ກອງປະຊຸມໃຫ່ຍ ຄັ້ງທີ່ VIII ຂອງ ສຄອ ແຂວງສະຫວັນນະເຂດ

ກອງປະຊຸມໃຫ່ຍ ຄັ້ງທີ່ VIII ຂອງ ສຄອ ແຂວງສະຫວັນນະເຂດ

ກອງປະຊຸມໃຫ່ຍຄັ້ງທີ່ VIII ຂອງສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ,ໄດ້ໄຂຂື້ນ ຢ່າງເປັນທາງການໃນເວລາ 8:30ໂມງ, ວັນທີ 20 ທັນວາ 2021 ທີ່ຫ້ອງປະຊຸມສະໂມສອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ,

ເຊິ່ງໃຫ້ກຽດຮ່ວມເປັນຄະນະປະທານໂດຍ ທ່ານ ສັນຕິພາບ ພົມວິຫານເຈົ້າແຂວງແຂວງ ສະຫວັນນະເຂດ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ເລືອງໄຊ ບຸນໂຊກວັນ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ ສະຫວັນນະເຂດ, ທ່ານ ໂພສີສ້ອຍ ກຸທິລາດ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ສະຫວັນນະເຂດ, ທ່ານ ລັດຕະນະບັນເລີງ ໄກສອນ ຮອງຫົວໜາພະແນກພາຍໃນແຂວງ ສະຫວັນນະເຂດ, ພ້ອມດຽວກັນນັ້ນ ກໍ່ມີບັນດາຜູ້ເຂົ້າຮ່ວມ ຕາງໜ້າຈາກ ສຄອ ອ້ອມຂ້າງ, ພະແນກການອ້ອມຂ້າງ ຄະນະບໍລິຫານງານ, ຄະນະທີ່ປຶກສາ, ສະມາຄົມອ້ອມຂ້າງ, ສະມາຊິກສົມບູນ ຂອງ ສຄອ ຫຼວງພະບາງ ແລະ ຕາງໜ້າຈາກຫົວໜ່ວຍທຸລະກິດພາຍໃນແຂວງ ສະຫວັນນະເຂດ.

ຈຸດປະສົງຂອງກອງປະຊຸມໃຫຍ່ໃນຄັ້ງນີ້ແມ່ນເພື່ອເປັນການສະຫຼຸບການຈັດຕັ້ງ,ແລະ ການເຄື່ອນໄຫວ ຂອງ ສະພາການຄ້າ ແລະ ອຸດສາຫະກໍາແຂວງສະຫວັນນະເຂດໃນໄລຍະ3 ປີ ຜ່ານມາ, ພ້ອມດຽວກັນນັ້ນກໍ່ເພື່ອຍ້ອງຍໍຜົນງານຂອງຄະນະບໍລິຫານງານ ສຄອ ແຂວງ ສະຫວັນນະເຂດ ຜູ້ທີ່ມີຜົນງານດີເດັ່ນ ແລະ ດໍາເນີນການບ່ອນບັດເລືອກຕັ້ງຄະນະບໍລິຫານງານຊຸດໃໝ່ ເພື່ອສືບຕໍ່ປະຕິບັດວຽກງານ ຂອງ ສຄອ ແຂວງ ສະຫວັນນະເຂດໃຫ້ມີການເຕີບໃຫ່ຍຂະຫຍາຍຕົວຕາມພາລະບົດບາດ, ໂດຍສະເພາະແມ່ນເປັນແກ່ນສານນໍາພາພາກທຸລະກິດສ້າງ, ຊຸກຍູສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດພາຍໃນແຂວງ ປະກອບສ່ວນສ້າງສາແລະພັດທະນາເສດຖະກິດ ສັງຄົມ ຂອງ ແຂວງສະຫວັນນະເຂດ ກໍ່ຄືປະເທດຊາດ ໃຫ້ນັບມື້ນັບຂະຫຍາຍຕົວ.

ກອງປະຊຸມໄດ້ດໍາເນີນເປັນເວລາເຄິ່ງມື້, ເຊິ່ງໄດ້ຮັບຟັງ ແລະ ເປັນເອກະພາບຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານຂອງ ສຄອ ສະຫວັນນະເຂດໃນໄລຍະ 3 ປີຜ່ານມາ ແລະທິດທາງແຜນການ 3 ປີຕໍ່ໜ້າ.ພ້ອມດຽວກັນນັ້ນກໍ່ໄດ້ມີການຍ້ອງຍໍຜົນງານຂອງຄະນະບໍລິຫານງານ ສຄອ ແຂວງ ສະຫວັນນະເຂດ

ກອງປະຊຸມໄດ້ດໍາເນີນການເລືອກຕັ້ງຄະນະຊຸດໃໝ່ໂດຍ ບັນດາສະມາຊິກສົມບູນຂອງ ສຄອ ແຂວງສະຫວັນນະເຂດ ກໍ່ໄດ້ພ້ອມກັນເສີມຂະຫຍາຍສິດປະຊາທິປະໄຕຂອງຕົນມີຄວາມຮັບຜິດຊອບສູງດຳເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານສຄອ ສະຫວັນນະເຂດຊຸດໃໝ່ ຊຸດທີ 8 ຕາມລະບຽບການ, ໂດຍອີງໃສ່ມາດຖານ ແລະ ເງື່ອນໄຂທີ່ໄດ້ກໍານົດໄວ້ ເຊິ່ງມີຜູ້ສະໝັກທັງໝົດ 35 ທ່ານ ແລະ ເລືອກເອົາ 33 ທ່ານ.

ພາຍຫຼັງກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານ ສຄອ ສະຫວັນນະເຂດ ຊຸດທີ 8 ໃນມື້ດຽວກັນ, ໄດ້ເປັນເອກະພາບຕົກລົງເຫັນດີເປັນເອກະພາບດັ່ງນີ້:

ຕົກລົງເລືອກເອົາຄະນະປະຈໍາ ລວມທັງໝົດ 9 ທ່ານ, ເປັນຍິງ 2 ທ່ານ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

  1. ທ່ານ ເລືອງໄຊ ບຸນໂຊກວັນ ບໍລິສັດ ການຄ້າ ເລກ 1 ເປັນປະທານ
  2. ທ່ານ ອາທິດລາຕີ ສະຫວັນຄໍາ ບໍລສັດສະຫວັນຄໍາກໍ່ສ້າງເຄຫາ-ຂົວທາງ ເປັນຮອງ
  3. ທ່ານ ນ ທູນສະຫວັນ ສີຈັນທອງທິບ ບໍລິສັດ ເທບໄຊສິນກໍ່ສ້າງ ເປັນຮອງ
  4. ທ່ານ ຄຳເພົ້າ ພັນທຸລັກ ວິທະຍາໄລ ສະຫວັນບໍລິຫານທຸລະກິດ ເປັນຮອງ
  5. ທ່ານ ຫອມ ສີຫາຈັກ ໂຮງງານປຸງແຕ່ງໄມ້ຄຸນຄໍາ ເປັນຮອງ
  6. ທ່ານ ສາຍສະໝອນ ກວານເມືອງຈັນ ສະຖາບັນການເງິນຈຸລະພາກ ສາຍໃຍສໍາພັນ ເປັນຮອງ
  7. ທ່ານ ສີພັນດອນ ມີໄຊ ໂຮງງານປຸງແຕ່ງໄມ້ລາວເຟີນີເຈີ້ ເປັນຮອງ
  8. ທ່ານ ວົງສະຫວັນ ວໍລະຈິດ ບໍລິສັດ ວີເອັດສ໌ວີ ກຣຸບ ເປັນຮອງ
  9. ທ່ານ ນ ວິລະຄຳ ສະຫວັນວາລີ ບໍລິສັດສະຫວັນວາລີການຄ້າ ຂາອອກ-ຂາເຂົ້າ ເປັນຮອງ

ພ້ອມດຽວກັນນັ້ນ ໄດ້ເລືອກເອົາ ປະທານ-ຮອງປະທານກວດກາ ສຄອ ຊຸດທີ VIII ຄືດັ່ງນີ້:

  1. ທ່ານ ບຸນສະຫຼອງ ຈັນທະວົງ ບໍລິສັດ ສີລິນທອນ ການຄ້າ ເປັນປະທານກວດກາ
  2. ທ່ານ ປອ ສຸກສະຫວັນ ໄຊສົມບັດ ວິທະຍາໄລ ໄຊສົມບັດ ເຕັກໂນໂລຊີ ເປັນຮອງ

    ໃນກອງປະຊຸມຍັງໄດ້ຮັບກຽດຈາກ ທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງແຂວງ ສະຫວັນນະເຂດ ໃຫ້ການໂອ້ລົມ ແລະ ຊີ້ທິດເຍືອງທາງ ທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ແກ່ ສຄອ ແຂວງສະຫວັນນະເຂດ ກໍ່ຄື ຄະນະບໍລິຫານງານ ຊຸດທີ 8 ໃນຫຼາຍຫຼາຍດ້ານ ເຊັ່ນ:

  1. ເອົາໃຈໃສ່ບຸກບືນສູ້ຊົນສ້າງຄວາມເຂັ້ມແຂງໃຫ້ແກ່ ສຄອ ແຂວງ , ຍືດໝັ້ນຄວາມເປັນເຈົ້າ, ເຊື່ອໝັ້ນຕໍ່ການນໍາພາຂອງ ພັກ ແລະ ລັດຖະບານ
  2. ຍົກສູງພາລະບົດບາດ ສຄອ ແຂວງ ແລະ ເຮັດໜ້າທີ່ໃຫ້ສົມກຽດ,ເຕົ້າໂຮມຄວາມສາມາຄີຜູ້ປະກອບການທຸກຂະແໜງການ,ເປັນແມ່ແຮງພັດທະນາທຸລະກິດພາຍໃນແຂວງໃຫ້ເຕີບໃຫຍ່ຂະຫຍາຍຕົວ
  3. ສືບຕໍ່ຂະຫຍາຍສະມາຊິກ ແລະ ຊຸກຍູສົ່ງເສີມສະມາຊິກ, ສ້າງກຸ່ມ,ສະມາຄົມທຸລະກິດໃຫ້ມີຄວາມເຂັ້ມແຂງ, ຍາດແຍ່ງເອົາຜົນປະໂຫຍດໃຫ້ສະມາຊິກໃຫ້ໄດ້ຫຼາຍທີ່ສຸດໂດຍສະເພາະການພັດທະນາໃນຂະແໜງກະສິກຳ,ເອົາໃຈໃສ່ປັບປຸງຜະລິດຕະພັນ, ນໍາໃຊ້ເຕັກໂນໂລຊີເຮັດໃຫ້ໄດ້ມາດຕະຖານ ແລະ ຄຸນນະພາບແລະສາມາດແຂ່ງຂັນ ແລະສົ່ງອອກໄດ້ໃຫ້ນັບມື້ນັບຫຼາຍຂື້ນ
  4. ມະຫາພາກຕ້ອງເອົາໃຈໃສ່ສະໜັບສະໜູນອຸ້ມຊູ ແລະອໍານວຍຄວາມສະດວກ ພາກທຸລະກິດ, ສຄອ ແຂວງ, ກຸ່ມ, ສະມາຄົມ ທຸລະກິດ ໃຫ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ, ມີຄວາມເຊື່ອໝັ້ນເຊິ່ງກັນແລະກັນລະຫວ່າງພາກລັດແລະພາກທຸລະກິດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທຸລະກິດ ແລະ ສາມາດແຂ່ງຂັນກັບຕ່າງປະເທດ
  5. ມະຫາພາກຕ້ອງສົ່ງເສີມໃຫ້ພາກທຸລະກິດ ສາມາດເຂົ້າຫາແຫຼ່ງທຶນ, ຕະຫຼາດ ໂດຍສະເພາະ ວິສາຫະກິດຂະໜາດນ້ອຍແລະກາງ ໂດຍການສ້າງນະໂຍບາຍເອື້ອຍອໍານວຍຕ່າງໆ ເພື່ອສົ່ງເສີມທຸລະກິດ
  6. ສຄອ ແຂວງຕ້ອງຍົກລະດັບຂີດຄວາມສາມາດການແຂ່ງຂັນຂອງທຸລະກິດພາຍໃນແຂວງ, ໂດຍສະເພາະແມ່ນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃຫ້ດີຂື້ນໃນເທື່ອລະກ້າວ
  7. ເຜີຍແຜ່ ນິຕິກຳ, ລະບຽບກົດໝາຍທີ່ກ່ຽວຂ້ອງໃຫ້ແກ່ສະມາຊິກໃນແຕ່ລະໄລຍະ, ຊຸກຍູ້ໃຫ້ດໍາເນີນທຸລະກິດໃຫ້ຖືກຕ້ອງຕາມກົດໝາຍ, ໃຫ້ມີການເສຍພັນທະທີ່ຖືກຕ້ອງ ແລະ ເປັນກະບອກສຽງ, ເປັນຫູເປັນຕາ, ຕໍານິຕິຊົມ ເພື່ອໃຫ້ຖະບານປັບປຸງແບບວິທີການເຮັດວຽກຖືກຕ້ອງແລະສອດຄອງຕາມນະໂຍບາຍທີວາງອອກ.
  8. ສຄອ ແຂວງ ກໍ່ຄື ບັນດາທຸລະກິດຕ້ອງປັງປຸງໂຕເອງໂດຍສະເພາະແມ່ນ ບຸກທະລຸທາງດ້ານຈິນຕະນາການ, ຍົກລະດັບການບໍລິຫານຄຸ້ມຄອງທຸລະກິດ ແລະ ຕ້ອງມີຄວາມສາມັກຄີຮັກແພງ,ຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງນັກທຸລະກິດ,ພ້ອມກັນປະກອບສ່ວນສ້າງສາແລະພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະຕ້ອງຄົ້ນຄ້ວາ, ສັງລວມຂໍ້ມູນຕ່າງໆເພື່ອປະກອບສ່ວນສະເໜີຄຳຄິດຄຳເຫັນຊ່ວຍລັດຖະບານ ຕໍ່ກັບການພັດທະນາເສດຖະກິດ ສັງຄົມ ຂອງແຂວງ ກໍ່ຄື ປະເທດຊາດ ຕາມວາລະແຫ່ງຊາດ ເສດຖະກິດ ການເງິນ ທີ່ລັດຖະບານວາງອອກ

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword