ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັັບ ສະມາຄົມສົ່ງເສີມດ້ານວິຊາການຕ່າງປະເທດເປີດຝຶກອົບຮົມຫົວຂໍ້:  “ການບໍລິຫານຈັດການ”

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັັບ ສະມາຄົມສົ່ງເສີມດ້ານວິຊາການຕ່າງປະເທດເປີດຝຶກອົບຮົມຫົວຂໍ້: “ການບໍລິຫານຈັດການ”

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັັບ ສະມາຄົມສົ່ງເສີມດ້ານວິຊາການຕ່າງປະເທດຈັດຝຶກອົບຮົມຫົວຂໍ້: “ການບໍລິຫານຈັດການ”
ໃນຕອນເຊົ້າວັນທີ່ 13 ກໍລະກົດ 2022 ທີ່ ໂຮງແຮມຄຣາວພາຊາ, ໄດ້ມີພິທີເປີດສໍາມະນາໃນຫົວຂໍ້: “ການບໍລິຫານຈັດການ” ໂດຍເນັ້ນທັກສະຜູ້ນຳຍຸກໃໝ່

ແນ່ໃສ່ໃຫ້ການບໍລິຫານທຸລະກິດໃນ ສປປ ລາວ ກໍ່ຄືຂະແໜ່ງທຸລະກິດຕ່າງໆ ໃຫ້ເປັນຜູ້ບໍລິຫານມືອາຊິບ ໃນການເພີ້ມປະສິດທິພາບໃນການເຮັດວຽກ ໃນການບໍລິຫານຈັດການ ອົງກອນ ແລະ ທັງເປັນການແລກປ່ຽນປະສົບການຂອງບໍລິສັດເອງໃນການບໍລິຫານຈັດການ.
ການສໍາມະນາໃນຄັ້ງນີ້ໃຫ້ກຽດ ກ່າວເປີດພິທີໂດຍ ທ່ານ ປອ. ໄຊບັນດິດ ຣາຊພົນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ມີຄວາມເຫັນໃນພິທີເປີດໂດຍ ທ່ານ ທາເທຊີ ໂຈຈິ ຜູ້ບໍລິຫານອາວຸໂສລະດັບສູງ ຂອງສະມາຄົມເພື່ອການສົ່ງເສີມດ້ານວິຊາການຕ່າງປະເທດ(AOTS).
ມີການບັນລະຍາຍບົດຮຽນ ໂດຍ ອາຈານ ຢາເອກະຊິ, ວິທະຍາກອນຈາກ ສຄອຊ ແລະ ການແລກປ່ຽນບົດຮຽນການຈັດຕັ້ງປະຕິບັດຕົວຈິງຂອງບັນດາບໍລິສັດ ເພື່ອນໍາມາປັບໃຊ້ໃຫ້ແທດເໝາະໃນສະພາບການຕົວຈິງໃນການບໍລິຫານທຸລະກິດໃຫ້ເກີດຜົນປະໂຫຍດສູງສຸດ.
ການຝຶກອົບຮົມໃນຄັ້ງນີ້ໄດ້ດໍາເນີນເປັນເວລາ 03 ມື້, ມີຜູ້ເຂົ້າຮ່ວມ 60 ທ່ານ ທີ່ມາຈາກຫຼາຍຂະແໜ່ງທຸລະກິດທີເປັນສະມາຊິກ ແລະ ບໍ່ແມ່ນສະມາຊິກ ຂອງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.

Write a Message

Your email address will not be published.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword