ກອງປະຊຸມພົບປະ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າກັບສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ກອງປະຊຸມພົບປະ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າກັບສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ໃນວັນທີ 6 ເມສາ 2021 ທີ່ ສຄອຊ, ເປັນກຽດຕ້ອນຮັບ ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ,

ໄດ້ລົງເຄື່ອນໄຫວພົບປະໂອ້ລົມ ແລະ ປຶກສາຫາລືບັນດາບັນຫາທີ່ຍັງຄົງຄ້າງໃນການດຳເນີນທຸລະກິດໃນ ສປປລາວ, ໂດຍການຕ້ອນຮັບຂອງທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ພ້ອມທ່ານ ສູນທອນ ພົມມະຈັກ ປະທານທີ່ປຶກສາ ສຄອຊ; ມີຄະນະບໍລິຫານງານ ພ້ອມສະມາຊິກ, ຫົວໜ່ວຍທຸລະກິດ ເຂົ້າຮ່ວມ.

ທ່ານ ອຸເດດ ສຸວັນນະວົງ ໄດ້ກ່າວລາຍງານສະພາບລວມໃນການຊີ້ນໍາ ນຳພາສະມາຊິກ ສຄອຊ ໃນໄລຍະຜ່ານມາໂດຍສັງເຂບ ພ້ອມນໍາສະເໜີແຜນຍຸດທະສາດຂອງ ສຄອຊ ໃນ 5ປີ 2021-2025 ໂດຍຍົກເຫັນເຫັນວ່າ: ແຜນຕໍ່ໜ້າ ສຄອຊ ໄດ້ກໍານົດ 6 ເສົາຄໍ້າສໍາຄັນໃນການຊີ້ນໍາ, ນໍາພາທຸລະກິດລາວໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຄື:
1. ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ.
2. ການຊຸກຍູ້ຊ່ວຍເຫຼືອຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື SME.
3. ຊຸກຍູ້ສົ່ງເສີມຜະລິດຕະພັນລາວ ແລະ ຍີ່ຫໍ້ລາວ.
4. ວຽກງານເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ.
5. ພັດທະນາຄວາມສາມາດຂອງຜູ້ປະກອບການ ແລະ ພັດທະນາທັກສະສີມືແຮງງານລາວ.
6. ພັດທະນາສົ່ງເສີມຄວາມເຂັ້ມແຂງໃຫ້ແກ່ບັນດາຫົວໜ່ວຍທຸລະກິດ.

ພ້ອມດຽວກັນນັ້ນບັນດາຄະນະ ສຄອຊ, ສຄອ ແຂວງ ແລະ ບັນດາສະມາຊິກຕ່າງໆທີ່ເຂົ້າຮ່ວມໃນງານກໍ່ໄດ້ມີການປະກອບຄຳຄິດຄຳເຫັນຕໍ່ບັນຫາທີ່ຍັງເປັນອຸປະສັກ ແລະ ສິ່ງທ້າທາຍໃນຂະແໜງການຕ່າງໆ ເພື່ອຫາແນວທາງການແກ້ໄຂຢ່າງຮີບດ່ວນ, ຜ່ານການລາຍງານວຽກງານ ທ່ານ ຄຳແພງ ໄຊສົມແພງ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ທິດທາງແຜນການພັດທະນາ ແລະ ການປະກອບສ່ວນໃນໄລຍະຜ່ານມາ ເຫັນດີຕໍ່ການຈັດຕັ້ງນຳພາ ໃນດ້ານມະຫາພາກຈະຄຸ້ມຄອງນິຕິກຳທີ່ກ່ຽວຂ້ອງ, ຂອດປະສານງານກັບບັນດາກະຊວງເພື່ອອຳນວຍຄວາມສະດວກ ແລະ ເພື່ອເປັນການກະຕຸ້ນການຂັບເຄື່ອນເສດຖະກິດໃຫ້ດີຂຶ້ນ.

Write a Message

Your email address will not be published.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword