ກອງປະຊຸມວຽກງານແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2022  ແລະ ທິດທາງແຜນການ ປີ 2023

ກອງປະຊຸມວຽກງານແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023

ກອງປະຊຸມວຽກງານແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ທີ່ເຮືອນຮັບແຂກ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ນະຄອນຫຼວງວຽງຈັນ ວັນທີ 9-10 ກຸມພາ 2023

ທ່ານ ວິບູນ ສິດທິມໍລະດາ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍພະນັກງານ ວິຊາການ ສຄອຊ ໄດ້ເຂົ້າຮ່ວມ ໂດຍການເປັນປະທານຂອງ ທ່ານ ຮສ. ປອ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ວັດທະນະທຳ ສັງຄົມ, ມີບັນດາທ່ານລັດຖະມົນຕີ ກະຊວງ ຮສສ, ຮອງລັດຖະມົນຕີ, ຕາງໜ້າຈາກ ສູນກາງສະຫະພັນກຳມະບານ, ພ້ອມດ້ວຍພະນັກງານໃນຂະແໜງການອອ້ມຂ້າງກະຊວງ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ ສະຫຼຸບວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນແຜນປະຕິບັດງານກັບຄູ່ຮ່ວມງານ, ລາຍງານກົງຈັກການຈັດຕັ້ງຂອງກະຊວງ, ພະແນກ ແລະ ຂະແໜງການ. ໃນກອງປະຊຸມດັ່ງກ່າວ, ບັນດາຕາງໜ້າ ກົມ, ພະແນກ ໃນກະຊວງ ຮສສ ກໍ່ໄດ້ຂື້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການປະຕິບັດງານຂອງຕົນ ເຊັ່ນ: ບັນຫາການຄຸ້ມຄອງແຮງງານ, ລະບົບຂໍ້ມູນຂ່າວສານຂອງແຮງງານ, ການສ້າງ ແລະ ພັດທະນາສີມືແຮງງານ, ການຈັດສັນຕຳແໜ່ງງານຫວ່າງໃຫ້ແຮງງານໄດ້ເຂົ້າເຖິງ, ການຢັ້ງຢືນສີມືແຮງງານ, ການໂຄສະນາປະຊາສຳພັນໃນການເຂົ້າວຽກງານປະກັນສັງຄົມ ໃຫ້ທົ່ວເຖິງ ນອກນັ້ນ, ບັນດາພະແນກການທີ່່ກ່ຽວຂ້ອງ ຍັງໄດ້ສະເໜີ ແລະ ແລກປ່ຽນຂໍ້ມູນຂ່າວສານ ໃນການສ້າງຕັ້ງກອງທືນ ໄພພິບັດ, ສັງຄົມສົງເຄາະ ເພື່ອໃຫ້ທົ່ວເຖິງ ໃນສັງຄົມ, ກອງປະຊຸມ ໄດ້ຈັດຂື້ນເປັນເວລາ ສອງວັນ ກອງ

ປະຊຸມວຽກງານວິຊາການ ແລະ ແລກປ່ຽນ, ມື້ທີສອງ ແມ່ນກອງປະຊຸມສືບຕໍ່ ແລະ ຄະນະນຳ ປິດກອງປະຊຸມວຽກງານແຮງງານ ແລະ ສະຫວັດດີການສັງຄົມ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword