ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມທ່ຽວຊົມ ງານວາງສະແດງຜະລິດຕະພັນເຟີນີເຈີໄມ້ລາວ ຄັ້ງທີ VIII

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມທ່ຽວຊົມ ງານວາງສະແດງຜະລິດຕະພັນເຟີນີເຈີໄມ້ລາວ ຄັ້ງທີ VIII

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມທ່ຽວຊົມ ງານວາງສະແດງຜະລິດຕະພັນເຟີນີເຈີໄມ້ລາວ ຄັ້ງທີ VIII (8th LAO WOOD FURNITURE FAIR 2023 ) ຕ້ອນຮັບໂດຍ ທ່ານ ທອງດໍາ ສີຫາມາຍາ ປະທານ ສະມາຄົມເຟີນີເຈີລາວ (ສຟລ) ພ້ອມດ້ວຍຄະນະ

ທີ່ ສູນວາງສະແດງສິນຄ້າລາວ-ໄອເຕັກ, ໃນຕອນບ່າຍ ຂອງວັນທີ 09 ມັງກອນ 2023. ເຊິ່ງງານງານວາງສະແດງໄດ້ຈັດຂື້ນໃນລະຫວ່າງວັນທີ 07-15 ມັງກອນ 2023 ເປັນເວລາ 9 ວັນ.
ສະມາຄົມເຟີນີເຈີລາວ (ສຟລ) ໄດ້ມີການຈັດງານວາງສະແດງທີ່ເປັນຂອງສະມາຄົມເອງຂຶ້ນມີຄື: ງານວາງສະແດງ ຜະລິດຕະພັນ(ເຟີນີເຈີ)ໄມ້ລາວ ຄັ້ງທີ 1, 2,3,4,5,6 ແລະ 7, ງານວາງສະແດງສິນຄ້າເຟີນີເຈີວຽງຈັນ ຄັ້ງທີ 1,2.3,4,5 ແລະ 6 ແລະ ງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 1, 2, 3, 4 ແລະ 5. ຊຶ່ງໄດ້ສ້າງຊື່ສຽງໃນສັງຄົມທັງພາຍໃນ ພາກພື້ນ ແລະ ສາກົນ ໃຫ້ແກ່ສະມາຄົມ ແລະ ປະເທດຊາດໄດ້ຢ່າງໂດດເດັ່ນ ເຫັນໄດ້ຊັດເຈນ ແລະ ຍັງໄດ້ເຂົ້າຮ່ວມງານວາງສະແດງນໍາພາ ກສ່ວນອື່ນນໍາອີກ ຕົວຢ່າງເຊັ່ນ: ງານວາງສະແດງ Made in Laos ທີ່ ນະຄອນຫຼວງວຽງຈັນ, ງານວາງສະແດງ CAEXPO ທີ່ ຫນານຫນິງ ສປ ຈີນ, ງານວາງສະແດງ IFFS (International Furniture Fair Singapore) ທີ່ ປະເທດສິງກະໂປ, ງານວາງສະແດງ EFE (Export Furniture Exhibition) ທີ່ ປະເທດມາເລເຊຍ, ງານວາງສະແດງ ASEAN-China (Chongqing) Home & Living Expo ທີ່ ນະຄອນຊົງຊິງ ສປ ຈີນ. ຈາກຜົນສໍາເລັດດັ່ງກ່າວມາຂ້າງເທິງນີ້ ແລະ ບວກ ໃສ່ກັບປະສົບການຈາກງານວາງສະແດງຕ່າງໆມາ. ພິເສດທີ່ສຸດ ແມ່ນການມີວິໃສທັດທີ່ກ້ວາງໄກຂອງຄະນະບໍລິຫານງານ ສະມາຄົມເຟີນີເຈີລາວ, ສະນັ້ນ ທາງສະມາຄົມເຟີນີເຈີລາວ ຈຶ່ງຈະໄດ້ຈັດງານວາງສະແດງດັ່ງກ່າວນີ້ຂື້ນ.
ຈຸດປະສົງຂອງການຈັດງານ:
• ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ຕາມເນື້ອໃນຈິດໃຈ ຂອງຂັ້ນເທິງວາງອອກ ໃຫ້ປະກົດຜົນເປັນຈິງໄປເທື່ອລະກ້າວ.
• ເພື່ອຜັນຂະຫຍາຍ ຕາມເນື້ອໃນ ຂອງແຈ້ງການ ເລກທີ 15/ນຍ ໃຫ້ປະກົດຜົນເປັນຈິງ.
• ເພື່ອເປັນການອະນຸລັກຮັກສາປ່າໄມ້, ການນໍາໃຊ້ໄມ້ໃຫ້ເກີດປະໂຫຍດສູງສຸດ ແລະ ມີໄມ້ໄວ້ໃຊ້ຢ່າງຍືນຍົງ ໂດຍການປຸງແຕ່ງ ໃຫ້ເປັນຜະລິດຕະພັນສໍາເລັດຮູບມາຈາກໄມ້, ຫວາຍ ແລະ ໄມ້ປ່ອງ ໃຫ້ມີຫຼາກຫຼາຍຜະລິດຕະພັນ ຕາມທີ່ສັງຄົມປະຈຸບັນ
• ຕ້ອງການ ແລະ ເປັນທີ່ນິຍົມກັນຢູ່ ດ້ວຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄຫມ ແລະ ທັງເປັນການສ້າງມູນຄ່າເພີ່ມໃຫ້ກັບ ຜະລິດຕະພັນເຟີນີເຈີໄມ້ລາວ ໃຫ້ກາຍເປັນສິນຄ້າທີ່ມີຄຸນນະພາບ ແລະ ລາຄາສູງຕົງຕາມຄວາມຕ້ອງການຂອງລູກຄ້າ ແລະ ຕະຫຼາດ ເຮັດໃຫ້ສາມາດສົ່ງອອກຕ່າງປະເທດໄດ້, ຍັງເປັນການສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນບັນດາເຜົ່າ, ຕ້ານໄພ ຫວ່າງງານ ແລະ ຊ່ວຍໃຫ້ຫຼຸດພົ້ນຈາກຄວາມທຸກຍາກຕື່ມອີກໃນອະນາຄົດ.
• ເພື່ອສົ່ງເສີມການປູກໄມ້ ແລະ ຫັນມາໃຊ້ໄມ້ປູກທົດແທນໄມ້ທໍາມະຊາດ, ການພັດທະນາສີຂຽວ. ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບສະມາຄົມເຟີນີເຈີລາວ.
• ເພື່ອໃຫ້ສັງຄົມໄດ້ຮູ້ຈັກກັບຜະລິດຕະພັນເຟີນີເຈີໄມ້ລາວຫຼາຍຂຶ້ນ ແລະ ກວ້າງຂວາງໄປເລື້ອຍໆ.
• ເພື່ອສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງ ໃຫ້ກັບສີໄມ້ລາຍມືຂອງຄົນລາວເຮົາ ແລະ ຫົວຫນ່ວຍທຸລະກິດເຟີນີເຈີໄມ້ລາວໃຫ້ ຂະຫຍາຍໂຕ ແລະ ສາມາດເຂົ້າສູ່ຕະຫຼາດພາກພື້ນ ແລະ ສາກົນໄດ້ໃນອານາຄົດຂ້າງຫນ້າ. ເພື່ອສຶບຕໍ່ຈາກການຈັດງານວາງສະແດງສິນຄ້າ ປະຈໍາປີ 2022 ທີ່ຜ່ານມາ ໃຫ້ຕໍ່ເນື່ອງ ແລະ ຍືນຍົງ.
ງານວາງສະແດງຄັ້ງນີ້ມີຜູ້ເຂົ້າມາຮ່ວມວາງສະແດງລວມມີບັນດາໂຮງງານເຟີນີເຈີ ແລະ ປຸງແຕ່ງໄມ້ສໍາເລັດຮູບ, ໂຮງຊ່າງຫັດຖະກໍາ ແລະ ຮ້ານແກະສະຫຼັກ, ຫົວຫນ່ວຍທຸລະກິດ ທົ່ວໄປ ໃນຂອບເຂດທົ່ວປະເທດ. ກິດຈະກໍາພາຍໃນງານມີການວາງສະແດງ ແລະ ຊື້-ຂາຍ ສິນຄ້າ, ມີການສາທິດການຜະລິດເຄື່ອງເຟີນີເຈີໄມ້ ແລະ ແກະສະຫຼັກໄມ້, ການຈົກສະຫຼາກຊິງລາງວັນ ແລະ ການສະແດງສິນລະປະ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword