ກອງປະຊຸມ ຄະນະສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ

ກອງປະຊຸມ ຄະນະສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ

ກອງປະຊຸມ ຄະນະສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ ຂອງ ສປປ ລາວ, ໃນວັນທີ 23 ພຶດສະພາ 2023, ທີ່ ຫ້ອງປະຊຸມໃຫຍ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.

ທ່ານ ປອ ນາງ ວາລີ ເວດສະພົງ ຮອງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ຮັກສາການ ປະທານສະມາຄົມ ທຸລະກິດການຢາ ແລະ ອຸປະກອນການແພດ, ໃຫ້ກຽດເປັນປະທານຮ່ວມກັບ ທ່ານ ປອ ບຸນຊູ ແກ້ວຫາວົງ ຫົວໜ້າ ກົມອາຫານ ແລະ ຢາ, ກະຊວງ ສາທາລະນະສຸກ ໃນກອງປະຊຸມ ຄະນະສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ ຂອງ ສປປ ລາວ ເຊິງຈຸດປະສົງຂອງກອງປະຊຸມໃນມື້ນີແມ່ນເພື່ອກະກຽມໃຫ້ແກ່ການເປີດກອງປະຊຸມ ແລະ ວາງທິດທາງແຜນການເຄື່ອນໄຫວຂອງສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ ຂອງ ສປປ ລາວ ໃຫ້ໄດ້ຮັບຜົນຕາມຄາດໝາຍ.
ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແມ່ນອົງການຈັດຕັ້ງທີ່ສ້າງຄວາມເຂັ້ມແຂງໃຫ້ແກ່ ສະມາຄົມ ຊ່ວຍເຫລືອ ສະມາຄົມ ແລະ ໃຫ້ຄວາມສຳຄັນໃນວຽກງານດັ່ງກ່າວ, ພາຍໃນກອງປະຊຸມໄດ້ມີການແຕ່ງຕັ້ງ ອານຸກຳມະການ ເພື່ອເປັນການແບ່ງວຽກ, ໄດ້ມີການຮ່າງຂໍ້ຕົກລົງ ໃນການກະກຽມຈັດກອງປະຊຸມ ແລະ ການກຳນົດວັນເວລາໃຫ້ມີຄວາມພ້ອມທີ່ສຸດ ເພື່ອຈະຈັດກອງປະຊຸມສະໄໝສາມັນຂອງສະມາຄົມ ແລະ ເຊີນຊວນລະດົມທຸລະກິດການຢາໃຫ້ເຂົ້າເປັນສະມາຊິກຂອງກຸ່ມສະມາຄົມ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword