ເຊີນເຂົ້າຮ່ວມການແຂ່ງຂັນສີມືແຮງງານແຫ່ງຊາດຄັ້ງທີ 4 ເຊິ່ງຈະໄດ້ຈັດຂຶ້ນໃນຕົ້ນປີ 2020 ແລະ ເຂົ້າຮວ່ມການ ແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ13 ທີ່ຈະໄດ້ຈັດຂຶ້ນໃນ ເດືອນສິງຫາ 2020 ທີ່ປະເທດ ສາທາລະນະລັດສິງກະໂປ

ເຊີນເຂົ້າຮ່ວມການແຂ່ງຂັນສີມືແຮງງານແຫ່ງຊາດຄັ້ງທີ 4 ເຊິ່ງຈະໄດ້ຈັດຂຶ້ນໃນຕົ້ນປີ 2020 ແລະ ເຂົ້າຮວ່ມການ ແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ13 ທີ່ຈະໄດ້ຈັດຂຶ້ນໃນ ເດືອນສິງຫາ 2020 ທີ່ປະເທດ ສາທາລະນະລັດສິງກະໂປ

ຮຽນ: ທ່ານ ປະທານສະມາຄົມ ແລະ ກຸ່ມທຸລະກິດ ແລະ ສະມາຊິກ ສຄອ ແຫ່ງຊາດ ທີ່ນັບຖື

ເລື່ອງ: ເຊີນເຂົ້າຮ່ວມການແຂ່ງຂັນສີມືແຮງງານແຫ່ງຊາດຄັ້ງທີ 4 ເຊິ່ງຈະໄດ້ຈັດຂຶ້ນໃນຕົ້ນປີ 2020 ແລະ ເຂົ້າຮວ່ມການ ແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ13 ທີ່ຈະໄດ້ຈັດຂຶ້ນໃນ ເດືອນສິງຫາ 2020 ທີ່ປະເທດ ສາທາລະນະລັດສິງກະໂປ
– ອີງຕາມແຈ້ງການຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ , ສະບັບເລກທີ 0883/ຫກ, ລົງວັນທີ 13/3/2019
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຂໍຖືເປັນກຽດແຈ້ງມາຍັງ ທ່ານ ປະທານສະມາຄົມ ແລະ ກຸ່ມທຸລະກິດ, ສະມາຊິກ ເພື່ອຄັດເລືອກສະມາຊິກເຂົ້າຮວ່ມການແຂ່ງຂັນສີມືແຮງງານແຫ່ງຊາດຄັ້ງທີ 4 ເຊິ່ງຈະໄດ້ຈັດຂຶ້ນໃນຕົ້ນປີ 2020 ແລະ ເຂົ້າຮວ່ມການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ13 ທີ່ຈະໄດ້ຈັດຂຶ້ນໃນ ເດືອນສິງຫາ 2020 ທີ່ປະເທດ ສາທາລະນະລັດສິງກະໂປ. ຈຸດປະສົງ ສົ່ງເສີມສີມືແຮງງານລາວ ໃນການພັດທະນາຄວາມຮູ້, ຄວາມສາມາດໃນດ້ານວິຊາຊີບ ແລະ ເພື່ອຜົນປະໂຫຍດຂອງພາກທູລະກິດ ແລະ ເພື່ອໃຫ້ແຮງງານສາມາດແຂ່ງຂັ່ນໃນລະດັບຊາດ ແລະ ລະດັບອາຊຽນ ພ້ອມທັງເປັນການສ້າງໂອກາດ ໃຫ້ພາກສວ່ນທີ່ກຽ່ວຂ້ອງຄື: ທັງພາກລັດ ແລະ ເອກະຊົນ ໄດ້ມີສ່ວນຮ່ວມໃນການແຂ່ງຂັນສີມືແຮງງານແຫ່ງຊາດ ແລະ ແຂ່ງຂັນສີມືແຮງງານອາຊຽນໃນຄັ້ງນີ້.( ເຊຶ່ງລາຍລະອຽດຂອງ ເງຶ່ອນໄຂ ແລະ ຜົນປະໂຫຍດຂອງຜູ້ທີ່ຈະສະຫມັກເຂົ້າຮວ່ມແຂ່ງຂັນ ພ້ອມທັງລາຍຊື່ສາຂາວິຊາຊີບ ແມ່ນຄັດຕິດມາພ້ອມນີ້)
ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງ ທ່ານປະທານ ສະມາຄົມ ແລະ ກຸ່ມທຸລະກິດ ເພື່ອຄັດເລືອກຜູ້ເຂົ້າຮ່ວມແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4 ແລະ ແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 13, ໃນຂອບເຂດສາຂາວິຊີບທີ່ຕົນຮັບຜິດຊອບ ນີ້ດວ້ຍ .

ໝາຍເຫດ: ສອບຖາມຂໍ້ມູນເພີ້ມເຕີມ
ໂທ: 02055946471

Related Posts

ແຈ້ງການ ລະບຽບການເດີນທາງເຂົ້າ ຣາຊະອານາຈັກໄທ

ແຈ້ງການ ລະບຽບການເດີນທາງເຂົ້າ ຣາຊະອານາຈັກໄທ

ແຈ້ງການ ລະບຽບການເດີນທາງເຂົ້າ ຣາຊະອານາຈັກໄທ ຜົນລະເມືອງຕ່າງປະເທດ ທີ່ຖືໜັງສືຜ່ານແດນ (Passport) ແມ່ນຕ້ອງໄດ້ລົງທະບຽນ TDAC ( Thailand Digital Arrival Card ) ແບບອອນລາຍ…Read more
ແຈ້ງການ ສຄອຊ ກ່ຽວກັບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ CO

ແຈ້ງການ ສຄອຊ ກ່ຽວກັບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ CO

ແຈ້ງການ ສຄອຊ ກ່ຽວກັບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ CO ຈຳຕ້ອງອອກຜ່ານລະບົບອອນລາຍເອເລັກໂຕນິກ (www.ecolao.gov.la) ເທົ່ານັ້ນ ນັບແຕ່ 1 ມັງກອນ 2025 ເປັນຕົ້ນໄປ.…Read more

ແຈ້ງການ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 2666/ຫອຄ

ແຈ້ງການ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 2666/ຫອຄ

ໂຈະການນຳເຂົ້າສິນຄ້າ ແລະ ຈຳໜ່າຍສິນຄ້າ ຜະລິດຕະພັນອາຫານ ທີ່ບໍ່ໄດ້ຂື້ນທະບຽນ ແລະ ພິມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າທີ່ເປັນພາສາລາວ ຕາມແຈ້ງການ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 2666/ຫອຄ…Read more

Enter your keyword