ສຳເລັດກອງປະຊຸມສໍາມະນາຫົວຂໍ້: “ການເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເງິນສໍາລັບ MSMEs ໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວລາວ”

ສຳເລັດກອງປະຊຸມສໍາມະນາຫົວຂໍ້: “ການເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເງິນສໍາລັບ MSMEs ໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວລາວ”

ໃນວັນທີ 30 ມີຖຸນ 2022 ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ນະຄອນຫຼວງວຽງຈັນ. ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ), ອົງການແພລນສາກົນ ປະຈໍາ ສປປ ລາວ ແລະ ສູນສະຫະພາບເອີຣົບ ດ້ານການທ່ອງທ່ຽວນິເວດ ແລະ ກະສິກໍາ

ໄດ້ຈັດ ກອງປະຊຸມສໍາມະນາຫົວຂໍ້: “ການເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເງິນສໍາລັບ MSMEs ໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວລາວ” ໂດຍການເປັນປະທານ ຂອງ ທ່ານ ໄຊສົມເພັດ ນໍລະສິງ ຫົວຫນ້າກົມສົ່ງເສີມການຄ້າ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ແລະ ທ່ານ ນາງ ທິບພາພອນ ເພັດມະນີ  ຄະນະບໍລິຫານງານ ສຄອຊ. ໂດຍຈຸດປະສົງຂອງກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອເປັນການນໍາສະເຫນີພາບລວມຂອງການສຶກສາການເຂົ້າເຖິງຂໍ້ມູນຂ່າວສານທາງດ້ານການເງິນສໍາລັບ MSMEs, ຜົນການສຶກສາ ແລະ ຄູ່ມືແນະນໍາການ ເຂົ້າຫາແຫຼ່ງທຶນ ລວມໄປເຖີງການຮັບຟັງກ່ຽວກັບຮູບແບບ, ຂະບວນການດໍາເນີນເອກະສານ, ວີທີການ ແລະ ເງື່ອນໄຂຕ່າງໆ ໃນການເຂົ້າຫາທຶນສົມທົບ ເເລະ ກອງທຶນຈາກບັນດາອົງການຈັດທີ່ໄດ້ໃຫ້ການສົ່ງເສີມທຸລະກິດໃນການເຂົ້າຫາແຫລ່ງທຶນ, ບັນດາທະນາຄານ ແລະ ສະຖາບັນການເງິນຕ່າງໆ ແລະ ພ້ອມກັນນັ້ນກໍ່ຍັງມີໄດ້ມີການຮ່ວມສົນທະນາແລກປ່ຽນການປະກອບຄໍາຄິດເຫັນຈາກຜູ້ທີ່ມີສ່ວນຮ່ວມໃນຂະແຫນງການເງິນຕ່າງໆ ແລະ ຜູ້ປະກອບການ ໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວລາວ.

Write a Message

Your email address will not be published.

Related Posts

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)…Read more
ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ແລະ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ເຂົ້້າຮ່ວມ ກອງປະຊຸມສະພາບໍລິຫານ ຄັ້ງທີ…Read more

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more

Enter your keyword