ເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ ແຂວງຫຼວງພະບາງ ຢ່າງເປັນທາງການ

ເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ ແຂວງຫຼວງພະບາງ ຢ່າງເປັນທາງການ

ເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ ແຂວງຫຼວງພະບາງ ຢ່າງເປັນທາງການ ໃນວັນທີ 28 ກຸມພາ 2019. ໃຫ້ກຽດເປັນປະທານໂດຍ:

– ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.
– ທ່ານ ຄຳຂັນ ຈັນທະວິສຸກ ເຈົ້າແຂວງ ຫຼວງພະບາງ.
– ທ່ານ Norbert BARTHLE ເລຂາທິການລັດຖະສະພາ, ຮອງລັດຖະມົນຕີ ກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ ເຢຍລະມັນ.
– ທ່ານ Jens LUETKENHERM ເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ສປປລາວ
– ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.
ບັນດາແຂກຜູ້ແທນຈາກເຢຍລະມັນ ແລະ ບັນດາທ່ານຜູ້ຕາງໜ້າຈາກພາກລັດ, ພາກທຸລະກິດ ແລະ ອົງການຈັດຕັ້ງສາກົນ.

ການຊຸກຍູ້ໃຫ້ບັນດາແຂວງ ສ້າງຕັ້ງສູນບໍລິການດ້ານວິຊາການໃຫ້ SME ເປັນມາດຕະການໜຶ່ງຂອງນະໂຍບາຍສົ່ງເສີມໃຫ້ພາກທຸລະກິດ ໄດ້ເຂົ້າເຖິງການບໍລິການໃຫ້ຄໍາປຶກສາພັດທະນາທຸລະກິດ ຕາມທີ່ກໍານົດໄວ້ໃນແຜນພັດທະນາ SME 2016-2020 ຂອງລັດຖະບານ, ແນໃສ່ຍົກລະດັບຄວາມສາມາດໃນດ້ານຕ່າງໆ ເພື່ອໃຫ້ SME ໄດ້ຮັບການພັດທະນາ, ເຕີບໃຫຍ່ຂະຫຍາຍຕົວ ແລະ ສາມາດແຂ່ງຂັນໄດ້ ທັງຢູ່ພາຍໃນປະເທດ, ພາກພື້ນ ແລະ ສາກົນ.

ການເປີດສູນບໍລິການ SME ຢູ່ ແຂວງຫຼວງພະບາງ ແມ່ນມີຄວາມໝາຍສໍາຄັນເປັນຢ່າງຍິ່ງຕໍ່ການສົ່ງເສີມ SME ຂອງ ສປປ ລາວ ແລະ ເປັນໝາກຜົນຂອງການຮ່ວມມືລະຫວ່າງ ສາທາລະນະລັດສະຫະພັນ ເຢຍລະມັນ ແລະ ສປປ ລາວ ພາຍໃຕ້ໂຄງການເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ ເພື່ອການພັດທະນາດ້ານທຸລະກິດ ແລະ ການຄ້າ (RELATED). ການສ້າງສູນດັ່ງກ່າວ ຈະຊ່ວຍເພີ່ມທະວີກະຈາຍການບໍລິການໃຫ້ຄໍາປຶກສາ ແລະ ການສະໜອງຂໍ້ມູນຂ່າວສານ ເປັນຕົ້ນແມ່ນການໃຫ້ຄໍາປຶກສາດ້ານເຂົ້າຫາແຫຼ່ງທຶນ, ການສ້າງແຜນທຸລະກິດ, ການບໍລິຫານທຸລະກິດ ແລະ ດ້ານອື່ນໆ ໃຫ້ SME ຢູ່ພາຍໃນແຂວງຫຼວງພະບາງ ແລະ ບັນດາແຂວງໄກ້ຄຽງ.

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ກະຊວງອຸດສາຫະກໍາ ແລະ ການຄ້າ ຂອງພວກຂ້າພະເຈົ້າ ກໍ່ຄືລັດຖະບານ ແຫ່ງ ສປປ ລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ຂອງກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ ກໍ່ຄື ລັດຖະບານ ສາທາລະນະລັດສະຫະພັນ ເຢຍລະມັນ ໃນການສົ່ງເສີມພາກທຸລະກິດ ໂດຍສະ ເພາະແມ່ນ SME ຢູ່ ສປປ ລາວ. ໃນນັ້ນ, ລວມທັງການຊ່ວຍເຫຼືອ ໂດຍຜ່ານອົງການ GTZ ໃນເມື່ອກ່ອນ ພາຍໃຕ້ໂຄງການຮ່ວມມືລາວ-ເຢຍລະມັນ ເພື່ອພັດທະນາຊັບພະຍາກອນມະນຸດ ສໍາລັບເສດຖະກິດຕະຫຼາດ (HRD-ME) ແລະ ໂຄງການອື່ນໆ, ກໍ່ຄືອົງການ GIZ ໃນປະຈຸບັນ ພາຍໃຕ້ໂຄງການ RELATED ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດຂອງ ສປປ ລາວ.

ເວົ້າສະເພາະໂຄງການ GIZ-RELATED ໄດ້ປະກອບສ່ວນເຂົ້າໃນການເຊື່ອມໂຍງເສດຖະກິດຂອງ ສປປ ລາວ ກັບອາຊຽນ ໂດຍຜ່ານການສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ ໂດຍສະ ເພາະແມ່ນ SME. ໂຄງການໄດ້ໃຫ້ການສະໜັບສະໜູນໃນການເຜີຍແຜ່ ແລະ ການຈັດຕັ້ງຜັນຂະຫຍາຍແຜນພັດທະນາ SME 2016-2020 ຢູ່ໃນຂັ້ນສູນກາງ ແລະ ພາກຕ່າງໆຂອງປະເທດ. ສິ່ງສໍາຄັນ ໂຄງການມີຄວາມຢຶດຢຸນ (flexibility) ໃນການຈັດຕັ້ງປະຕິບັດ ແລະ ໄດ້ເນັ້ນໃສ່ບັນດາກິດຈະກໍາທີ່ສ້າງຜົນກະທົບໂດຍກົງຕໍ່ພາກທຸລະກິດ. ບັນດາກິດຈະກໍາທີ່ສະແດງໃຫ້ເຫັນຜົນສໍາເລັດທີ່ເປັນຮູບປະທໍາປະກອບມີ ການຝຶກອົບຮົມເຕັກນິກການຄຸ້ມຄອງຄຸນນະພາບກາເຟ ຫຼັງການເກັບກ່ຽວ ໃຫ້ຊາວສວນ ແລະ ຜູ້ປຸງແຕ່ງກາເຟ ຢູ່ບັນດາແຂວງພາກໃຕ້ຂອງ ສປປ ລາວ ຊຶ່ງໄດ້ຈັດຕັ້ງປະຕິບັດໄປແລ້ວສິບກວ່າຄັ້ງ ມີຜູ້ເຂົ້າຮ່ວມຫຼາຍຮ້ອຍຄົນ. ສ່ວນອີກກິດຈະກໍາທີ່ພົ້ນເດັ່ນ ກໍ່ແມ່ນການສ້າງສູນບໍລິການ SME ຊຶ່ງໄດ້ກາຍເປັນຕົວແບບການຮ່ວມມືທີ່ດີ ແລະ ມີປະສິດທິພາບ ລະຫວ່າງ ພາກລັດ ແລະ ພາກທຸລະກິດ, ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ກໍ່ຄືພະແນກອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ຂອງບັນດາແຂວງ. ມາຮອດປັດຈຸບັນ, ພວກເຮົາໄດ້ສໍາເລັດການສ້າງສູນບໍລິການ SME ຢູນະຄອນຫຼວງວຽງຈັນ ແລະ ໄດ້ເປີດສູນບໍລິການ SME ຢ່າງເປັນທາງການ ຢູ່ແຂວງຫຼວງພະບາງ.  ສ່ວນແຜນການໃນຕໍ່ໜ້າ ແມ່ນຈະໄດ້ກະກຽມ ແລະ ເປີດສູນບໍລິການ SME ຢູ່ແຂວງ ຈໍາປາສັກ ພາຍໃນຕົ້ນປີນີ້ ແລ້ວຈະຂະຫຍາຍໄປຍັງແຂວງອື່ນໆທີ່ມີເງື່ອນໄຂ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword