ກອງປະຊຸມພົບປະແລກປ່ຽນສ້າງຄວາມເຂັ້ມແຂງ ໃຫ້ແກ່ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ

ກອງປະຊຸມພົບປະແລກປ່ຽນສ້າງຄວາມເຂັ້ມແຂງ ໃຫ້ແກ່ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ

ກອງປະຊຸມພົບປະແລກປ່ຽນສ້າງຄວາມເຂັ້ມແຂງ ໃຫ້ແກ່ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ, ໃນວັນທີ 29 ກັນຍາ 2022 ທີ່ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ.

ກອງປະຊຸມດັ່ງກ່າວແມ່ນເປັນການພົບປະແລກປ່ຽນຂໍ້ມູນ ລະຫວ່າງ ຄະນະສຄອຊ ແລະ ຄະນະ ສຄອ ແຂວງວຽງຈັນ ແນ່ໃສ່ການສ້າງຄວາມເຂັ້ມແຂງ ໃຫ້ແກ່ ສຄອ ແຂວງວຽງຈັນ ເຊິ່ງໃຫ້ກຽດເປັນປະທານ ໂດຍທ່ານ ຄຳໃສ ສຸດທິພອນ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ (ສຄອ ແຂວງວຽງຈັນ).ພາຍໃນກອງປະຊຸມໄດ້ມີການເຜີຍແຜ່ປື້ມຄູ່ມືແນະນໍາການຈັດຕັ້ງປະຕິບັດ ແລະ ການບໍລິຫານ ສະພາການຄ້າ ແລະ ອຸດສາຫະກຳ ເພື່ອສ້າງຄວາມເຂົ້າໃຈເພີ່ມເຕີມກ່ຽວກັບກົນໄກການບໍລິຫານຂອງ ສຄອ ໃຫ້ແກ່ ຄະນະບໍລິຫານງານ ແລະກອງເລຂາຂອງ ສຄອ ແຂວງ ວຽງຈັນ. ພ້ອມດຽວກັນນັ້ນ ກະໄດ້ມີການແລກປ່ຽນກ່ຽວກັບຂັນຕອນການອອກໃບຢັ້ງຢືນແຫຼງກຳເນິດສິນຄ້າ, ຂັ້ນຕອນການຈັດງານວາງສະແດງ ການເກັບກຳຂໍ້ມູນແລະສ້າງຖານຂໍ້ມູນ ຂອງ ສຄອ ແຂວງວຽງຈັນ ທີ່ເຊື່ອມໂຍງກັບຖານຂໍ້ມູນຂອງ ສຄອຊ, ນອກຈາກນີ້ ສຄອຊ ແລະ ສຄອແຂວງວຽງຈັນ ຍັງໄດ້ເຂົ້າພົບປະກັບຄະນະອຳນວຍການ ວິທະຍາໄລເຕັກນິກແຂວງວຽງຈັນ ເພື່ອປຶກສາຫາລືແລກປ່ຽນຄຳຄິດຄຳເຫັນໃນການປັບປຸງແລະພັດທະນາການຮ່ວມມືກ່ຽວກັບຮູບແບບການສຶກສາແບບຄວບຄູ່ ອີກດ້ວຍ.

Write a Message

Your email address will not be published.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword