ພິທີເປີດການຈັດຕັ້ງປະຕິບັດ “ແຜນງານສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ”

ພິທີເປີດການຈັດຕັ້ງປະຕິບັດ “ແຜນງານສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ”

ໃນຕອນບ່າຍວັນທີ 14 ກັນຍາ 2018, ຢູ່ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ມີພິທີເປີດການຈັດຕັ້ງປະຕິບັດ ແຜນງານສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂຶ້ນຢ່າງເປັນທາງການ

ໂດຍພາຍ​ໃຕ້ການເປັນປະທານຂອງ ທ່ານ ສົມ​ຈິດ ອິນ​ທະ​ມິດ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ວິກ ວານ ວູເຮັນ ຜູ້ອຳນວຍການຝ່າຍ ວິສາຫະກິດພາກພື້ນອາຊີ-ປາຊິຟິກ ຈາກອົງການແຮງງານສາກົນ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ພ້ອມດ້ວຍແຂກຖືກເຊີນຈາກພາກລັດ, ພາກທຸລະກິດ, ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນພາຍໃນນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ.

“ແຜນງານສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ” ແມ່ນໜຶ່ງໃນສາມແຜນງານ (1. ແຜນງານສ້າງຄວາມເຂັ້ມແຂງໃຫ້ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ພາກສ່ວນກ່ຽວຂ້ອງ; 2) ທະນາຄານທຸລະກິດ/ສະຖາບັນການເງິນທີ່ເຂົ້າຮ່ວມໂຄງການ ແລະ ພາກສ່ວນກ່ຽວຂ້ອງ; ແລະ 3. ວິສາຫະກິດຂະໜາດນ້ອຍ ແລະ ກາງ) ທີ່ກໍານົດໄວ້ໃນໜ້າວຽກທີ 2: ການຊ່ວຍເຫຼືອທາງດ້ານວິຊາການ ຊຶ່ງຢູ່ພາຍໃຕ້ໂຄງການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະ   ໜາດນ້ອຍ ແລະ ກາງ (SMEs Access to Finance Project)” ທີ່ໄດ້ຮັບການສະະໜັບສະໜູນຈາກທະນາຄານໂລກ ໂດຍກົມສົ່ງເສີມວິສະຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮັບຜິດຊອບໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ.

ຈຸດປະສົງຂອງ “ແຜນງານສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນເພື່ອຍົກລະດັບຄວາມສາມາດຂອງຫົວໜ່ວຍ SME ຈຳນວນ 600 ຫົວໜ່ວຍ ຢູ່ໃນ 3 ແຂວງເປົ້າໝາຍຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຈໍາປາສັກ ໂດຍ SME ຈະໄດ້ຮັບການຍົກລະດັບໃນດ້ານຕ່າງໆເຊັ່ນ: ການສ້າງແຜນທຸລະກິດທີ່ເປັນໄປໄດ້, ການຖືບັນຊີ ແລະ ການບໍລິຫານການເງິນ, ການບໍລິຫານ-ຈັດການທຸລະກິດ, ການຕະຫຼາດ ແລະ ການຂາຍ ແລະ ອື່ນໆ ເພື່ອສ້າງເງື່ອນໄຂໃຫ້ SME ສາມາດເຂົ້າເຖິງແຫຼ່ງທຶນຂອງບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໃນໂຄງການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທະນາຄານອື່ນໆ. ສ່ວນຫົວໜ່ວຍ SME ທີ່ເຂົ້າເຖິງແຫຼ່ງທຶນໄດ້ແລ້ວ ແມ່ນໃຫ້ສາມາດນໍໍາໃຊ້ທຶນຢ່າງມີປະສິດທິຜົນ, ເຮັດໃຫ້ທຸລະກິດເຕີບໃຫຍ່ຂະຫຍາຍຕົວ ສາມາດສົ່ງດອກເບ້ຍ ແລະ ຕົ້ນທຶນໃຫ້ທະນາຄານທັນກໍານົດເວລາ, ຫຼຸດຜ່ອນຄວາມສ່ຽງທີ່ຈະກໍ່ໃຫ້ເກີດໜີ້ທີ່ບໍ່ເກີດດອກອອກຜົນ (NPL). ຄຽງຄູ່ກັບການສ້າງຄວາມເຂັ້ມແຂງໃຫ້ແກ່ SME ແຜນງານດັ່ງກ່າວຍັງຈະໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ບັນ​ດາໜ່ວຍງານທີ່ເຮັດໜ້າທີ່ສົ່ງເສີມ SME, ທີ່ປຶກສາພາຍໃນ ລວມທັງຜູ້ໃຫ້ບໍລິການພັດທະນາທຸລະກິດ (BDS) ຢ່າງໜ້ອຍ 5 ຫົວໜ່ວຍ/ທ່ານ ໂດຍການນໍາໃຊ້ເຄື່ອງມື ແລະ ວິທີການທີ່ແທດເໝາະກັບສະພາບຕົວຈິງເພື່ອຮັບປະກັນຄຸນນະພາບໃນການສະໜອງບໍລິການໃຫ້ແກ່ SME ພາຍຫຼັງສິ້ນສຸດໂຄງການ.

ໃນໂອກາດນີ້, ທ່ານ ສົມ​ຈິດ ອິນ​ທະ​ມິດ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານໃນພິທີ ໄດ້ມີຄໍາເຫັນຕໍ່ກັບແຜນງານສ້າງຄວາມເຂັ້ມແຂງດັ່ງກ່າວວ່າ:  ການສົ່ງເສີມການເຂົ້າເຖິງແຫຼ່ງທຶນ ແມ່ນວຽກງານບູລິມະສິດຂອງລັດຖະບານ ແລະ ໄດ້ຖືກບັນຈຸຢູ່ໃນແຜນພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເລີ່ມແຕ່ຍຸດທະສາດພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2006-2010, ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ປີ 2011-2015 ແລະ ໃນປະຈຸບັນ ການສົ່ງເສີມການເຂົ້າເຖິງແຫຼ່ງທຶນຍັງຖືເປັນ 1 ໃນ 7 ນະໂຍບາຍ ຂອງແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ປີ 2016-2020 ເພື່ອປັບປຸງ ແລະ ອໍານວຍໃຫ້ແກ່ການເຂົ້າຫາແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ງ່າຍຂຶ້ນ.

ພ້ອມກັນນີ້, ທ່ານ ສົມ​ຈິດ ອິນ​ທະ​ມິດ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ແຜນງານດັ່ງກ່າວຈະຊ່ວຍປັບປຸງ ແລະ ຍົກລະດັບຄວາມອາດສາມາດຂອງ SME ໃນດ້ານຕ່າງໆໂດຍສະເພາະແມ່ນການສ້າງເງື່ອນໄຂໃຫ້ແກ່ການເຂົ້າເຖິງແຫຼ່ງທຶນ. ນອກຈາກນັ້ນ, ທ່ານຍັງໄດ້ແນະນໍາໃຫ້ຄະນະຮັບຜິດຊອບໂຄງການຕ້ອງເອົາໃຈ ໃສ່ໃນການຄັດເລືອກເອົາຫົວໜ່ວຍ SME ທີ່ມີຄວາມສົນໃຈ ແລະ ຢູ່ໃນເປົ້າໝາຍຂອງແຜນງານຢ່າງແທ້ຈິງ ແລະ ທ່ານຍັງໄດ້ເນັ້ນຢໍ້າວ່າ: ເຖິງແມ່ນວ່າການຈັດຕັ້ງປະຕິບັດແຜນງານດັ່ງກ່າວຈະຢູ່ໃນ 3 ແຂວງເປົ້າໝາຍກໍ່ຕາມ ແຕ່ທາງໂຄງການຍັງຈະໄດ້ຄົ້ນຄ້ວາ ແລະ ຈັດສັນໃຫ້ແກ່ບັນດາຫົວໜ່ວຍ SME  ໃນແຂວງຕ່າງໆຕາມຄວາມເໝາະສົມຕື່ມອີກ.

ໃນໂອກາດນີ້,  ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ກັບອົງການແຮງງານສາກົນ ທີ່ໄດ້ພັດທະນາປື້ມຄູ່ມືສໍາລັບຝຶກອົບຮົມໄດ້ສໍາເລັດໃນເບື້ອງຕົ້ນ ແລະ ເຊື້່ອໝັ້ນວ່າຄູ່ມືດັ່ງກ່າວຈະສາມາດຕອບສະໜອງກັບເງື່ອນໄຂຕົວຈິງໃນປະຈຸບັນ. ພ້ອມດຽວກັນນັ້ນ, ທ່ານໄດ້ສະແດງຄວາມຂອບໃຈມາຍັງທະນະຄານໂລກ ທີ່ໃຫ້ການສະໜັບສະໜູນໃນວຽກງານດັ່ງກ່າວດ້ວຍດີຕະ ຫຼອດມາ ແລະ ຫວັງເປັນຢ່າງຍິ່ງວ່າຈະສືບຕໍ່ໃຫ້ການສະໜັບສະໜູນໃນອະນາຄົດຕໍ່ໄປ.

ນອກຈາກນີ້, ທ່ານ ຊາວລີ ຮູຣິ (Sauli Hurri) ຫົວໜ້າທີມງານ, ອົງການແຮງງານສາກົນ ກໍໄດ້ນໍາສະເໜີຕໍ່ກັບແຜນການຈັດຕັ້ງປະຕິບັດແຜນງານສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍສະເພາະແມ່ນວິທີໃນການປັບປຸງຂີດຄວາມສາມາດຂອງຜູ້ໃຫ້ບໍລິການພັດທະນາທຸລະກິດ ແລະ SME.

ສໍາລັບການຈັດຕັ້ງປະຕິບັດແຜນງານສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຄັ້ງນີ້ຈະໄດ້ດໍາເນີນຢູ່ໃນ 3 ແຂວງເປົ້າໝາຍຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ ມິຖຸນາ 2018 ແລະ ຈະສິ້ນສຸດໃນເດືອນ ມິຖຸນາ ປີ 2019. ອົງການແຮງງານສາກົນ (ILO) ຈະເປັນຜູ້ຮັບຜິດຊອບໃນການຈັດຕັ້ງປະຕິບັດ ໂດຍການປະສານສົມທົບຢ່າງໃກ້ຊິດກັບ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ແຜນງານດັ່ງກ່າວໄດ້​ກຳ​ນົດ​ເປົ້າ​ໝາຍເພື່ອບັນລຸໃຫ້ໄດ້ດັ່ງ​ນີ້:

ເປົ້າ​ໝາຍ​​ທີ່ 1:  ​ຜູ້​ບໍ​ລິ​ການດ້ານ​ການ​ພັດ​ທະ​ນາ​ລະ​ກິດ (BDS) ຢ່າງ​ໜ້ອຍ 5 ຫົວໜ່ວຍ ໄດ້​ຮັບ​ການສ້າງ​ຄວາມ​ເຂັ້ມ​ແຂງ/ຍົກລະດັບ​ ເພື່ອສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ SME.

ເປົ້າ​ໝາຍ​​ທີ່ 2:  ຫົວໜ່ວຍ SME ຢ່າງໜ້ອຍ 600 ຫົວໜ່ວຍ ໄດ້​ຮັບ​ການ​ສ້າງຄວາມເຂັ້ມແຂງທາງດ້ານທັກສະການຄຸ້ມຄອງບໍລິຫານທຸລະກິດ, ການບໍຫານດ້ານການເງິນ, ລວມເຖິງການບັນຊີ, ການຕະຫຼາດ ແລະ ການຂາຍ ແລະ ສາ​ມາດ​ນຳ​ໃຊ້​ຄວາມ​ຮູ້ ແລະ ທັກສະໃຫມ່ໆນັ້ນໃນການເຮັດທຸລະກິດ/ຂະຫຍາຍທຸລະກິດ​ຂອງ​ຕົນຕໍ່ໄປ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword