ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.
ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ
ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.
ໃນໂອກາດດຽວກັນ, ທາງ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ຍັງໄດ້ລາຍງານເຖິງຜົນສຳເລັດຂອງການດຳເນີນທຸລະກິດ ແລະ ຍຸດທະສາດຂອງບໍລິສັດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ສ້າງຕັ້ງຂື້ນ ໃນວັນທີ່ 02 ມີນາ 2020 , ດຳເນີນທຸລະກິດກ່ຽວກັບ ການຄ້າ ແລະ ທີ່ປຶກສາດ້ານການລົງທຶນ , ອະສັງຫາລິມະຊັບ , ກໍ່ສ້າງ ອອກແບບ ແລະ ຕົບແຕ່ງພາຍໃນ.
