໄຂເຂົ້າລະດົມທຶນຜ່ານ ຕລຊລ. ຂ້າພະເຈົ້າຈຶງຫວັງເປັນຢ່າງຍິ່ງວ່າ ການຮ່ວມມືຂອງພວກເຮົາ ໃນຄັ້ງນີ້ຈະບັນລຸໄດ້ຕາມຈຸດປະສົງ ລະດັບຄາດໝາຍທີ່ໄດ້ກຳນົດໄວ້.

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword