ພິທີເຊັນບົດບັນທຶກຊ່ວຍຈຳວ່າດ້ວຍ “ວຽກງານການຮ່ວມມືລະຫວ່າງ ສຄອຊ ແລະ ທພລ

ພິທີເຊັນບົດບັນທຶກຊ່ວຍຈຳວ່າດ້ວຍ “ວຽກງານການຮ່ວມມືລະຫວ່າງ ສຄອຊ ແລະ ທພລ

ໃນວັນທີ  11 ພຶດສະພາ 2018, ເວລາ 14:30 ທີ່ ຫ້ອງປະຊຸມຊັ້ນ VI, ທະນາຄານພັດທະນາລາວ ສຳນັກງານໃຫຍ່ ໄດ້ຈັດ ພິທີເຊັນບົດບັນທຶກຊ່ວຍຈຳວ່າດ້ວຍ “ວຽກງານການຮ່ວມມືລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ແລະ ທະນາຄາພັດທະນາລາວ

ໂດຍການເປັນປະທານຂອງ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອ ແຫ່ງຊາດລາວ, ທ່ານ ບົວລຽນ ພົມມະວົງສາ ຜູ້ອໍານວຍການໃຫຍ່ ທະນາຄານພັດທະນາລາວ, ທ່ານ ສຽວສະຫວາດ ສະແຫວງສຶກສາ ປະທານທີ່ປຶກສາກິດຕິມະສັກ ສຄອຊ ແລະ ທ່ານ ໂຢຊິຮາລຸ ໂຢເນຢາມະ ຜຸ້ຕາງໜ້າອົງການໄຈກາປະຈໍາລາວ.

ຄືດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ:​ ວິສາຫະກິດຂະໜາດນ້ອຍ ແລະ ກາງ ມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການຜະລິດສິນຄ້າ, ການຄ້າ ແລະ ການບໍລິການ, ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືການສ້າງປະຖົມປັດໄຈໃຫ້ແກ່ການເປັນ ອຸດສາຫະກຳ  ແລະ ທັນສະໄໝເທື່ອລະກ້າວ ເຮັດໃຫ້ເສດຖະກິດຂອງຊາດມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ.

ລັດຖະບານຂອງພວກເຮົາກໍໄດ້ວາງນະໂຍບາຍ, ຍຸດທະສາດ ແລະ ແຜນພັດທະນາ ທີ່ເປັນອັນສະເພາະເຈາະຈົງສຳລັບສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ລວມທັງ ການສ້າງໃຫ້ມີກົນໄກ ແລະ ສ້າງໜ່ວຍງານສະເພາະຂຶ້ນມາເພື່ອຮັບຜິດຊອບຢ່າງຈິງຈັງ ແລະ ເປັນລະບົບຕໍ່ເນື່ອງ ດັ່ງທີ່ເຫັນໄດ້ຢູ່ໃນ “ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016-2018”.

ສະພາການຄ້າ ແລະ ອຸດສາຫະກຳ  ແຫ່ງຊາດລາວ ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈ ໃສ່ໃນການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍການສ້າງຕັ້ງສູນບໍລິການວິສາ ຫະກິດຂະໜາດນ້ອຍ ແລະ ກາງຂຶ້ນຢ່າງເປັນທາງການ ໃນວັນທີ 17 ກຸມພາ 2017 ເພື່ອເປັນສະຖານທີ່ ສຳລັບໃຫ້ບໍລິການແກ່ຜູ້ປະກອບກິດຈະການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປລາວ ທາງດ້ານບົດຮຽນ, ຄວາມຮູ້, ເຕັກໂນໂລຊີ, ແລະ ປະສົບການ. ຮ່ວມກັນພັດທະນາ ແລະ ພາກັນ ກ້າວໄປຂ້າງໜ້າເພື່ອເປັນການຕໍ່ຍອດ ແລະ ຍົກລະດັບ ດ້ານການຄຸ້ມຄອງບໍລິຫານ, ພັດທະນາດ້ານ ການຜະລິດ ແລະ ນະວັດຕະກຳໃໝ່, ການຫຸ້ມຫໍ່, ການຕະຫຼາດ ສ້າງໃຫ້ຜະລິດຕະພັນລາວ ຫຼື ກາໝາຍ/ຍີ່ຫໍ້ລາວເປັນທີ່ຍອມຮັບ/ຮັບຮູ້ ແລະ ໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກໃນພາກພື້ນ ແລະ ໃນໂລກ.

ສຳລັບ ສປປລາວ ແລ້ວ, ພວກເຮົາຍັງຢູ່ໃນຂັ້ນເລີ່ມຕົ້ນ ສິ່ງທີ່ທ້າທາຍຫຼາຍສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງໃນຂະນະນີ້ກໍຄື: “ການເຂົ້າເຖິງແຫຼ່ງເງິນທຶນ” ເຖິງເວລາ ແລ້ວທີ່ພວກເຮົາຕ້ອງຮ່ວມມືກັນເພື່ອຊ່ວຍເຫຼືອພວກເຂົາເຈົ້າໂດຍຮ່ວມກັນສ້າງລະບົບໃຫ້ພ້ອມ,  ກະກຽມໂຄງສ້າງພື້ນຖານໃຫ້ພ້ອມ.​ ສ້າງຄົນໃຫ້ພ້ອມ. ການສະໜັບສະໜູນຈາກ ທຸກຝ່າຍໃຫ້ຄວາມຮູ້ແກ່ຜູ້ປະກອບກິດຈະການ ເຊື່ອວ່າ: ໃນອະນາຄົດອັນໃກ້ນີ້ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ຂອງລາວຈະມີບາດກ້າວໃໝ່.

ສະນັ້ນ, ບົດບັນທຶກຊ່ວຍຈຳ ຈະເປັນນິມິດໝາຍອັນດີ ໃນການຮ່ວມມື ແລະ ສະໜັບສະໜູນ ສົ່ງເສີມເຊິ່ງກັນ ແລະ ກັນເພື່ອອຳນວຍຄວາມສະດວກໃນການພັດທະນາຜູ້ປະກອບກິດຈະການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປລາວ ຕະ ຫຼອດຮອດການສ້າງຄວາມຕໍ່ເນື່ອງຂອງກິດຈະກຳທີ່ກ່ຽວຂ້ອງເພື່ອໃຫ້ນຳໄປສູ່ການປ່ຽນແປງ ໃນທາງພາກປະຕິບັດໄດ້ ຢາງແທ້ຈິງ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword