ກອງປະຊຸມພົບປະ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າກັບສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ກອງປະຊຸມພົບປະ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າກັບສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ໃນວັນທີ 6 ເມສາ 2021 ທີ່ ສຄອຊ, ເປັນກຽດຕ້ອນຮັບ ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າໄດ້ລົງເຄື່ອນໄຫວພົບປະໂອ້ລົມ ແລະ ປຶກສາຫາລືບັນດາບັນຫາທີ່ຍັງຄົງຄ້າງໃນການດຳເນີນທຸລະກິດໃນ ສປປລາວ, ໂດຍການຕ້ອນຮັບຂອງທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ພ້ອມທ່ານ ສູນທອນ ພົມມະຈັກ ປະທານທີ່ປຶກສາ ສຄອຊ; ມີຄະນະບໍລິຫານງານ ພ້ອມສະມາຊິກ, ຫົວໜ່ວຍທຸລະກິດ ເຂົ້າຮ່ວມ.

ທ່ານ ອຸເດດ ສຸວັນນະວົງ ໄດ້ກ່າວລາຍງານສະພາບລວມໃນການຊີ້ນໍາ ນຳພາສະມາຊິກ ສຄອຊ ໃນໄລຍະຜ່ານມາໂດຍສັງເຂບ ພ້ອມນໍາສະເໜີແຜນຍຸດທະສາດຂອງ ສຄອຊ ໃນ 5ປີ 2021-2025 ໂດຍຍົກເຫັນເຫັນວ່າ: ແຜນຕໍ່ໜ້າ ສຄອຊ ໄດ້ກໍານົດ 6 ເສົາຄໍ້າສໍາຄັນໃນການຊີ້ນໍາ, ນໍາພາທຸລະກິດລາວໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຄື:
1. ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ.
2. ການຊຸກຍູ້ຊ່ວຍເຫຼືອຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື SME.
3. ຊຸກຍູ້ສົ່ງເສີມຜະລິດຕະພັນລາວ ແລະ ຍີ່ຫໍ້ລາວ.
4. ວຽກງານເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ.
5. ພັດທະນາຄວາມສາມາດຂອງຜູ້ປະກອບການ ແລະ ພັດທະນາທັກສະສີມືແຮງງານລາວ.
6. ພັດທະນາສົ່ງເສີມຄວາມເຂັ້ມແຂງໃຫ້ແກ່ບັນດາຫົວໜ່ວຍທຸລະກິດ.

ພ້ອມດຽວກັນນັ້ນບັນດາຄະນະ ສຄອຊ, ສຄອ ແຂວງ ແລະ ບັນດາສະມາຊິກຕ່າງໆທີ່ເຂົ້າຮ່ວມໃນງານກໍ່ໄດ້ມີການປະກອບຄຳຄິດຄຳເຫັນຕໍ່ບັນຫາທີ່ຍັງເປັນອຸປະສັກ ແລະ ສິ່ງທ້າທາຍໃນຂະແໜງການຕ່າງໆ ເພື່ອຫາແນວທາງການແກ້ໄຂຢ່າງຮີບດ່ວນ, ຜ່ານການລາຍງານວຽກງານ ທ່ານ ຄຳແພງ ໄຊສົມແພງ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ທິດທາງແຜນການພັດທະນາ ແລະ ການປະກອບສ່ວນໃນໄລຍະຜ່ານມາ ເຫັນດີຕໍ່ການຈັດຕັ້ງນຳພາ ໃນດ້ານມະຫາພາກຈະຄຸ້ມຄອງນິຕິກຳທີ່ກ່ຽວຂ້ອງ, ຂອດປະສານງານກັບບັນດາກະຊວງເພື່ອອຳນວຍຄວາມສະດວກ ແລະ ເພື່ອເປັນການກະຕຸ້ນການຂັບເຄື່ອນເສດຖະກິດໃຫ້ດີຂຶ້ນ.

Write a Message

Your email address will not be published.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword