ຣາຊະອານາຈັກໄທກຳນົດເສັ້ນທາງ ແລະ ລະບຽບການຂົນສົ່ງສິນຄ້າຜ່ານແດນທາງບົກລະຫວ່າງ ປະເທດໄທ ແລະ ປະເທດລາວ

ຣາຊະອານາຈັກໄທກຳນົດເສັ້ນທາງ ແລະ ລະບຽບການຂົນສົ່ງສິນຄ້າຜ່ານແດນທາງບົກລະຫວ່າງ ປະເທດໄທ ແລະ ປະເທດລາວ

ຣາຊະອານາຈັກໄທກຳນົດເສັ້ນທາງ ແລະ ລະບຽບການຂົນສົ່ງສິນຄ້າຜ່ານແດນທາງບົກລະຫວ່າງ ປະເທດໄທ ແລະ ປະເທດລາວ

ກົມພາສີ, ກະຊວງການເງິນແຫ່ງ ຣາຊະອານາຈັກໄທໄດ້ອອກແຈ້ງການກ່ຽວກັບພີທີການທາງພາສີວ່າດ້ວຍການຜ່ານແດນຕາມຂໍ້ຕົກລົງການຂົນສ່ົງທາງຖະໜົນລະຫວ່າງລັດຖະບານແຫ່ງຣາຊະອານາຈັກໄທ ແລະ ສປປ ລາວ ເລກທີ 141, ລົງວັນທີ 10 ພະຈິກ 2017 ເພື່ອໃຫ້ການຈັດຕັ້ງປະຕິບັດການຜ່ານແດນໃຫ້ສອດຄ່ອງກັບມາດຕະຖານສາກົນຂອງອະນຸສັນຍາບາເຊໂລນາ ແລະ ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ.

ແຈ້ງການດັ່ງກ່າວນີ້ ໄດ້ກຳນົດທ່າ ຫຼື ສະຖານທີ່ ທີ່ນຳເຂົ້າ, ສົ່ງອອກ, ຜ່ານເຂົ້າ ແລະ ຜ່ານອອກລະຫວ່າງປະເທດໄທ ແລະ ປະເທດລາວ ຊຶ່ງສິນຄ້າຜ່ານແດນສາມາດຜ່ານເຂົ້າ ແລະ ຜ່ານອອກໄດ້ສະເພາະ ດ່ານພາສີໜອງຄາຍ, ດ່ານພາສີນະຄອນພະນົມ, ດ່ານພາສີມຸກດາຫານ, ດ່ານພາສີຊ່ອງເມກ, ດ່ານພາສີຊຽງຂອງ, ດ່ານພາສີບຶງການ, ດ່ານພາສີທ່າລີ່ (ໜອງຜື), ດ່ານພາສີຊຽງຄານ (ຄົກໄຜ່), ດ່ານພາສີເຂມມະລາດ (ປາກແຊງ) ແລະ ດ່ານພາສີທຸ່ງຊ້າງ (ຫ້ວຍໂກ໋ນ). ນອກຈາກນັ້ນ, ຍັງໄດ້ກຳນົດທ່າ ຫຼື ສະຖານທີ່ ທີ່ນຳເຂົ້າ ແລະ ສົ່ງອອກລະຫວ່າງປະເທດໄທ ກັບ ປະເທດທີ່ສາມ ຊຶ່ງສິນຄ້າຜ່ານແດນສາມາດນຳເຂົ້າ ແລະ ສົ່ງອອກໄດ້ສະເພາະ ຫ້ອງການພາສີທ່າເຮືອ ບາງກອກ, ຫ້ອງການພາສີທ່າເຮືອແຫຼມສະບັງ, ດ່ານພາສີມາບຕາພຸດ, ດ່ານພາສີແມ່ສອດ, ດ່ານພາສີແມ່ສາຍ, ດ່ານພາສີອະລັນຍາປະເທດ  ແລະ ດ່ານພາສີສຸໄຫງໂກລົກ.

ຂໍ້ມູນພາບ: https://www.armorsa.co.za

ການກຳນົດເສັ້ນທາງໃນການຂົນສົ່ງສິນຄ້າຜ່ານແດນທີ່ສົ່ງໄປ ປະເທດລາວ ຫຼື ຈາກປະເທດລາວສົ່ງໄປປະເທດທີ່ສາມ ຕາມເສັ້ນທາງດັ່ງນີ້:

  • ແມ່ສາຍ ຫາ ບາງກອກ ເສັ້ນທາງເລີ່ມຈາກດ່ານພາສີແມ່ສາຍ ຜ່ານຊຽງຣາຍ-ພະເຍົາ-ລຳປາງ-ຕາກ-ກຳແພງເພັດ-ນະຄອນສະຫວັນ-ສິງບູລີ-ອ່າງທອງ-ອະຍຸດທະຍາ-ປະທຸມທານີ-ບາງກອກ. ໂດຍໃຊ້ເສັ້ນທາງຫຼວງເລກທີ 01 , 32 ແລະ ທາງຫຼວງພິເສດລະຫວ່າງເມືອງເລກທີ 09.
  • ຊຽງຂອງ ຫາ ຊຽງຣາຍ ເສັ້ນທາງເລີ່ມຈາກດ່ານພາສີຊຽງຂອງຈົນຮອດຊຽງຣາຍ ໂດຍໃຊ້ເສັ້ນທາງຫຼວງເລກທີ 1020 ແລະ 1152.
  • ໜອງຄາຍ ຫາ ບາງກອກ ເສັ້ນທາງເລີ່ມຈາກໜອງຄາຍ ຜ່ານອຸດອນທານີ-ຂອນແກ່ນ-ນະຄອນລາດຊະສີມາ-ສະລະບຸລີ-ປະທຸມທານີ-ບາງກອກ. ໂດຍໃຊ້ເສັ້ນທາງຫຼວງເລກທີ 02 ແລະ 01.
  • ມຸກດາຫານ ຫາ ແມ່ສອດ ເສັ້ນທາງເລີ່ມຈາກມຸກດາຫານ ຜ່ານກາລະສິນ-ຂອນແກ່ນ-ພິດຊະນຸໂລກ-ສຸໂຂໄທ-ຕາກ-ເມືອງແມ່ສອດ. ໂດຍໃຊ້ເສັ້ນທາງຫຼວງເລກທີ 2042, 413, 209, 12 ແລະ 105.
  • ຫິນກອງ ຫາ ອະລັນຍາປະເທດ  ເສັ້ນທາງເລີ່ມຈາກຫິນກອງ (ແຍກທາງຫຼວງໝາຍເລກ 01) ຜ່ານນະຄອນນາຍົກ-ປາຈິນບຸລີ-ສະແກ້ວ-ເມືອງອະລັນຍາປະເທດ  (ຊາຍແດນກຳປູເຈຍ) ໂດຍໃຊ້ເສັ້ນທາງຫຼວງໝາຍເລກ 33.
  • ນະຄອນລາດຊະສີມາ ຫາ ມາບຕາພຸດ ເສັ້ນທາງເລີ່ມຈາກ ນະຄອນລາດຊະສີມາ ຜ່ານເມືອງກະບິນບຸລີ-ເມືອງພະນົມສາລະຄາມ-ມາບຕາພຸດ ໂດຍໃຊ້ເສັ້ນທາງຫຼວງເລກທີ 304, 331, 36 ແລະ 3191.
  • ບາງກອກ ຫາ ແຫຼມສະບັງ ເສັ້ນທາງເລີ່ມຈາກບາງກອກ ຜ່ານຊົນບຸລີ-ແຫຼມສະບັງ-ມາບຕາພຸດ ໂດຍໃຊ້ເສັ້ນທາງຫຼວງພິເສດລະຫວ່າງເມືອງເລກທີ 07 (ມໍເຕີເວບາງກອກ – ຊົນບຸລີສາຍໃໝ່) ແລະ ທາງຫຼວງເລກທີ 36.
  • ບາງກອກ ຫາ ສຸໄຫງໂກລົກ ເສັ້ນທາງເລີ່ມຈາກບາງກອກ ຜ່ານສະໝຸດສາຄອນ-ສະໝຸດສົງຄາມ-ເພັດຊະບຸລີ-ປະຈວບຄິລິຂັນ-ຊຸມພອນ-ພັດທະລຸງ-ປັດຕານີ-ນາລາທິວາດ-ສຸໄຫງໂກລົກ ໂດຍໃຊ້ທາງຫຼວງໝາຍເລກທີ 35, 04, 41, 43, 42, 4084 ແລະ 4057.
  • ນະຄອນລາດຊະສີມາ ຫາ ອຸບົນລາດຊະທານີ ຫາ ຊ່ອງເມັກ ເສັ້ນທາງເລີ່ມຈາກນະຄອນລາດຊະສີມາ ຜ່ານເມືອງໂຊກໄຊ-ເມືອງເດດອຸດົມ-ອຸບົນລາດຊະທານີ-ດ່ານພາສີຊ່ອງເມັກ ໂດຍໃຊ້ທາງຫຼວງເລກທີ 224, 24 ແລະ 217.
  • ເມືອງສົມເດັດ ຫາ ສະກົນນະຄອນ ຫາ ນະຄອນພະນົມ ໃຊ້ທາງຫຼວງເລກທີ 213 ແລະ 22.

ຂໍ້ມູນພາບ: https://www.flickr.com and https://www.alamy.com

ປະກາດນີ້ ມີຜົນສັກສິດຕັ້ງແຕ່ວັນຖັດໄປຈາກ ວັນລົງຈົດໝາຍເຫດທາງລັດຖະການ ຂອງ ຣາຊະອານາຈັກໄທ ໃນວັນທີ 13 ພະຈິກ 2017 ເປັນຕົ້ນໄປ.

ດາວໂຫຼດ: ປະກາດພາສາໄທ (ຕົ້ນສະບັບ)

ຂອບໃຈບົດຂ່າວຈາກ: https://www.laotradeportal.gov.la

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword