ກ່ຽວກັບ ກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະພາກທຸລະກິດໃນຂັ້ນແຂວງ

ພາກສະເໜີ

ກອງປະຊຸມທຸລະກິດລາວ ຫຼື Lao Business Forum (LBF) ແມ່ນກອງປະຊຸມທີ່ຖືກຈັດຕັ້ງຂຶ້ນ ເລີ່ມແຕ່ປີ 2005 ເປັນຕົ້ນມາ  ເພື່ອຈຸດປະສົງໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນ ສປປ ລາວ ໃຫ້ດີຂຶ້ນ ໂດຍການສ້າງກົນໄກໃຫ້ພາກທຸລະກິດ ໄດ້ປຶກສາຫາລືບັນຫາທີ່ພົບພໍ້ໃນການດໍາເນີນທຸລະກິດ ສະເໜີໃຫ້ພາກ ລັດພິຈາລະນາແກ້ໄຂຢ່າງເປັນລະບົບ ແລະ ຕໍ່ເນື່ອງ. ໃນໄລຍະຜ່ານມາ, LBF ໄດ້ປະກອບສ່ວນຢ່າງຫຼວງຫຼາຍ ເຂົ້າໃນການແກ້ໄຂບັນຫາທີ່ພາກທຸລະກິດພົບພໍ້, ໂດຍສະເພາະ ແມ່ນໃນຂົງເຂດສ່ວຍສາອາກອນ ແລະ ການອໍານວຍຄວາມສະດວກທາງດ້ານການຄ້າ. ຢ່າງໃດກໍ່ຕາມ ເພື່ອເຮັດໃຫ້ກົນໄກທີ່ມີປະສິດຕິພາບດັ່ງກ່າວສາມາດຄອບຄຸມໃນລະດັບທ້ອງຖິ່ນໃຫ້ໄດ້ຫຼາຍຂຶ້ນໃນທົ່ວປະເທດ, ຄວນຈະຕ້ອງໄດ້ມີການຂະຫຍາຍກົນໄກດັ່ງກ່າວໄປຍັງຂັ້ນແຂວງ ເພື່ອສົ່ງເສີມໃຫ້ການຈັດຕັ້ງປະຕິບັດກົດລະບຽບ ແລະ ກົດໝາຍ ມີຄວາມເປັນເອກະພາບກັນ, ເພື່ອຫຼຸດຜ່ອນສິ່ງກີດຂວາງໃນການດໍາເນີນທຸລະກິດ,  ແລະ ໂດຍສະເພາະ ແມ່ນເພື່ອອໍານວຍຄວາມສະດວກໃຫ້ແກ່ການເລີ່ມຕົ້ນທຸລະກິດ ແລະການດໍາເນີນທຸລະກິດໃນຂັ້ນທ້ອງຖິ່ນ.

ແຂວງ ອຸດົມໄຊ, ຫຼວງນໍ້າທາ ແລະຜົ້ງສາລີ ຕັ້ງຢູ່ເຂດພາກເໜືອ ຂອງ ສປປ ລາວ ເຊິ່ງເນື້ອທີ່ສ່ວນໃຫຍ່ມີລັກສະນະພູມສັນຖານ ທີ່ເປັນພູສູງ ເຮັດໃຫ້ການພັດທະນາເສດຖະກິດຍັງມີຄວາມຫຍຸ້ງຍາກ ເນື່ອງຈາກການເຂົ້າຫາບາງພື້ນທີ່ຍັງມີຂໍ້ຈໍາກັດຫຼາຍຢ່າງ.  ພື້ນຖານເສດຖະກິດໂດຍລວມຂອງທັງສາມແຂວງແມ່ນອີງໃສ່ ຂະແໜງຊັບພະຍາກອນທໍາມະຊາດ ແລະ ຂະແໜງກະສິກໍາເປັນຫຼັກ. ໃນໄລຍະຜ່ານມາ ໄດ້ມີການຫັນປ່ຽນການນໍາໃຊ້ພື້ນທີ່ຊົນນະບົດສ່ວນໃຫຍ່ ຈາກການເຮັດກະສິກໍາແບບປະຖົມປະຖານ ມາເປັນການປູກພືດເສດຖະກິດເພື່ອສົ່ງອອກ.  ຢ່າງໃດກໍ່ຕາມ ການຂະຫຍາຍໂຕຂອງທຸລະກິດດັ່ງກ່າວ ຍັງພົບພໍ້ກັບສິ່ງທ້າທາຍຫຼາຍດ້ານ ບໍ່ວ່າຈະເປັນຂໍ້ຈໍາກັດດ້ານກົດລະບຽບ, ຄ່າຂົນສົ່ງທີ່ແພງ, ຄວາມຫຍຸ້ງຍາກຂອງການເຂົ້າຫາຕະຫຼາດ, ໂຄງລ່າງພື້ນຖານທີ່ເປ່ເພ ແລະຄວາມອາດສາມາດຂອງຫົວໜ່ວຍທຸລະກິດ ທີ່ຍັງບໍ່ໄດ້ດີເທົ່າທີ່ຄວນ. ເນື່ອງຈາກການຂະຫຍາຍໂຕຂອງເສດຖະກິດ ຈໍາຕ້ອງໄດ້ອີງໃສ່ສະພາບແວດລ້ອມການດໍາເນີນທຸລະກິດທີ່ເອື້ອອໍານວຍໃຫ້ແກ່ພາກທຸລະກິດ, ດັ່ງນັ້ນ ການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນຂັ້ນແຂວງ ຈິ່ງມີຄວາມຈໍາເປັນຢ່າງຍິ່ງໃນການສົ່ງເສີມໃຫ້ເສດຖະກິດຂອງແຂວງເຕີບໂຕ, ໂດຍສະເພາະກໍ່ແມ່ນ ເພ່ື່ອສົ່ງເສີມໃຫ້ຄວາມສາມາດການຜະລິດຂອງທັງສາມແຂວງເພີ່ມຂຶ້ນ ແລະສາມາດຂະຫຍາຍຕະຫຼາດເພື່ອຮັບຮອງຜະລິດຕະພັນຂອງພວກເຂົາໃຫ້ໄດ້ຫຼາຍຂຶ້ນ. ໃນປີຜ່ານມາ ໄດ້ມີການລິເລີ່ມການຈັດຕັ້ງເວທີປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນ ສາມແຂວງດັ່ງກ່າວ ເພື່ອໃຫ້ພາກລັດ ແລະພາກທຸລະກິດໄດ້ປຶກສາຫາລື ຮ່ວມກັນຊອກຫາວິທີປັບປຸງສະພາບແວດລ້ອມການດໍາເນີນທຸລະກິດທີ່ເອື້ອອໍານວຍຍິ່ງຂຶ້ນ ແຕ່ໃນການຈັດຕັ້ງປະຕິບັດເວທີກັ່ງກ່າວ ຍັງພົບກັບສິ່ງທ້າທາຍຫຼາຍຢ່າງ ເນື່ອງຈາກ :

  • ຍັງບໍ່ມີກົນໄກການປຶກສາຫາລື ທີ່ຊັດເຈນ ແລະ ຕໍ່ເນື່ອງ ເຮັດໃຫ້ພາກທຸລະກິດຂາດຄວາມເຊື່ອໝັ້ນຕໍ່ກັບເວທີດັ່ງກ່າວ.
  • ຍັງບໍ່ມີໜ່ວຍງານທີ່ເຮັດໜ້າທີ່ເປັນກອງເລຂາ, ພ້ອມກັນນັ້ນ ສະພາການຄ້າ ແລະອຸດສາຫະກໍາຂອງແຂວງ ແມ່ນຍັງບໍ່ທັນມີຄວາມເຂັ້ມແຂງເທົ່າທີ່ຄວນໃນການເຮັດໜ້າທີ່ເປັນກອງເລຂາໃຫ້ແກ່ເວທີດັ່ງກ່າວ.
  • ການຈັດຕັ້ງປະຕິບັດກົດລະບຽບ ແລະກົດໝາຍ ຍັງບໍ່ເປັນເອກະພາບກັບຂັ້ນສູນກາງ ເຮັດໃຫ້ມີຜົນກະທົບຕໍ່ການດໍາເນີນທຸລະກິດ.
  • ຍັງມີຂໍ້ຈໍາກັດທາງດ້ານຄວາມອາດສາມາດຂອງພາກລັດໃນຂັ້ນສູນກາງ ແລະ ສະພາການຄ້າ ແລະອຸດສາຫະກໍາ ແຫ່ງຊາດລາວ ໃນການຊີ້ນໍາ-ນໍາພາ ດໍາເນີນກົນໄກກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະພາກທຸລະກິດ ຢ່າງເປັນລະບົບ ໃນຂັ້ນແຂວງ.

ດັ່ງນັ້ນ ໃນອົງປະກອບທີ 1 ຂອງ ໂຄງການ ECL ນີ້ ຈິ່ງຖືກອອກແບບມາເພື່ອສະໜັບສະໜູນໃຫ້ແກ່ການນໍາເອົາກົນໄກການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດທີ່ມີປະສິດຕິພາບຢູ່ຂັ້ນສູນກາງ ມາຈັດຕັ້ງປະຕິບັດ ຢູ່ທີ່ແຂວງ ອຸດົມໄຊ, ຫຼວງນໍ້າທາ ແລະ ຜົ້ງສາລີ ເພື່ອເປີດໂອກາດໃຫ້ພາກທຸລະກິດໃນຂັ້ນແຂວງ   ໄດ້ສະເໜີບັນຫາທີ່ເປັນອຸປະສັກໃຫ້ແກ່ການດໍາເນີນທຸລະກິດຂອງຂະແໜງການຂອງຕົນ ໃຫ້ແກ່ໜ່ວຍງານທີ່ກ່ຽວຂ້ອງຂອງພາກລັດໃນຂັ້ນແຂວງ ພິຈາລະນາແກ້ໄຂ, ພ້ອມກັນນັ້ນ ກໍ່ເພື່ອລາຍງານຜົນຂອງກອງປະຊຸມປຶກສາຫາລືດັ່ງກ່າວໃຫ້ແກ່ ກອງປະຊຸມທຸລະກິດລາວ ໃນແຕ່ລະປີ.

 

ເປົ້າໝາຍ

ເປົ້າໝາຍຫຼັກຂອງການສະໜັບສະໜູນ LPPD ໃນແຂວງອຸດົມໄຊ, ຜົ້ງສາລີ ແລະຫຼວງນໍ້າທາ ແມ່ນເພື່ອ ຄົ້ນຄວ້າ ແລະແກ້ໄຂບັນຫາສະເພາະຂອງການດໍາເນີນທຸລະກິດໃນແຂວງ, ໂດຍສະເພາະຢ່າງຍິ່ງ ແມ່ນບັນຫາທີ່ຕິດພັນກັບການຈັດຕັ້ງປະຕິບັດກົດລະບຽບ ແລະກົດໝາຍໃນຂັ້ນທ້ອງຖິ່ນທີ່ບໍ່ເປັນເອກະພາບກັບຂັ້ນສູນກາງ, ແລະເພື່ອສະໜັບສະໜູນໃຫ້ພາກທຸລະກິດໃນຂັ້ນທ້ອງຖິ່ນ ໄດ້ມີສ່ວນຮ່ວມໃນການອອກແບບ ແລະປັບປຸງ ນະໂຍບາຍ ແລະ ກົດລະບຽບຕ່າງໆ ທີ່ພາກລັດ ທັງໃນຂັ້ນສູນກາງ ແລະທ້ອງຖິ່ນວາງອອກ.

 

ກິດຈະກໍາຫຼັກ

  • ໄລຍະກະກຽມ: ສ້າງຕັ້ງກົນໄກການປຶກສາຫາລື (ລວມມີ ກອງເລຂາ, ໜ່ວຍງານປຶກສາຫາລືພາກທຸລະກິດ ແລະ ຄະນະກໍາມະການຊີ້ນໍາ ແລະປະສານງານ), ແລະ ຮັບຮອງແຜນງານ ຢ່າງເປັນທາງການ;
  • ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ສະພາການຄ້າ ແລະອຸດສາຫະກໍາ ຂັ້ນແຂວງ (ສຄອ ແຂວງ) ໃນການເຮັດໜ້າທີ່ກອງເລຂາກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດຂັ້ນແຂວງ ຢ່າງເຕັມຮູບແບບ ເພື່ອເຮັດໃຫ້ກົນໄກກອງປະຊຸມດັ່ງກ່າວ ມີຄວາມຍືນຍົງ.
  • ສະໜັບສະໜູນໃຫ້ການຈັດກອງປະຊຸມດັ່ງກ່າວ ມີລັກສະນະຕໍ່ເນື່ອງ ໂດຍອີງໃສ່ ໂຄງຮ່າງທີ່ໄດ້ກໍານົດໄວ້.
  • ສະໜັບສະໜູນ ເພື່ອຊ່ວຍໃນການຮ່າງບົດສະເໜີບັນຫາ ທີ່ເປັນບັນຫາບູລິມະສິດຂອງຂະແໜງທຸລະກິດ.
  • ສົ່ງເສີມ ໃຫ້ມີການເຊື່ອມຕໍ່ກັນ ລະຫວ່າງ  LPPD ແລະ  LBF
  • ຕິດຕາມ ແລະ ປະເມີນຜົນ  ແລະ
  • ສໍາຫຼວດຜົນຂອງກອງປະຊຸມ ໂດຍ ການເຮັດການສໍາຫຼວດຄວາມຄິດເຫັນຂອງພາກທຸລະກິດ ຕໍ່ກັບກອງປະຊຸມດັ່ງກ່າວ.

Enter your keyword