ກອງປະຊຸມສະຫຼຸບວຽກງານ 2023 ແລະ ກຳນົດທິດທາງແຜນງານ 2024 ຂອສະມາຄົມທຸລະກິດກະສິກຳລາວ

ກອງປະຊຸມສະຫຼຸບວຽກງານ 2023 ແລະ ກຳນົດທິດທາງແຜນງານ 2024 ຂອສະມາຄົມທຸລະກິດກະສິກຳລາວ

ສະມາຄົມທຸລະກິດກະສິກຳລາວ ຈັດກອງປະຊຸມສະຫຼຸບວຽກງານ 2023 ແລະ ກຳນົດທິດທາງແຜນງານ 2024, ໃນວັນທີ 15 ກຸມພາ 2024 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ໂດຍການເປັນປະທານຂອງ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຜູ້ຊີ້ນຳວຽກງານທຸລະກິດກະສິກຳ ໃຫ້ກຽດເປັນປະທານຮ່ວມ ກັບ ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳລາວ ໂດຍມີຄະນະບໍລິຫານງານສະມາຄົມ, ທີ່ປຶກສາສະມາຄົມເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານໃນປີ 2023 ຈາກທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳລາວ, ພາຍຫຼັງມີການປັບປຸງການຈັດຕັ້ງຕາມຂໍ້ຕົກລົງຂອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ສະບັບເລກທີ 0342/ສຄອຊ.ປທ ລົງວັນທີ 10 ມີນາ 2023 ຄະນະບໍລິຫານງານໄດ້ມີການ ເລັ່ງສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຄົມ, ປະກອບບຸກຄະລາກອນ ແລະ ສິ່ງອຳນວຍຄວາມສະດວກໃນການດຳເນີນວຽກງານຂອງສະມາຄົມ, ໃນໄລຍະຜ່ານມາໄດ້ມີການເຄືື່ອນໄຫວປະສານສົມທົບກັບພາກສ່ວນຕ່າງໆໃນການເຂົ້າມາມີສ່ວນຮ່ວມໃນກົນໃກການສົ່ງເສີມທຸລະກິດກະສິກຳ ຂອງສະມາຄົມທຸລະກິດກະສິກຳລາວ ເຊັ່ນ: ຕະຫຼາດ (ຜູ້ຊື້), ກຸ່ມຜູ້ຜະລິດ, ສະຫະກອນ, ກຸ່ມຜູ້ສະໜອງປັດໄຈ (ຝຸ່ນ-ປຸຍ, ຫົວອາຫານ, ແນວພັນພືດ, ແນວພັນສັດ, ອຸປະກອນ, ກົນຈັກ, ລະບົບນ້ຳ), ສະຖາບັນການເງິນ (ທະນາຄານ, ສະຖາບັນການເງິນຈຸລະພາກ) ເຮັດວຽກຮ່ວມກັນໃນການສົ່ງເສີມການຜະລິດກະສິກຳເປັນສິນຄ້າ.
ສຳລັບທິດທາງແຜນການໃນປີ 2024 ທາງສະມາຄົມຍັງຈະສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກ ແລະ ສະມາຄົມ ສືບຕໍ່ຜັນຂະຫຍາຍການສົ່ງເສີມການຜະລິດກະສິກຳເປັນສິນຄ້າຕາມກົນໃກຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມກັບມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງພາກລັດຖະບານ, ສະມາຄົມຈະລົງເລິກການສ້າງໂຄງປະກອບລາຄາຂອງສິນຄ້າກະສິກຳໃຫ້ເປັນຖານຂໍ້ມູນທີ່ສອດຄ່ອງກັບສະພາບຕົວຈິງຂອງການຜະລິດ ແລະ ການຈຳໜ່າຍ, ສ້າງຖານຂໍ້ມູນທຸລະກິດກະສິກຳໃຫ້ສາມາດເຂົ້າເຖິງງ່າຍ, ຊ່ວຍບັນດາສະມາຊິກໃນການຄົ້ນຄວ້າ-ສັງ ລວມບັນຫາຄວາມສະດວກໃນການດຳເນີນທຸລະກິດຜ່ານເວທີທຸລະກິດລາວ (Lao Business Forum).
ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມີຄວາມເຫັນຕໍ່ກອງປະຊຸມວ່າ ສະມາຄົມທຸລະກິດກະສິກຳລາວ ພາຍຫຼັງທີ່ໄດ້ມີການປັບປຸງການຈັດຕັ້ງຜ່ານມາ ເຖິງເປັນເວລາອັນສັ້ນ ແລະ ຍັງຂາດ ຫຼາຍປັດໄຈ ແຕ່ກໍ່ເຫັນໄດ້ເຖິງການເຮັດວຽກຂອງຄະນະບໍລິຫານງານ ເຊິ່ງສະແດງອອກມີຫຼາຍກິດຈະກຳທີ່ເກີດຂຶ້ນໃນດ້ານຕັ້ງໜ້າຫຼາຍອັນ. ໃນນາມຕາງໜ້າໃຫ້ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈະໃຫ້ການສະໜັບສະໜູນ-ໃຫ້ຄວາມຮ່ວມມືໃນການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຄົມທຸລະກິດກະສິກຳໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ຂະຫຍາຍຕົວຄຽງຄູ່ກັບການຈັດຕັ້ງຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທີ່ມີຢູ່ແຕ່ລະແຂວງ ແລະ ກຳລັງຂະຫຍາຍລົງສູ່ຂັ້ນເມືອງໃນຂອບເຂດທົ່ວປະເທດ.
ທ່ານ ບຸນເລີດ ຫຼວງປະເສີດ ຍັງໄດ້ມີທິດຊີ້ນຳເພີ່ມເຕີມໃຫ້ສະມາຄົມໃຫ້ມີການສ້າງຍຸດທະສາດວຽກງານຂອງສະມາຄົມ ທີ່ຕິດພັນກັບແຜນພັດທະນາເສດຖະກິດສັງຄົມຂອງຊາດທີ່ພາກລັດໄດ້ກຳນົດອອກມາ ແລະ ແຜນຍຸດທະສາດຂອງກະຊວງຂະແໜງການທີ່ກ່ຽວຂ້ອງ ໂດຍມີການກຳນົດແຜນງານໃນແຕ່ລະໄລຍະ ເຊັ່ນ: ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ແລະ ໃຫ້ສາມາດວັດແທກໄດ້ຜົນງານທີ່ຈັດຕັ້ງໄດ້ໃນແຕ່ລະໄລຍະຢ່າງເປັນຮູບປະທຳ, ພ້ອມກັນນັ້ນກໍ່ຂໍໃຫ້ສະມາຄົມເອົາໃຈໃສ່ການມີສ່ວນຮ່ວມໃນການຈັດຕັ້ງວາລະແຫ່ງຊາດຢ່າງຕັ້ງໜ້າ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword