ສຄອຊ ແລະ ສຄອ.ນວ ມອບເງິນ  400 ລ້ານກວ່າກີບ ຕ້ານການແຜ່ລະບາດຂອງ ໂຄວິດ-19 ໃນນະຄອນຫຼວງວຽງຈັນ

ສຄອຊ ແລະ ສຄອ.ນວ ມອບເງິນ 400 ລ້ານກວ່າກີບ ຕ້ານການແຜ່ລະບາດຂອງ ໂຄວິດ-19 ໃນນະຄອນຫຼວງວຽງຈັນ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ແລະ ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ (ສຄອ.ນວ) ເຫັນໄດ້ເຖິງຄວາມສໍາຄັນໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19. ດັ່ງນັ້ນ, ເພື່ອສະແດງເຖິງນໍ້າໃຈສາມັກຄີຂອງພາກທຸລະກິດໃນການຮ່ວມແຮງຮ່ວມໃຈປະກອບສ່ວນສະໜັບສະໜູນການຈັດຕັ້ງປະຕິບັດວຽກງານການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ-19 ຂອງນະຄອນຫຼວງວຽງຈັນ, ຄະນະບໍລິຫານງານ, ຄະນະທີ່ປຶກສາ, ສະມາຊິກ ຂອງ ສຄອຊ ແລະ ສຄອ.ນວ ໄດ້ຮ່ວມກັນປະກອບທຶນສະໜັບສະໜັບເຂົ້າໃນວຽກງານການຕ້ານເຊື້ອພະຍາດດັ່ງກ່າວ ພາຍໃຕ້ຄໍາຂວັນທີ່ວ່າ: “ ຮ່ວມແບ່ງປັນນໍ້າໃຈຕ້ານໄພໂຄວິດ-19 ນະຄອນຫຼວງວຽງຈັນ ”  ເຊິ່ງລວມເປັນມູນຄ່າ ທັງໝົດ: 427,184,900 ກີບ (ສີ່ຮ້ອຍຊາວເຈັດລ້ານໜື່ງແສນແປດສິບສີ່ພັນເກົ້າຮ້ອຍກີບຖ້ວນ).

ໃນນັ້ນໄດ້ໂອນເຂົ້າບັນຊີ ໂຄງການປັນນໍ້າໃຈເພື່ອຜູ້ປະຈັນບານຕ້ານໂຄວິດ-19 ຈໍານວນ 51,300,000 ກີບ (ຫ້າສິບເອັດລ້ານສາມແສນກີບຖ້ວນ) ແລະ ມອບໃຫ້ ຫ້ອງວ່າການນະຄອນຫຼວງວຽງຈັນໂດຍກົງຈໍານວນເງິນສົດ355,884,900 ກີບ (ສາມຮ້ອຍຫ້າສິບຫ້າລ້ານແປດແສນແປດສິບສີ່ພັນເກົ້າຮ້ອຍກີບຖ້ວນ) ແລະ ອຸປະກອນການແພດ ມູນຄ່າ 20,000,000 ກີບ.

ໃນວັນທີ 27 ກັນຍາ 2021 ໄດ້ຈັດພິທີມອບຮັບຢ່າງເປັນທາງການ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ, ຕາງໜ້າກ່າວມອບໂດຍທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ໃຫ້ກຽດຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງຈາກ ຫ້ອງວ່າການນະຄອນຫຼວງວຽງຈັນ ແລະ ຄະນະບໍລິຫານງານ, ຄະນະທີ່ປຶກສາ, ສະມາຊິກ ຂອງ ສຄອຊ ແລະ ສຄອ.ນວ ເຂົ້າຮ່ວມ.

Write a Message

Your email address will not be published.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword