ສຄອຊ ແລະ ສຄອ.ນວ ມອບເງິນ  400 ລ້ານກວ່າກີບ ຕ້ານການແຜ່ລະບາດຂອງ ໂຄວິດ-19 ໃນນະຄອນຫຼວງວຽງຈັນ

ສຄອຊ ແລະ ສຄອ.ນວ ມອບເງິນ 400 ລ້ານກວ່າກີບ ຕ້ານການແຜ່ລະບາດຂອງ ໂຄວິດ-19 ໃນນະຄອນຫຼວງວຽງຈັນ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ແລະ ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ (ສຄອ.ນວ) ເຫັນໄດ້ເຖິງຄວາມສໍາຄັນໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19. ດັ່ງນັ້ນ, ເພື່ອສະແດງເຖິງນໍ້າໃຈສາມັກຄີຂອງພາກທຸລະກິດໃນການຮ່ວມແຮງຮ່ວມໃຈປະກອບສ່ວນສະໜັບສະໜູນການຈັດຕັ້ງປະຕິບັດວຽກງານການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ-19 ຂອງນະຄອນຫຼວງວຽງຈັນ, ຄະນະບໍລິຫານງານ, ຄະນະທີ່ປຶກສາ, ສະມາຊິກ ຂອງ ສຄອຊ ແລະ ສຄອ.ນວ ໄດ້ຮ່ວມກັນປະກອບທຶນສະໜັບສະໜັບເຂົ້າໃນວຽກງານການຕ້ານເຊື້ອພະຍາດດັ່ງກ່າວ ພາຍໃຕ້ຄໍາຂວັນທີ່ວ່າ: “ ຮ່ວມແບ່ງປັນນໍ້າໃຈຕ້ານໄພໂຄວິດ-19 ນະຄອນຫຼວງວຽງຈັນ ”  ເຊິ່ງລວມເປັນມູນຄ່າ ທັງໝົດ: 427,184,900 ກີບ (ສີ່ຮ້ອຍຊາວເຈັດລ້ານໜື່ງແສນແປດສິບສີ່ພັນເກົ້າຮ້ອຍກີບຖ້ວນ).

ໃນນັ້ນໄດ້ໂອນເຂົ້າບັນຊີ ໂຄງການປັນນໍ້າໃຈເພື່ອຜູ້ປະຈັນບານຕ້ານໂຄວິດ-19 ຈໍານວນ 51,300,000 ກີບ (ຫ້າສິບເອັດລ້ານສາມແສນກີບຖ້ວນ) ແລະ ມອບໃຫ້ ຫ້ອງວ່າການນະຄອນຫຼວງວຽງຈັນໂດຍກົງຈໍານວນເງິນສົດ355,884,900 ກີບ (ສາມຮ້ອຍຫ້າສິບຫ້າລ້ານແປດແສນແປດສິບສີ່ພັນເກົ້າຮ້ອຍກີບຖ້ວນ) ແລະ ອຸປະກອນການແພດ ມູນຄ່າ 20,000,000 ກີບ.

ໃນວັນທີ 27 ກັນຍາ 2021 ໄດ້ຈັດພິທີມອບຮັບຢ່າງເປັນທາງການ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ, ຕາງໜ້າກ່າວມອບໂດຍທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ໃຫ້ກຽດຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງຈາກ ຫ້ອງວ່າການນະຄອນຫຼວງວຽງຈັນ ແລະ ຄະນະບໍລິຫານງານ, ຄະນະທີ່ປຶກສາ, ສະມາຊິກ ຂອງ ສຄອຊ ແລະ ສຄອ.ນວ ເຂົ້າຮ່ວມ.

Write a Message

Your email address will not be published.

Related Posts

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)…Read more
ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ແລະ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ເຂົ້້າຮ່ວມ ກອງປະຊຸມສະພາບໍລິຫານ ຄັ້ງທີ…Read more

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more

Enter your keyword