3 ຂໍ້ສະເໜີຫຼັກຂອງພາກທຸລະກິດທີ່ໄດ້ສະເໜີເພື່ອໃຫ້ພາກລັດພິຈາລະນາແກ້ໄຂກັບບັນຫາດັ່ງກ່າວ

3 ຂໍ້ສະເໜີຫຼັກຂອງພາກທຸລະກິດທີ່ໄດ້ສະເໜີເພື່ອໃຫ້ພາກລັດພິຈາລະນາແກ້ໄຂກັບບັນຫາດັ່ງກ່າວ

ກອງປະຊຸມປຶກສາຫາລື ລະຫວ່າງຂະແໜງການ ກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ຕໍ່ກັບບັນຫາ ຜົນກະທົບຂອງການຂາດແຄນແຮງງານຕໍ່ການດຳເນີນທຸລະກິດ ພາຍໃຕ້ກົນໄກ ກອງປະຊຸມ ທຸລະກິດລາວ (Lao Business Forum)

ຈັດຂື້ນໃນຕອນເຊົ້າຂອງວັນທີ 24 ມັງກອນ 2024, ທີ່ຫ້ອງປະຊຸມໂຮງແຮມຄຣາວພລາຊາ, ກອງເລຂາ ກອງປະຊຸມທຸລະກິດລາວ (LBF) ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ-ທຸລະກິດ ບັນຫາ ຜົນກະທົບຂອງການຂາດແຮງງານຕໍ່ການດຳເນີນທຸລະກິດພາຍໃຕ້ກົນໄກ LBF. ໂດຍການເປັນປະທານຮ່ວມຂອງ ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ປອ ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI). ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 50 ທ່ານ ລວມທັງຈາກພາກທຸລະກິດ ແລະ ພາກລັດ. ຜູ້ຕາງໜ້າຈາກຫຼາຍສະມາຄົມໃນ ສປປ ລາວ ໄດ້ເຂົ້າຮ່ວມເຊິ່ງລວມມີ: ສະພາການຄ້າອົດສະຕຣາລີ ແຫ່ງ ສປປ ລາວ (AustCham Lao), ສະພາການຄ້າ ແລະ ອຸດສາຫະກຳ ເອີຣົບ ປະຈຳລາວ (ECCIL), ກຸ່ມນັກທຸລະກິດອັງກິດ ແຫ່ງ ສປປ ລາວ (BBGL), ສະມາຄົມ ເຟີນີເຈີລາວ, ສະມາຄົມຫັດຖະກຳລາວ, ສະມາຄົມ ອຸດສາຫະກຳຕັດຫຍິບລາວ, ສະມາຄົມ ໂຮງແຮມ ແລະ ຮ້ານອາຫານແຫ່ງ ສປປ ລາວ. ໃນສ່ວນຂອງທາງພາກລັດແມ່ນໄດ້ມີ 4 ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມມີ: ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງ ສຶກສາທິການ ແລະ ກິລາ, ສູນສະຖິຕິແຫ່ງຊາດ ແລະ ຕາງໜ້າຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮ່ວມກັນປຶກສາຫາລື ລະຫວ່າງພາກລັດ ພາກທຸລະກິດ ກ່ຽວກັບບັນຫາ ແລະ ສິ່ງທ້າທາຍຕໍ່ກັບການຂາດແຮງງານທີ່ພາກເອກະຊົນໄດ້ພົບພໍ້ ໂດຍສະເພາະ ແມ່ນແຮງງານທັກສະສູງ ທີ່ຍັງບໍ່ພຽງພໍ ເນື່່ອງຈາກການລົງທຶນໃສ່ໃນດ້ານການສຶກສາ ແລະ ຝຶກອົບຮົມທັກສະຍັງໜ້ອຍ. ພ້ອມດຽວກັນນີ້, ພາກທຸລະກິດຍັງ ຍັງໄດ້ມີ 3 ຂໍ້ສະເໜີຫຼັກ ເພື່ອໃຫ້ພາກລັດພິຈາລະນາແກ້ໄຂກັບບັນຫາດັ່ງກ່າວເຊັ່ນ:
1. ສະເໜີໃຫ້ກະຊວງແຮງງານ ແລະ ສະຫວັດດິການສັງຄົມ ພັດທະນາລະບົບຂໍ້ມູນຂ່າວສານແຮງງານ (Labour Market Information System) ເພື່ອໃຫ້ສາມາດດໍາເນີນການວິໄຈສະພາບຕະຫຼາດແຮງງານ, ຕິດຕາມ, ລາຍງານ ສະພາບການຈ້າງງານ ແລະ ນະໂຍບາຍແຮງງານ ໃຫ້ກັບສັງຄົມທົ່ວໄປ, ແລະ ເປັນກົນໄກໃນການແລກປ່ຽນຂໍ້ມູນ.
2. ສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ປັບປຸງລະບົບອາຊີວະສຶກສາ ໃຫ້ແທດເໝາະກັບຄວາມຕ້ອງການຂອງຜູ້ຈ້າງງານຫຼາຍຂຶ້ນ ໂດຍອີງໃສ່ຂໍ້ມູນຈາກລະບົບຂໍ້ມູນຂ່າວສານແຮງງານ.
3. ສະເໜີໃຫ້ມີການຈັດຕັ້ງປະຕິບັດກົດໝາຍແຮງງານ ແລະ ສັນຍາແຮງງານຢ່າງເຂັ້ມງວ ເຊີ່ງເປັນອົງປະກອບອັນສຳຄັນໃນການສົ່ງເສີມຄວາມໝັ້ນຄົງ ແລະ ຄວາມປອດໄພຂອງແຮງງານ.
ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການ ທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍ ໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ ໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword