ກອງປະຊຸມວຽກງານແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2022  ແລະ ທິດທາງແຜນການ ປີ 2023

ກອງປະຊຸມວຽກງານແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023

ກອງປະຊຸມວຽກງານແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ທີ່ເຮືອນຮັບແຂກ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ນະຄອນຫຼວງວຽງຈັນ ວັນທີ 9-10 ກຸມພາ 2023

ທ່ານ ວິບູນ ສິດທິມໍລະດາ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍພະນັກງານ ວິຊາການ ສຄອຊ ໄດ້ເຂົ້າຮ່ວມ ໂດຍການເປັນປະທານຂອງ ທ່ານ ຮສ. ປອ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ວັດທະນະທຳ ສັງຄົມ, ມີບັນດາທ່ານລັດຖະມົນຕີ ກະຊວງ ຮສສ, ຮອງລັດຖະມົນຕີ, ຕາງໜ້າຈາກ ສູນກາງສະຫະພັນກຳມະບານ, ພ້ອມດ້ວຍພະນັກງານໃນຂະແໜງການອອ້ມຂ້າງກະຊວງ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ ສະຫຼຸບວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນແຜນປະຕິບັດງານກັບຄູ່ຮ່ວມງານ, ລາຍງານກົງຈັກການຈັດຕັ້ງຂອງກະຊວງ, ພະແນກ ແລະ ຂະແໜງການ. ໃນກອງປະຊຸມດັ່ງກ່າວ, ບັນດາຕາງໜ້າ ກົມ, ພະແນກ ໃນກະຊວງ ຮສສ ກໍ່ໄດ້ຂື້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການປະຕິບັດງານຂອງຕົນ ເຊັ່ນ: ບັນຫາການຄຸ້ມຄອງແຮງງານ, ລະບົບຂໍ້ມູນຂ່າວສານຂອງແຮງງານ, ການສ້າງ ແລະ ພັດທະນາສີມືແຮງງານ, ການຈັດສັນຕຳແໜ່ງງານຫວ່າງໃຫ້ແຮງງານໄດ້ເຂົ້າເຖິງ, ການຢັ້ງຢືນສີມືແຮງງານ, ການໂຄສະນາປະຊາສຳພັນໃນການເຂົ້າວຽກງານປະກັນສັງຄົມ ໃຫ້ທົ່ວເຖິງ ນອກນັ້ນ, ບັນດາພະແນກການທີ່່ກ່ຽວຂ້ອງ ຍັງໄດ້ສະເໜີ ແລະ ແລກປ່ຽນຂໍ້ມູນຂ່າວສານ ໃນການສ້າງຕັ້ງກອງທືນ ໄພພິບັດ, ສັງຄົມສົງເຄາະ ເພື່ອໃຫ້ທົ່ວເຖິງ ໃນສັງຄົມ, ກອງປະຊຸມ ໄດ້ຈັດຂື້ນເປັນເວລາ ສອງວັນ ກອງປະຊຸມວຽກງານວິຊາການ ແລະ ແລກປ່ຽນ, ມື້ທີສອງ ແມ່ນກອງປະຊຸມສືບຕໍ່ ແລະ ຄະນະນຳ ປິດກອງປະຊຸມວຽກງານແຮງງານ ແລະ ສະຫວັດດີການສັງຄົມ.

 

 

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword